spot_img
Homeຂ່າວຕ່າງປະເທດເຜີຍການຄົ້ນພົບເມືອງສ່ວນຂະຫຍາຍຂອງຜາສາດນະຄອນວັດ

ເຜີຍການຄົ້ນພົບເມືອງສ່ວນຂະຫຍາຍຂອງຜາສາດນະຄອນວັດ

Published on

ສຳນັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມື່ອວັນທີ 12 ມິຖຸນາ ວ່າ ມີລາຍລະອຽດໃໝ່ທີ່ບໍ່ເຄີຍປະກົດມາກ່ອນ ຂອງເມືອງບູຮານທີ່ຊ້ອນຕົວຢູ່ໃນປາດົງໃຫຍ່ທີ່ກຳປູເຈຍໃກ້ກັບນະຄອນວັດ ຖືກເປີດເຜີຍດ້ວຍການໃຊເທັກໂນໂລຢີແສງເລເຊີຣ ຖືເປັນການໄຂປິດສະໜາຄັ້ງໃໝ່ ໃນອະລິຍະທຳທີ່ຢູ່ເບື້ອງຫຼັງບູຮານສະຖານຂະໜາດໃຫຍ່ທີ່ສຸດຂອງໂລກ.

Image (6)    ຂະນະທີ່ການວິໄຈສຳຫຼວດດຳເນີນມາຫຼາຍປີແລ້ວ ແຕ່ການຄົ້ນພົບໃໝ່ໄດ້ເຜີຍໃຫ້ເຫັນຂອບເຂດອັນກ້ວາງໃຫຍ່ໄພສານ ຂອງພື້ນທີ່ຊຸມຊົນເມືອງ ແລະ ຜາສາດທັງໝົດຂອງອານາຈັກຂອມ ໂດຍຮອບຜາສາດນະຄອນວັດໃນແຂວງ ສຽມລຽບ ເຊິ່ງໃຫຍ່ກວ່າທີ່ເຄີຍຄິດໄວ້ກ່ອນໜ້ານີ້ຫຼາຍເທົ່າ.

ການວິໄຈທີ່ກຳນົດໂຄງຮ່າງທາງອາກາດ ໂດຍໃຊ້ເທັກໂນໂລຢີການສະແກຣນດ້ວຍເລເຊີຣ ທີ່ຮູ້ຈັກກັນໃນຊື່ Lidar ຈະຖືກເປີດເຜີຍໂດຍລາຍລະອຽດ ໃນການປະຊຸມສະມາຄົມພູມສັນຖານໃນພຣະບຣົມຣາຊິນູປະຖຳຂອງອັງກິດ Royal Geographic Society ທີ່ນະຄອນລອນດອນ ໃນວັນຈັນ (13 ມິຖຸນາ 2016) ໂດຍທ່ານ ເດມຽນ ອີແວນສ໌ ນັກບູຮານຄະດີຊາວອົດສະຕາລີ.

ຂ່າວຈາກ: http://www.dailynews.co.th/foreign/502155

ບົດຄວາມຫຼ້າສຸດ

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...