Homeນານາສາລະຄຸນປະໂຫຍດຂອງນ້ຳອັດລົມ ອີກດ້ານໜຶ່ງທີ່ທ່ານບໍ່ເຄີຍຮູ້!

ຄຸນປະໂຫຍດຂອງນ້ຳອັດລົມ ອີກດ້ານໜຶ່ງທີ່ທ່ານບໍ່ເຄີຍຮູ້!

Published on

ນ້ຳອັດລົມເຄື່ອງດື່ມຄາຍຮ້ອນ ດັບກະຫາຍ ຂອງມັກຫຼາຍໆຄົນ ແລ້ວເຄີຍຮູ້ກັນບໍ່ວ່ານ້ຳອັກລົມນອກຈາກຈະດື່ມໄດ້ແລ້ວ ຍັງມີປະໂຫຍດຫຼາຍໆຢ່າງທີ່ທ່ານອາດບໍ່ເຄີຍຮູ້ ວັນນີ້ເຮົາມາຮູ້ໄປພ້ອມກັນເລີຍ

ປະໂຫຍດຂອງນ້ຳອັດລົມ

1.ລ້າງໂຖສ້ວມ
ຫາກໂຖສ້ວມເຮືອນໃຜຫາກເກົ່າ ແລະ ມີຄາບເຫຼືອງຕິດແໜ້ນຢູ່ ແນະນຳໃຫ້ເທນ້ຳອັດລົມລົງໄປໃນໂຖສ້ວມແລ້ວປະໄວ້ປະມານ 1 ຊົ້ວໂມງ ຈາກນັ່ນຄ່ອຍມາຂັດອອກໂຖສ້ວມຈະສະອາດເໝືອນຊື້ໃໝ່ເລີຍ

2.ຊັກຜ້າໃຫ້ຂາວ
ພຽງນຳແຟັບປະສົມກັບນ້ຳອັດລົມ ຈາກນັ້ນກໍ່ນຳຜ້າລົງໄປແຊ່ໄວ້ປະມານ 10-15 ນາທີ ກ່ອນຈິ່ງຊັກຄາບເປື້ອນທີ່ຕິດຢູ່ຜ້າຈະຫາຍໄປແນ່ນອນ

3.ເຊັດແວ່ນ
ນ້ຳອັດລົມໃຊ້ເຊັດແວ່ນແທນນ້ຳຢາເຊັດແວ່ນໄດ້ ເມື່ອທ່ານລອງນຳໄປເຊັດແວ່ນຂອງທ່ານກໍ່ຈະໃສຂຶ້ນທັນທີ

4.ຂັດໝໍ້ໃຫ້ສະອາດໄດ້
ພຽງແຊ່ໝໍ້ລົງໃນນ້ຳອັດລົງປ່ອຍໄວ້ປະມານ 5 ນາທີ ແລ້ວຈິ່ງຄ່ອຍຂັດອອກ ຮັບຮອງວ່າຄາບຮອຍດຳຈະຫາຍໄປທັນທີ

5.ຄາບຂີ້ຫມ້ຽງ
ນຳສິ່ງຂອງທີ່ເຂົ້າໝ້ຽງໄປແຊ່ໃນນ້ຳອັດລົມແຊ່ໄວ້ປະມານ 1 ຊົ່ວໂມງກ່ອນຈະມາຂັດອອກ ທ່ານຈະເຫັນວ່າຂີ້ໝ້ຽງທີ່ຕິດຢູ່ໃນວັດຖຸນັ້ນຈະຫລຸດອອກ

6.ຄາບຊິ່ງອົ້ມຕິດຜົມ
ພຽງແຕ່ນຳຜົມສ່ວນທີ່ຕິດຊິ່ງອົ້ມແຊ່ໃນນ້ຳອັດລົມແຊ່ໄວ້ປະມານ1-2 ນາທີ ຈາກນັ້ນກໍ່ລ້າງອອກ ຄາບຊິ່ງອົ້ມຈະຫຼຸດອອກຈາກຜົມໄດ້ງ່າຍດາຍ

7.ເຮັດຄວາມສະອາດຫຼຽນ
ພຽງແຕ່ນຳຫຼຽນທີ່ມີຄາບເປື້ອນໄປແຊ່ລົງໃນນ້ຳອັດລົມ ແຊ່ໄວ້ປະມານ 3 ນາທີ ພຽງເທົ່ານີ້ຫຼຽນຂອງທ່ານກໍ່ຈະກັບມາເບິ່ງຄືຫຼຽນໃໝ່ໄດ້ແລ້ວ

ເຫັນປະໂຫຍດດີໆຂອງນ້ຳອັດລົມແບບນີ້ແລ້ວ ຖ້າທ່ານຫາກດື່ມບໍ່ໝົດຢ່າຟ້າວຖິ້ມ ເກັບໄວ້ໃຊ້ປະໂຫຍດດີກວ່າ

ທີ່ມາ: http://www.mamaexpert.com/topic/19739

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...