spot_img
Homeຂ່າວຕ່າງປະເທດໄຟໄໝ້ຕຶກໃນປາຣີ ຕາຍ 5 ເຈັບ 11 ຄົນ

ໄຟໄໝ້ຕຶກໃນປາຣີ ຕາຍ 5 ເຈັບ 11 ຄົນ

Published on

ເອເອຟພີລາຍງານວ່າ ເກີດເຫດໄຟໄໝ້ອາຄານບໍລິເວນແຊງ-ເດີນີ ທາງພາກເໝືອນະຄອນຫຼວງປາຣີ ປະເທດຝຣັ່ງ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ບາດເຈັບ 11 ຄົນ ໃນຈຳນວນນີ້ອາການສາຫັດ 2 ຄົນ ໂດຍນັກດັບເພີງຍັງບໍ່ສາມາດລະບຸຕົວຜູ້ຖືກໄຟໄໝ້ໄດ້ ເພາະຄວາມຮຸນແຮງຂອງແປວໄຟ, ພະແນກດັບເພີງຂອງນະຄອນຫຼວງປາລີເປີດເຜີຍວ່າ ມີຜູ້ຕິດຢູ່ເທິງອາຄານ 2 ຄົນ ໂດດໜີໄຟໄໝ້ລົງມາຈາກຊັ້ນ 4 ແຕ່ອາການບໍ່ສາຫັດ.

ລາຍງານລະບຸວ່າ ໄຟໄໝ້ເກີດຂຶ້ນເມື່ອເວລາ 19:30 ໂມງ ຂອງວັນຈັນທີ 6 ມິຖຸນາ ຕາມເວລາທ້ອງຖິ່ນ ໂດຍນັກດັບເພີງສາມາດຄວບຄຸມເພີງໄວ້ໄດ້ເມື່ອເວລາ 22:30 ໂມງ ຂະນະທີ່ຍັງບໍ່ຮູ້ວ່າຕົ້ນເພີງມາຈາກບ່ອນໃດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...