ອ່ານຕໍ່ຈາກສະບັບກ່ອນ
ນັບແຕ່ວັນທີ່ໂຕ້ໄດ້ປະຕິເສດຮັກຈາກຕຸ່ນໄປແລ້ວຕຸ່ນກໍ່ຕົກຢູ່ໃນພາວະຄວາມຊຶມເສົ້າບໍ່ວ່າຈະເປັນເວລານັ່ງ, ເວລາກິນ, ເວລານອນ, ເວລາຕື່ນທຸກຄັ້ງຕຸ່ນກໍ່ຈະເຫັນແຕ່ພາບຂອງໂຕ້ໃນຄວາມຊົງຈຳ ເວລາຜ່ານໄປແຖວສະຖານທີ່ເກົ່າທີ່ເຄີຍໄປທ່ຽວຕອນທີ່ຍັງມີໂຕ້ຢູ່ກໍ່ມັນໄດ້ເຮັດໃຫ້ຕຸ່ນຮູ້ສຶກເສົ້າ ແລະ ຄິດຮອດໂຕ້ທຸກຄັ້ງ ຍາກທີ່ຈະທຳໃຈລືມເລື່ອງລາວໃນອະດີດໄດ້ງ່າຍໆ ເຖິງແມ່ນວ່າໂຕ້ຈະບໍ່ແມ່ນຜູ້ຊາຍຄົນທຳອິດທີ່ເຂົາມາໃນຊີວິດຕຸ່ນ ແຕ່ໂຕ້ເປັນຜູ້ຊາຍຄົນທຳອິດທີ່ເຮັດໃຫ້ຕຸ່ນຮູ້ສຶກຮັກທີ່ທສຸດ, ຮູ້ສຶກເຈັບທີ່ສຸດ, ເມື່ອຄິດເລື່ອງນີ້ມາເທື່ອໃດຕຸ່ນກໍ່ໄດ້ແຕ່ໂທດຕົວເອງທີ່ຮູ້ໃຈຕົວເອງຊ້າເກີນໄປຈົນເຮັດໃຫ້ເສຍຄົນທີ່ຕົນຮັກໄປ ແລະໃນເວລາທີ່ພວກເຂົາພົບກັນບໍ່ວ່າຈະເປັນຕອນຮຽນເພີ່ມເພື່ອກຽມສອບເສັງເຂົ້າ ມຊ ຫຼື ຈະພົບຕາມຕະຫຼາດ ຫຼື ສະຖານທີ່ອື່ນໆໂດຍຕັ້ງໃຈ ຫຼື ບັງເອີນກໍ່ຕາມ ຕຸ່ນກໍ່ຈະພະຍາຍາມລົບໜ້າໂຕ້ທຸກຄັ້ງ ເຖິງຈະຍ່າງສວນທາງກັນຕຸ່ນກໍ່ຈະເຮັດຄືບໍ່ເຫັນໂຕ້ເລີຍ ເຖິງມັນຈະເຈັບປວດແຕ່ຕຸ່ນກໍ່ອົດທົນ ຫຼັງຈາກວັນທີ່ຜິດຫວັງເລື່ອງຄວາມຮັກຈາກໂຕ້ແລ້ວ ຕຸ່ນກໍ່ເລີກຄົບກັບສົມຈິດທັນທີ ໃນແຕ່ລະວັນຕຸ່ນຕັ້ງໃຈເຮັດວຽກເຮືອນໂດຍການຖາງຫຍ້າເດີ່ນບ້ານ, ປູກດອກໄມ້, ເຮັດສວນຜັກ, ເຊັດຖູເຮືອນຊານໃຫ້ສະອາດ ແລະ ຕັ້ງໃຈອ່ານໜັງສືເພື່ອກຽມເສັງເຮັດທຸກວັນບໍ່ໃຫ້ວ່າງເພື່ອຈະບໍ່ມີເວລາໄປຄິດຫາໂຕ້ ແລະ ຄິດຫຍຸ້ງວຸ້ນວາຍກັບເລື່ອງຄວາມຮັກອີກ ແລະ ໃນທີ່ສຸດຕຸ່ນກໍ່ສາມາດເສັງເຂົ້າ ມຊ ໄດ້ຄືກັບໝູ່ຄົນອື່ນໆ ຕຸ່ນເລືອກຮຽນສາຍຄູພາສາອັງກິດ ແລະ ຍັງຮຽນເພີ່ມພາສາຈີນອີກດ້ວຍ, ສ່ວນໂຕ້ ແລະ ກະຕ່າຍແມ່ນເລືອກຮຽນສາຍບໍລິຫານ ນັບຕັ້ງແຕ່ວັນນັ້ນມາຕຸ່ນກັບໂຕ້ກໍ່ບໍ່ໄດ້ເຫັນໜ້າກັນເລີຍເນື່ອງຈາກເວລາ ແລະ ຫຼາຍສິ່ງຫຼາຍຢ່າງ
ສົກປີ 2007-2008 ພວກເຂົາກໍ່ໄດ້ຈົບການສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ແຍກກັນໄປເຮັດວຽກໃຜມັນຕຸ່ນໄດ້ເຮັດວຽກເປັນໄກ້ນຳທ່ຽວທີ່ບໍລິສັດທ່ອງທ່ຽວແຫ່ງໜຶ່ງ ສ່ວນໂຕ້ແມ່ນໄດ້ເຮັດວຽກນຳອົງການ UNDP ເຖິງເວລາຈະຜ່ານໄປດົນພຽງໃດກໍ່ຕາມພວກເຂົາທັງສອງກໍ່ບໍ່ເຄີຍລືມກັນໃນວັນເກີດຂອງກັນ ແລະ ກັນໃນແຕ່ລະປີ ທັງໂຕ້ ແລະ ຕຸ່ນກໍ່ຈະມັກໂທອວຍພອນວັນເກີດໃຫ້ກັນຜ່ານທາງວິທະຍຸ ພວກເຂົາຍັງຄົງຄິດຮອດກັນສະເໝີ ເຖິງຈະບໍ່ແມ່ນການຄິດຮອດແບບຮຸນແຮງແຕ່ໃນສ່ວນເລິກຂອງຄວາມຮູ້ສຶກກໍ່ຍັງມີກັນ ແລະ ກັນ ແຕ່ພວກເຂົາທັງສອງບໍ່ກ້າທີ່ຈະກັບມາຄົບກັນຄືເກົ່າເພາະຕຸ່ນກໍ່ຄິດວ່າໂຕ້ຄົງຈະມີຄວາມສຸກກັບຄົນຮັກຂອງລາວ ທາງໂຕ້ເອງກໍ່ຄິດວ່າຕຸ່ນຄົງຈະມີຄວາມສຸກກັບຊາຍທີ່ລາວຮັກ
ທ້າຍເດືອນທັນວາ ປີ 2013 ເປັນຊ່ວງວັນຄຣິດສະມາດ ແລະ ໃກ້ຈະຮອດປີໃໝ່ສາກົນເຊິ່ງເປັນຊ່ວງພັກປະຈຳປີ ແລະ ໂຕ້ເອງກໍ່ໄດ້ລາພັກປະຈຳປີ 15 ວັນ ເພື່ອໄປທ່ຽວແຕ່ລາວກໍ່ບໍ່ຮູ້ວ່າຈະໄປທ່ຽວໃສດີ ໃນຂະນະທີ່ລາວກຳລັງນອນຢຽດໂຕທີ່ບ່ອນນອນສາຍຕາລາວໄດ້ແນມໄປເບິ່ງກອບຮູບຂະໜາດໃຫຍ່ທີ່ຫ້ອຍໄວ້ຝາຫ້ອງນອນ ໂຕ້ໄດ້ແນມເຫັນຮູບພາບເກົ່າໆສະໄໝຕອນເປັນນັກຮຽນ ແລະ ລາວກໍ່ໄດ້ລຸກຈາກບ່ອນນອນແລ້ວຍ່າງໄປທີ່ກອບຮູບ ສາຍຕາຂອງລາວໄດ້ຈັບຈ້ອງໄປໃນຮູບໃບໜື່ງທີ່ລາວເຄີຍຖ່າຍກັບຕຸ່ນຕອນໄປຫຼິ້ນທີ່ນ້ຳຕົກຕາດຜາສ້ວມ ແລ້ວພາບໃນຕອນນັ້ນກໍ່ແລ່ນເຂົ້າມາທີ່ຫົວຂອງໂຕ້ທັນທີ ສະໝອງຂອງລາວສຳນຶກເຖິງຄຳເວົ້າຂອງຕຸ່ນທີ່ວ່າ: ເຂົາຂີດໝາຍຊື່ເຂົາໄວ້ເພາະເຂົາເຊື່ອວ່າອະນາຄົດເຂົາຈະໄດ້ກັບມາທ່ຽວສະຖານທີ່ນີ້ອີກຄັ້ງ ພາບຄວາມຊົງຈຳທີ່ເປັນຊ່ວງເວລາອັນແສນສຸກເຫຼົ່ານັ້ນໄດ້ແລ່ນເຂົ້າມາໃນສະໝອງຂອງໂຕ້ ທັນໃດນັ້ນໂຕ້ກໍ່ຕັດສິນໃຈທັນທີຈະໄປທ່ຽວນ້ຳຕົກຜາສ້ວມອີກຄັ້ງ ໃນຂະນະທີ່ລາວກຳລັງນັ່ງຫຼິ້ນເຟສບຸກຢູ່ນັ້ນ ລາວກໍ່ໄດ້ນັ່ງຄິດຄົນດຽວກ່ຽວກັບການເດີນທາງຈະຂັບລົດສ່ວນຕົວໄປພັດຄ້ານຂັບ, ໂທຊວນໝູ່ໄປນຳກໍ່ບໍ່ມີໃຜໄປ ຫຼືວ່າຈະໄປແບບນັກທ່ອງທ່ຽວຕ່າງປະເທດດີບໍ່ນໍ້ ລາວທັງຄິດ ແລະ ເລື່ອນເບິ່ງເຟສບຸກໃນຈໍໂນ໊ດບຸກໄປພ້ອມ ແລ້ວລາວກໍ່ເຫັນໂຄສະນາທ່ອງທ່ຽວປາກເຊ 5 ວັນເຕັມໃນລາຄາສຸດພິເສດຕ້ອນຮັບປີໃໝ່ ຂອງບໍລິສັດທ່ອງທ່ຽວແຫ່ງໜຶ່ງປະກາດລົງເຟສບຸກ ໂຕ້ເບິ່ງແລ້ວກໍ່ຄິດທົບທວນໄປມາຫຼາຍຮອບແລ້ວໃນທີ່ສຸດລາວກໍ່ຕັດສິນໃຈຈອງທົວທັນທີ ເຊິ່ງກຳນົດວັນເດີນທາງແມ່ນວັນທີ 25/12/2013
ຕຸ່ນກັບມາຈາກບ່ອນເຮັດວຽກລາວກໍ່ຟ້າວຍ່າງເຂົ້າໄປໃນຫ້ອງນອນເພື່ອປ່ຽນເຄື່ອງອອກມາເຮັດກິນແລງຊ່ວຍແມ່ທັນທີ ທີ່ໂຕະອາຫານມີພໍ່ແມ່ ແລະ ນ້ອງ ກັບຕຸ່ນນັ່ງກິນເຂົ້າຮ່ວມກັນ ແມ່ຂອງຕຸ່ນໄດ້ເວົ້າກັບຕຸ່ນວ່າ: ເອີ້ລູກ! ມືນີ້ນາງມີນາໝູ່ເຈົ້າລາວເອົາບັດເຊີນແຕ່ງດອງມາໃຫ້ໃດ໋ ລູກບໍ່ຢູ່ລາວເລີຍຝາກໄວ້ກັບແມ່ ແມ່ເອົາໄວ້ຢູ່ຫຼັງຕູ້ໂທລະທັດຫັນເດີ້! ຕຸ່ນກໍ່ຖອນຫາຍໃຈແລະເວົ້າກັບແມ່ໄປວ່າ: