Homeສຸຂະພາບ ແລະ ສີ່ງແວດລ້ອມບັນຫາສາວໜ້າເອິກໃຫຍ່...ໃຜວ່າບໍ່ມີ

ບັນຫາສາວໜ້າເອິກໃຫຍ່…ໃຜວ່າບໍ່ມີ

Published on

ສາວໜ້າເອິກນ້ອຍສ່ວນຫຼາຍຮູ້ສຶກບໍ່ໝັ້ນໃຈໃນຕົນເອງເລີຍຄິດຢາກມີໜ້າເອິກໃຫຍ່ ແຕ່ເຊື່ອຫຼືບໍ່ວ່າແມ່ຍິງບາງຄົນທີ່ມີໜ້າເອິກໃຫຍ່ຈະບໍ່ມີຄວາມພູມໃຈໃນໜ້າເອິກຕົວເອງ ເພາະດ້ວຍຂະໜາດໜ້າເອິກທີ່ລົ້ນອອກມາກໍ່ສ້າງອຸປະສັກໃຫ້ການດຳລົງຊີວິດບາງຢ່າງຂອງນາງໄດ້ ວັນນີ້ເຮົາຈະມາເບິ່ງບັນຫາຫຼັກຂອງບັນດາສາວທີ່ມີໜ້າເອິກໃຫຍ່ກັນວ່າມີຫຍັງແນ່

893

ໃສ່ເສື້ອຜ້າຮຽບຮ້ອຍແຕ່ເບິ່ງບໍ່ຮຽບຮ້ອຍ: ສາວໜ້າເອິກໃຫຍ່ບາງຄົນຈະມີບັນຫາເວລານຸ່ງເສື້ອຕິດກະດຸມທາງໜ້າ ເພາະດ້ວຍຂະໜາດຂອງໜ້າເອິກທີ່ມັນເກີນໜ້າເກີນຕາຈິ່ງເຮັດໃຫ້ເສື້ອມີລັກສະນະເປັນກະດຸມຕີ່ອອກ ບາງຄົນກໍ່ຮູ້ສຶກອາຍຈົນໄດ້ຫາແນວມາຂັດໄວ້

ນອນລຳບາກ:​ ການນອນຕ້ອງລະວັງບໍ່ໃຫ້ໜ້າເອິກຖືກທັບຖືກໜີບເນື່ອງຈາກເວລານອນຫາກໜ້າເອິກຖືກທັບຖືກໜີບກໍ່ຈະເຮັດໃຫ້ຫາຍໃຈຝຶດນັ້ນເອງ 

ສ່ຽງຕໍ່ການເປັນມະເຮັງເຕົ້ານົມຫຼາຍກວ່າສາວນົມນ້ອຍ: ຈາກຜົນການວິໄຈດ້ານວິທະຍາສາດໄດ້ພົບວ່າ ແມ່ຍິງທີ່ໜ້າເອິກໃຫຍ່ຈະມີຄວາມສ່ຽງເປັນມະເຮັງເຕົ້ານົມຫຼາຍກວ່າແມ່ຍິງໜ້າເອິກນ້ອຍ ເພາະເວລາການກວດການຄຳດ້ວຍມີຕົນເອງແມ່ນເຮັດໄດ້ຍາກ ຊອກຫາຄວາມປິດປົກກະຕິຂອງເຕົ້ານົມໄດ້ຍາກກວ່າແມ່ຍິງນົມນ້ອຍ ຖ້າເກີດມີຄວາມຜິດປົກກະຕິທາງເຕົ້ານົມແມ່ຍິງເອິກໃຫຍ່ຈະຮູ້ຕົວຊ້າ ແລະ ບາງຄົນກໍ່ຈະເຂົ້າຮັບການຮັກສາຫຼ້າຊ້າບໍ່ທັນເວລາ

ເອິກໃຫຍ່ ເອິກນ້ອຍມັນກໍ່ມີຂໍ້ດີ ຂໍ້ເສຍທີ່ແຕກຕ່າງຕ່າງກັນ ເອົາເປັນວ່າຈົ່ງພໍໃຈໃນສິ່ງທີ່ທ່ານມີແມ່ນດີທີ່ສຸດ

ທີ່ມາ:http://www.meemodel.com/

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...