spot_img
Homeມູມໄອທີລາວພຣີວິວ ສະມາດໂຟນສະເປັກແຮງ ZUK Z2 ແບບ Hands On

ພຣີວິວ ສະມາດໂຟນສະເປັກແຮງ ZUK Z2 ແບບ Hands On

Published on

ຖືວ່າເປັນທີ່ນິຍົມກັນຫຼາຍສຳລັບສະມາດໂຟນຈາກບໍລິສັດ ZUK (ຊີ-ຢູ-ເຄ) ນາມວ່າ ZUK Z2. ສຳລັບລຸ້ນນີ້ຈັດວ່າເປັນສະມາດໂຟນທີ່ມາແຮງກໍເວົ້າໄດ້ດ້ວຍສະເປັກທີ່ໃຫ້ມາເກີນລາຄາ ອີກທັງ ZUK Z2 ຍັງມີຍອດຈອງໄປແລ້ວກວ່າ 6 ລ້ານເຄື່ອງໃນຕອນນີ້

ເຊິ່ງມື້ນີ້ເອງເຮົາກໍມີຄລິບວີດີໂອຈາກຜູ້ທີ່ໄດ້ສຳຜັດໂຕເຄື່ອງມາແລ້ວຈາກທາງ Gizmochina ມາໃຫ້ຊົມກັນ ທີ່ດ້ານລຸ່ມນີ້:

ຈາກທີ່ເຮົາເບິ່ງກັນໄປແລ້ວເວົ້າໄດ້ວ່າໂຕເຄື່ອງອອກແບບມາຢ່າງສວຍງາມ, ແຕ່ວ່າດ້ານຫຼັງຂອງໂຕເຄື່ອງຄົງຈະໃຊ້ວັດສະດຸແບບມື່ນທີ່ເຮັດໃຫ້ເກີດຮອຍນິ້ວມືໄດ້ງ່າຍ ແລະອາດເຮັດໃຫ້ໂຕເຄື່ອງມີແຕ່ຮອຍງ່າຍກໍເປັນໄດ້ (ແຕ່ກໍເບິ່ງໂຕຈິງກັນອີກເທຶ່ອໜຶ່ງ) ແລະອີກສ່ວນໜຶ່ງກໍຄືໂຕເຄື່ອງມີຄວາມໜາເປັນພິເສດ ຄ້າຍກັບ iPhone 4. ໃນດ້ານຂອງລະບົບ ZUI 2.0 ການອອກແບບມີຄວາມຄ້າຍຄືກັນກັບ FunTouch OS ຂອງ Vivo ໂດຍທີ່ການຕັ້ງຄ່າຕ່າງໆຕ້ອງປັດຈາກດ້ານລຸ່ມຂຶ້ນມາ ແລະ ດ້ານເທິງຈະວ່າງເໝາະແກ່ການເອົາໄວ້ສະແດງການແຈ້ງເຕືອນ.

image

ສະເປັກຂອງໂຕເຄື່ອງກໍມີຈໍຂະໜາດ 5 ນິ້ວ, ຄວາມລະອຽດ FullHD ພ້ອມກັບຈໍ LTPS 2.5D. ໃຊ້ງານຊິບປະມວນຜົນໂຕໃໝ່ແລະແຮງແບບ Snapdragon 820 ແລະໃຊ້ງານລະບົບ Android 6.0 (Marshmallow) ທັບດ້ວຍ ZUI 2.0. ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມແຟລັດ LED, ລະບົບກວດຈັບໂຟກັດອັດຕະໂນມັດ ດ້ວຍຄວາມໄວໂຟກັດຢູ່ທິ່ 0.1 ວິນາທີ ແລະກ້ອງໜ້າ 8 ລ້ານພິກເຊວ.

image

ແບັດເຕີຣີໃຫ້ມາ 3500mAh ພ້ອມກັບລະບົບ Dual Fast Charging ແລະ Qualcomm Quick Charge 3.0 ເຊິ່ງສາມາດສາກແບັດຈາກ 0% ຫາ 80% ໄດ້ພາຍໃນ 1 ຊົ່ວໂມງ. ພື້ນທີ່ຈັດເກັບ 64 GB, RAM 4 GB ແລະຮອງຮັບ 2 ຊິມ (Nano ຊິມທັງສອງ).

image

ສຳລັບຕອນນີ້ມີລຸ້ນທີ່ວາງຂາຍໃນທົ່ວໂລກເປີດໃຫ້ສັ່ງຈອງແລ້ວຜ່ານທາງ Oppomart ໃນລາຄາ $329 (2.660.000 ກີບ) ແລະໂຕເຄື່ອງຈະພ້ອມສົ່ງໃນວັນທີ 20 ມິຖຸນາ.

ທີ່ມາ: Gizmochina

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...