spot_img
Homeຂ່າວຕ່າງປະເທດຍອດ​ນຳ​ເຂົ້າ-ສົ່ງ​ອອກ​ຈີນ​ຫຼຸດ​ລົງ​ໃນ​ເດືອນ​ພຶດສະພາ

ຍອດ​ນຳ​ເຂົ້າ-ສົ່ງ​ອອກ​ຈີນ​ຫຼຸດ​ລົງ​ໃນ​ເດືອນ​ພຶດສະພາ

Published on

ຂໍ້​ມູນ​ທາງ​ການ​ຈີນ​ລາຍ​ງານ​ມື້​ນີ້​ວ່າ ຍອດ​ສົ່ງ​ອອກ​ຂອງ​ຈີນ​ຫຼຸດ​ລົງ 4,1% ​ໃນ​ເດືອນ​ພຶດສະພາ ຈາກ​ເມື່ອ​ປີ​ກ່ອນ ຂະນະ​ທີ່​ຍອດ​ນຳ​ເຂົ້າ​ຫຼຸດ​ລົງ​ເລັກ​ນ້ອຍ 0,4% ຂະນະ​ທີ່​ຄວາມ​ຕ້ອງການ​ສິນຄ້າ​ທົ່ວ​ໂລກ​ຍັງ​ຄົງ​ງຽບ​ເຫງົາ ​ແຕ່​ການ​ນຳ​ເຂົ້າ​ເໝືອກວ່າ​ທີ່​ຄາດການ​ໄວ້ ​ເຮັດ​ໃຫ້​ມີ​ຄວາມ​ຫວັງ​ວ່າ​ເສດຖະກິດ​ຈີນ​ກຳລັງ​ກັບ​ມາ​ມີ​ສະຖຽນ​ລະ​ພາບ​ອີກ​ຄັ້ງ.

ສຳນັກງານ​ພາສີ​ຈີນ​ລະບຸ​ວ່າ ຕົວ​ເລກ​ການ​ສົ່ງ​ອອກ​ສິນຄ້າ​ຈີນ​ເດືອນ​ພຶດສະພາ​ຄິດ​ເປັນ​ມູນ​ຄ່າ 181.100 ລ້ານ​ໂດ​ລາ​ສະຫະລັດ ຂະນະ​ທີ່​ການ​ນຳ​ເຂົ້າ​ມີ​ມູນ​ຄ່າ 131.100 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ມີ​ຍອດ​ເກີນ​ດຸນ​ການ​ຄ້າ​ບໍ່​ເຖິງ 50.000 ລ້ານ​ໂດ​ລາ​ສະຫະລັດ ລາຍ​ງານ​ລະບຸ​ວ່າ ​ປັດ​ໄຈ​ການ​ຄ້າ​ຕ່າງປະ​ເທດ​ຍັງ​ຄົງ​ເປັນ​ບັນຫາ​ທ້າ​ທາຍ ຜົນສຳ​ຫຼວດພາກ​ການ​ຜະລິດ​​ຢ່າງ​ເປັນ​ທາງ​ການ​ຂອງ​ຈີນ​ເມື່ອ​ອາທິດ​ທີ່​ຜ່ານ​ມາ​ພົບ​ວ່າ ມີ​ສັນ​ຍານ​ຊົງ​ຕົວ​ຂຶ້ນ​ໃນ​ເດືອນ​ພຶດສະພາ ​ແຕ່​ຍັງ​ຖື​ວ່າ​ງຽບ​ເຫງົາ ທ່າມກາງ​ປະລິມານ​ຄວາມ​ຕ້ອງການ​ທັງ​ໃນ ​ແລະ ຕ່າງປະ​ເທດ​ຫຼຸດ​ລົງ ຄັ້ງ​ນີ້​ຖື​ເປັນ​ຂໍ້​ມູນ​ກາ​ນຄ້າ​ຄັ້ງ​ທຳ​ອິດ​ທີ່​ທາງ​ການ​ຈີນ​ເປີດ​ເຜີຍ​ຕົວ​ເລກ​ສຳລັບ​ເດືອນ​ພຶດສະພາ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...