spot_img
Homeeuro-2016ວິເຄາະບານຢູໂຣ 2016 3 ຄູ່ ເຕະໃນຄືນນີ້

ວິເຄາະບານຢູໂຣ 2016 3 ຄູ່ ເຕະໃນຄືນນີ້

Published on

ສະເປນ ( N ) VS ສາທາລະນະລັດເຊັກ 13/06/2016 ເວລາ 20:00 ໂມງ. ຊ່ອງ 3HD ໝາຍເລກ 33 ຖ່າຍທອດສົດ

ສຳລັບທີມຊາດສະເປນ 9 ນັດລ່າສຸດຍັງບໍ່ທັນເສຍໃຫ້ໃຜ ແບ່ງເປັນສະເໜີ 2 ຊະນະ 7 ແຖມຍັງມີດາວເຕະເດັ່ນໆເຊັ່ນ: ເປໂດຣ, ມາຕ້າ, ຟຣາເບກາສ, ຊິລບາ, ປີກ້າ ແລະ ເດເກຍ ສຸດຍອດຜູ້ຮັກສາປະຕູຈອມເຊັບຟ ເຊິ່ງຟອມທີມາດສະເປນປີນີ້ມາແຮງບໍ່ເສຍໃຫ້ໃຜເລີຍພຽງແຕ່ນັດດຽວ ສ່ວນເຊັກ ການແຂ່ງຂັນນັດທີ່ຜ່ານມາກໍ່ຖືວ່າບໍ່ຄົງທີ່ ເຮັດໃຫ້ບໍ່ສາມາດໝັ້ນໃຈໄດ້ວ່າເກມນີ້ທີ່ພົບກັບສະເປນຈະແບ່ງແຕ້ມມາໄດ້ ແນ່ນອນວ່າການແຂ່ງຂັນໃນນັດນີ້ສະເປນເປັນຕໍ່ຫຼາຍ ແລະ ໜ້າຈະເກັບໄດ້ 3 ແຕ້ມໄດ້ແນ່ນອນ

8-696x380

ໄອຣແລນດ໌ ( N ) VS ສະວີເດນ 13/06/2016 ເວລາ 22:59 ໂມງ ຊ່ອງ 3SD ໝາຍເລກ28 ຖ່າຍທອດສົດ

ສຳລັບທີມຊາດໄອຣແລນດ໌ 4 ນັດຫຼັງຍັງບໍ່ເສຍໃຫ້ໃຜ ສະເໝີ 2 ຊະນະ 2 ກັບຕົວເກັ່ງຂອງທີມຢ່າງ ວໍເຕີຣ, ຣັອບບີ້ ຄິນ, ເຊນລອງ, ທີ່ຈະເຕີມເຕັມແດນໜ້າໃຫ້ຍັກຂຽວແຂງແກ່ນຫຼາຍຂຶ້ນ ສ່ວນທາງທີມຊາດສະວີເດນ ກໍ່ມີຕົວເກັ່ງຢ່າງ ສະລາຕັ້ນ ອິບຣາຮີໂມວິຊ, ກຸຍເດັດຕິ ເພີ່ມຄວາມແຂງແກ່ນໃຫ້ທີມ ເຖິງແມ່ນວ່າຟອມການຫຼິ້ນລ່າສຸດຈະບໍ່ຄ່ອຍດີປານໃດ ແຕ່ວ່າການແຂ່ງຂັນນັດນີ້ທັງສອງທີມຄົງຈະແບ່ງແຕ້ມກັນໄດ້ບໍ່ຍາກ

9e

2016-06-11_204810

ເບລຢ່ຽມ ( N ) VS ອີຕາລີ 14/06/2016 ເວລາ 02:00 ໂມງ ຊ່ອງ 3HD ໝາຍເລກ 33 ຖ່າຍທອດສົດ

ສຳລັບທີມຊາດເບລຢຽມ ນັກລ່າສຸດທີ່ພົບກັບ ອີຕາລີ ກໍ່ເອົາຊະນະໄປໄດ້ເຖິງ 3-1 ແລະ ຍັງຊະນະມາແລ້ວເຖິງ 6 ນັດ ແຖມຍັງມີດາວຍິງຫຼາຍຄົນທັງ ລູຄາດູ, ເຟລໄລນີ່, ອາຊາຣ, ກຣູກຕົວສ໌ ເຕີມເຕັມພະລັງຄວາມແຂງແກ່ນ ທາງດ້ານ ອີຕາລີ ເຖິງນັດລ່າສຸດທີ່ພົບກັນຈະເສຍເຖິງ 3-1 ໃນເກມກະຊັບມິດ ແຕ່ວ່ານັດນີ້ຈະບໍ່ຍອມແພ້ ບໍ່ດັ່ງນັ້ນອາດຈະເສຍປຽບ ທີ່ສຳຄັນຕ້ອງເສີມຄວາມແກ່ງແກ່ນຂອງທີມໃຫ້ດີ ເຖິງຈະມີທັງ ບຸຟຟ່ອນ ແລະ ດາຣມ່ຽນ ກໍ່ຕ້ອງລະວັງຫຼາຍກວ່ານີ້ຖ້າຢາກເຂົ້າຮອບເລິກໆ

43bbe23868902043e2660941f5e60894_L06

ທີ່ມາ: http://www.footyhint.com/ ແລະ www.bettingtop10.com

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...