ການເກີດເປັນໂຣກໄພໄຂ້ເຈັບຂອງຄົນເຮົານັ້ນ ແມ່ນເກີດຈາກຄວາມບໍ່ສົມດຸນໃນຮ່າງກາຍ ຫົວໃຈຂອງການບໍ່ມີໂຣກໄພໄຂ້ເຈັບ ບໍ່ແມ່ນຢູ່ທີ່ການຮັກສາ ແຕ່ມັນຢູ່ທີ່ວ່າເຮົາຈະປ້ອງກັນມັນແບບໃດ ເພື່ອບໍ່ໃຫ້ເກີດຂຶ້ນກັບຕົນເອງ ນັບຫຼາຍພັນປີມາແລ້ວທີ່ຄົນເອີລົບ ຮູ້ກັນດີວ່າຄຸນຄ່າຂອງແຮ່ທາດໃນນ້ຳທຳມະຊາດ ຈະສາມາດຊ່ວຍຮັກສາສົມດຸນຂອງເຄມີໃນອະໄວຍະວະຕ່າງໆຂອງຮ່າງກາຍໄດ້ ເມື່ອດື່ມເປັນປະຈຳຈະຊ່ວຍໃຫ້ສຸຂະພາບແຂງແຮງ ແລະອາຍຸຍືນຍາວ. ທ່ານເຄີຍຮູ້ຫລືບໍ່ວ່່າ ? ທີ່ເມືອງ TOKUNOSHIMA ໃນປະເທດຍີ່ປຸ່ນ ມີຊາຍທີ່ມີອາຍຸຍືນຍາວທີ່ສຸດໃນໂລກ ມີອາຍຸເຖິງ 115 ປີ ແລະຄວາມລັບທີ່ເປັນປັດໄຈສຳຄັນທີ່ຊ່ວຍໃຫ້ຊາວເມືອງນີ້ ມີອາຍຸສະເລ່ຍທີ່ສູງຫຼາຍນັ້ນກໍຄື ແຫຼ່ງນ້ຳດື່ມຂອງຊາວເມືອງນີ້ນັ້ນເອງ ເຊິ່ງເປັນແຫຼ່ງນ້ຳແຮ່ຈາກທຳມະຊາດ.
ເຮົາຈະມີຊີວິດຢູ່ບໍ່ໄດ້ເດັດຂາດ ຖ້າຫາກຮ່າງກາຍຂາດແຮ່ທາດທີ່ສຳຄັນໆ ເມື່ອເຮົາອາຍຸຫຼາຍຂຶ້ນ ແຮ່ທາດບາງໂຕກໍຍິ່ງມີຄວາມສຳຄັນຫຼາຍຂຶ້ນ ເພາະເກີດຈາກພາວະການໄດ້ຮັບສານອາຫານບຳລຸງບໍ່ພຽງພໍ ແລະພາວະການດູດຊຶມສານອາຫານດ້ອຍປະສິດທິພາບ ຕົວຢ່າງແຮ່ທາດທີ່ສຳຄັນບາງໂຕເຊັ່ນ :
ແຄລຊຽມ : ຈະຊ່ອຍເສີມສ້າງກະດູກແລະແຂ້ວໃຫ້ແຂງແຮງ ຖ້າຂາດແຮ່ທາດນີ້ ຈະເກີດໂຣກກະ ດູກຜ່ອຍ ໂດຍສະເພາະຄົນທີ່ມີອາຍຸສູງ ເຮົາບໍ່ຮູ້ເລີຍວ່າ ຖ້າຫາກໃນກະແສເລືອດ ມີແຄລຊຽມບໍ່ພຽງພໍ ຮ່າງກາຍມັນຈະດຶງເອົາແຄລຊຽມຈາກສ່ວນທີ່ສາມາດດຶງມາໃຊ້ໄດ້ງ່າຍທີ່ສຸດ ແລະສ່ວນນັ້ນກໍຄືກະດູກຂາຂອງທ່ານນັ້ນເອງ ແລະນີ້ເປັນສັນຍານທີ່ບອກວ່າ ໂລກກະດູກມັນຈະຜ່ອຍ.
ແມັກນີຊຽມ : ຊ່ວຍຄວບຄຸມການເຮັດວຽກຂອງຫົວໃຈ ແລະກ້າມເນື້ອ ເສີມສ້າງພະລັງງານໃນເຊວຕ່າງໆ ເພື່ອໃຊ້ໃນການສັງເຄາະໂປຕີນ ຊ່ວຍການຮັກສາໂຣກຫົວໃຈຂາດເລືອດ ໃນພາວະທີ່ຮ່າງກາຍຂາດແມັກນີຊຽມ ອາດຈະເກີດຈາກການດື່ມເຫຼົ້າຫຼາຍເກີນໄປ ເຊິ່ງສົ່ງຜົນໃຫ້ຫົວໃຈບໍ່ເຮັດວຽກ ບໍ່ປົກກະຕິ ຫງຸດຫງິດ ແລະສັບສົນ.
ໂປຕາດຊຽມ : ຊ່ອຍນຳອົກຊີແຊນໄປສູ່ສະໝອງ ມີຄວາມສຳຄັນກັບລະບົບປະສາດຄວບຄຸມການເຕັ້ນຂອງຫົວໃຈ ຫລຸດຄວາມດັນເລືອດ ປ້ອງກັນຫຼອດເລືອດໃນສະໝອງອັດຕັນ ເຮັດໃຫ້ກ້າມເນື້ອຫົດໂຕໄດ້ຢ່າງຖືກຕ້ອງ.
ໂຊດຽມ : ຊ່ອຍຄວບຄຸມຄວາມສົມດຸນຂອງນ້ຳໃນຮ່າງກາຍ ແລະຄວາມຄຸມຄວາມເປັນກົດດ່າງໃນນ້ຳ.
ຊັບເຟດ : ຊ່ອຍໃນການຈະເລີນເຕີບໂຕຂອງກະດູກ ແລະຊ່ອຍໃນການແຂງໂຕຂອງເລືອດ ປ້ອງກັນອາການເລືອດໄຫຼບໍ່ຢຸດ.
ໄບຄາບໍເນດ : ຊ່ອຍຫຼຸດກົດໃນກະເພາະ ແລະແກ້ທ້ອງອືດ.
ເຫຼັກ : ເປັນທາດທີ່ຈຳເປັນຕໍ່ການສ້າງເມັດເລືອດແດງ ເປັນໂຕນຳອົກຊີແຊນເຂົ້າສູ່ເມັດເລືອດແດງ ຖ້າຂາດຈະເຮັດໃຫ້ເປັນໂຣກເລືອດຈາງ ຜູ້ໃຫຍ່ທີ່ມີບັນຫາກ່ຽວກັບການເຄື່ອນໄຫວໄປມາ ແມ່ນເກີດມາຈາກລະດັບທາດເຫລັກໃນເລືອດຕໍ່າກວ່າປົກກະຕິ.
ສັງກະສີ : ມີບົດບາດສຳຄັນຕໍ່ການເສີມສ້າງຂະບວນການຮັກສາບາດແຜ ນອກຈາກນັ້ນຍັງມີຜົນຕໍ່ປະສິດທິພາບໃນການຊີມຣົດອາຫານແລະດົມກິ່ນ ຊ່ອຍເສີມສ້າງຄວາມແຂງແຮງ ໃຫ້ລະບົບພູມຄຸ້ມກັນ ເພື່ອຕໍ່ສູ້ກັບການຕິດເຊື້ອ.
ເມື່ອທ່ານໄດ້ຮັບຮູ້ເຖິງຄວາມສຳຄັນຂອງແຮ່ທາດທີ່ມີຄວາມສຳຄັນຕໍ່ຮ່າງກາຍແລ້ວ ດັ່ງນັ້ນ ທ່ານຕ້ອງຫາຊື້ນ້ຳທີ່ມີແຮ່ທາດດີໆມາໄວ້ໃນເຮືອນ ທ່ານທັງຫຼາຍຄົງຈະໄດ້ຍິນການໂຄສະນາທາງວິທະຍຸ, ໜັງສືພິມ ຂອງນ້ຳທີ່ມີແຮ່ທາດດີໆຢູ່ສະເໝີດອກ.