Homeຂ່າວພາຍ​ໃນປະທານປະເທດ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 12-14 ມິຖຸນານີ້

ປະທານປະເທດ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 12-14 ມິຖຸນານີ້

Published on

ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເຈິນ ດ້າຍ ກວາງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະໄດ້ເດີນທາງມາຢ້ຽມ ຢາມທາງລັດຖະກິດ ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແຕ່ວັນທີ 12-14 ມິຖຸນານີ້ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ທ່ານ ເຈິນ ດ້າວ ກວາງ ເກີດເມື່ອວັນທີ 12 ຕຸລາ 1956 ທີ່ແຂວງນິ່ງບິງ,ວຸດທິການສຶກສາ ສາສະ ດາຈານ ປະລິນ ຍາເອກ. ປີ 1972-1975 ເປັນນັກສຶກສາໂຮງຮຽນຕຳຫລວດປະຊາຊົນສູນກາງ ແລະ ໂຮງຮຽນອັກສອນສາດຊັ້ນສູງ, 1975-1987 ເປັນພະນັກງານກົມປ້ອງກັນການເມືອງ 1 ກະຊວງພາຍໃນ, ຮອງຫົວໜ້າຫ້ອງສອດແນມ ກົມປ້ອງກັນການເມືອງ 2 ກະຊວງພາຍໃນ, ປີ 1987-1990 ເປັນຫົວໜ້າຫ້ອງເສນາທິການ ແລະ ຫົວໜ້າຫ້ອງສອບແນມ ກົມປ້ອງກັນການເມືອງ 2 ກະຊວງພາຍໃນ, ປີ 1990-1996 ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມເສນາທິການປ້ອງກັນ ຄວາມສະຫງົບ ກະຊວງພາຍໃນ, ປີ 1996-2000 ເປັນເລຂາຄະນະພັກ, ຫົວ ໜ້າກົມເສນາທິການປ້ອງ ກັນຄວາມສະຫງົບ ກະຊວງຕຳຫລວດ, ປີ 2000-2006 ເປັນຮອງເລຂາຄະນະພັກ, ຮອງຫົວ ໜ້າກົມໃຫຍ່ ເສນາທິການປ້ອງກັນຄວາມສະຫງົບ ກະຊວງຕຳຫລວດ ແລະ ໄດ້ຮັບເລື່ອນຊັ້ນເປັນຈັດຕະ ວາ, ໄດ້ຮັບ ວຸດທິການສຶກສາເປັນຮອງສາສະພາຈານ, ປີ 2006-2001 ເປັນກຳມະການສູນກາງພັກ,ຮອງລັດຖະ ມົນຕີ ກະຊວງຕຳຫລວດ ແລະ ໄດ້ຮັບເລື່ອນຊັ້ນເປັນພົນຕີ, ໄດ້ຮັບວຸດທິການສຶກສາເປັນສາສະດາຈານ, ປີ2011-2016 ເປັນກົມການເມືອງສູນກາງພັກ, ຄະນະສະພາປ້ອກັນຊາດ-ປ້ອງກັນຄວາມສະຫງົບ, ເລຂາຄະນະພັກຕຳ ຫລວດສູນກາງ, ລັດຖະມົນຕີກະຊວງຕຳຫລວດ, ເປັນຫົວໜ້າຜູ້ຊີ້ນຳໃຕຫງວຽນ, ສະມາຊິກສະພາແຫ່ງຊາດ ຊຸດທີ13, ໄດ້ຮັບເລື່ອນຊັ້ນເປັນພົນໂທ 2011 ແລະ ພົນເອກ 2012 ແລະ ປັດຈຸບັນ ປະທານປະເທດ ແຫ່ງ ສາທາລະ ນະລັດ ສັງຄົມນິຍົມຫວຽດ ນາມ, ຫົວໜ້າຄະນະສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

 

ຂ່າວຈາກ: http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...