ຂອບໃຈແມ່! ເດືອນນີ້ເປັນຊອງທີ 5 ແລ້ວ ມີແຕ່ຊອງດອງຈົນສິບໍ່ມີເງິນໃສ່ຊອງລະເຮົາ! ອື້! ແລ້ວລາວບອກແມ່ບໍ່ວ່າດອງລາວມື້ໃດ ແມ່ກໍ່ຕອບໄປວ່າ: ໄດ້ຍິນລາວວ່າວັນທີ 25 ນີ້ໃດ, ຕຸ່ນເວົ້າຕໍ່: ວັນທີ 25 ຫວະ! ຄືສິບໍ່ໄດ້ໄປເພາະລູກຄາລົງໄປປາກເຊ ບໍລິສັດເພິ່ນໃຫ້ລູກພາລູກທົວໄປທ່ຽວປາກເຊ ສົງໃສບັດດອງນີ້ເຮົາຕ້ອງໄດ້ສົ່ງຕາມຫຼັງ, ພໍ່ຕຸ່ນໄດ້ເວົ້າໄປວ່າ: ໄປດອງເພິ່ນແລ້ວຍາມໃດສິຮອດດອງລູກສາວຂ້ອຍນໍ້, ນ້ອງລາວຕຸ່ນກໍ່ເວົ້າສັອຍພໍ່ອີກວ່າ: ກະວ່າຫັ້ນແຫລະ! ເຫັນແຕ່ເຂົາແຫ່ເຂີຍກາຍໜ້າບ້ານນິກະຫຼາຍປີລະໃດ໋ ແລ້ວຍາມໃດນໍ້ເຮົາສິມີອ້າຍເຂີຍນນຳເຂົາ, ຕຸ່ນກໍ່ຕອບໄປແບບອາຍໆວ່າ: ກະສິເຮັດແນວໃດນໍ້… ໄວ້ອອກພັນສາເດີ້ ແຕ່ບໍ່ຮູ້ວ່າອອກພັນສາປີໃດ ທີ່ຈິງເຮົາກໍ່ຢາກມີຄືເຂົາຢູ່ແຕ່ຍັງບໍ່ມີຄົນຖືກໃຈ ໄວ້ແມ່ນຄົນໃດກະຄົນນັ້ນລະ
ແລ້ວກໍ່ຮອດວັນເດີນທາງ ຕຸ່ນໄດ້ມາທີ່ຫ້ອງການແຕ່ເຊົ້າເພື່ອມາກຽມຕົວ ແລະ ຕ້ອນຮັບນັກທ່ອງທ່ຽວທີ່ຈະມາຂຶ້ນລົດ 6:00ໂມງເຊົ້າ ເພາະລົດຈະເລີ່ມອອກເດີນທາງຈາກນະຄອນຫຼວງວຽງຈັນໃນເວລາ 7:00ໂມງເຊົ້າ ນັກທ່ອງທ່ຽວກໍ່ພາກັນທະຍອຍມາຂຶ້ນລົດພາຍໃນຈົນເຕັມລົດ ເຊິ່ງນັກທ່ອງທ່ຽວທີ່ຈະເດີນທາງໄປໃນການທົວຄັ້ງນີ້ມີທັງໝົດ 45 ຄົນ ເມື່ອຕຸ່ນເຫັນນັກທ່ອງທ່ຽວຂຶ້ນເຕັມລົດແລ້ວລາວກໍ່ຂຶ່ນມາກວດເບິ່ງລາຍຊື່ ປະກົດວ່າມີລູກທົວບໍ່ຄົບຄົນໜຶ່ງ ຕຸ່ນໄດ້ແນມເບິ່ງຊື່ແລ້ວຮູ້ສຶກຕົກໃຈເລັກໜ້ອຍເພາະຊື່ລູກທົວຄົນນີ້ຄ້າຍໆຊື່ຄົນທີ່ລາວຮູ້ຈັກ ຍັງເຫຼືອເວລາພຽງ 10 ນາທີກໍ່ຈະຮອດໂມງອອກລົດ ຕຸ່ນຮູ້ສຶກກັງວົນໃຈ ນາງ ໝີນ້ອຍໝູ່ທີ່ເປັນໄກ້ນຳທ່ຽວອີກຄົນໜຶ່ງທີ່ໄປປະຕິບັດໜ້າທີ່ນຳກັນກັບຕຸ່ນໄດ້ຍ່າງມາຫາຕຸ່ນ ແລ້ວ ຖາມຕຸ່ນວ່າ: ທຸກຢ່າງຮຽບຮ້ອຍດີບໍ່, ຕຸ່ນກໍ່ຕອບໄປວ່າ: ຍັງລູກທົວຄົນໜຶ່ງບໍ່ທັນມາ, ນາງໝີນ້ອຍເຮັດທ່າຕົກໃຈເລັກໜ້ອຍ: ຫະ! ແລ້ວເພິ່ນໂທນຳລະ, ຕຸ່ນ: ກຳລັງຈະໂທນິລະ! ເມື່ອເວົ້າສຸດຄວາມຕຸ່ນກໍ່ຍ່າງລົງ ຈາກລົດ ແລະ ກົດເບີໂທລະສັບແລ້ວເອົາມາໃສ່ທີ່ຫູ ສຽງໂທລະສັບດັງຕື໊ດ…!ຕື໊ດ…!ຕື໊ດ… ແລະ ໂຕ້ກໍ່ມາຮອດ ເຊິ່ງອ້າຍຂອງລາວໄດຂັບລົດມາສົ່ງທີ່ໜ້າບໍລິສັດ ໂຕ້ໄດ້ກ່າວຂອບໃຈ ແລະ ກ່າວລາອ້າຍຕ້ອມ ຈາກນັ້ນກໍ່ຟ້າວຍ່າງເຂົ້າມາຫາລົດ ສຽງໂທລະສັບໃນດັງຂຶ້ນໃນຖົງໂສ້ງ ໂຕ້ໄດ້ຈົກອອກມາຮັບສາຍ: ຮາໂຫຼ! ຮາໂຫຼ! ແລ້ວທັງສອງກໍ່ໄດ້ພົບກັນ ການພົບກັນຄັ້ງນີ້ຖືວ່າເປັນຄັ້ງທຳອິດໃນຕະຫຼອດເວລາ 9 ປີ ທີ່ພວກເຂົາຈາກກັນ ພວກເຂົາໄດ້ແນມເບິ່ງໜ້າກັນດ້ວຍຫົວໃຈທີ່ເຕັ້ມແຮງ ບຶດໜຶ່ງໝີນ້ອຍກໍ່ອອກມາຮ້ອງ: ຕຸ່ນວ່າຈັ່ງໃດລູກຕິດຕໍ່ລູກທົວໄດ້ບໍ່! ທັງຕຸ່ນ ແລະ ໂຕ້ທີ່ກຳລັງຈ້ອງເບິ່ງໜ້າກັນກໍ່ສະເດີດຕື່ນ ແລ້ວຕຸ່ນກໍ່ຕອບໝີນ້ອຍດ້ວຍສຽງກະອຶກກະອັກໄປວ່າ: ມະ! ມາ ແລ້ວ, ຈາກນັ້ນຕຸ່ນກໍ່ເຊີນໂຕ້ຂຶ້ນໄປນັ່ງເທິງລົດ ແລ້ວກໍ່ພໍດີຮອດໂມງລົດອອກ ເສັ້ນທາງຈາກນະຄອນຫຼວງວຽງຈັນ – ສະຫວັນແມ່ນໝີນ້ອຍຮັບໜ້າທີ່ບັນລະຍາຍ ແລະ ສ້າງຄວາມບັນເທີງໃນລົດ ພໍຮອດແຂວງສະຫວັນນະເຂດ-ປາກເຊແມ່ນຕຸ່ນຮັບຜິດຊອບເປັນຄົນບັນລະຍາຍ ແລະ ສ້າງຄວາມບັນເທີງໃກ້ກັບລູກທົວ ເຊິ່ງວັນນີ້ຕຸ່ນຮູ້ສຶກອາຍໆ ຕິດໆຂັດໆແບບບໍ່ເຕັມຮ້ອຍຍ້ອນມີໂຕ້ເດີນທາງຮ່ວມ ໂດຍສະເພາະເວລາທີ່ເຫັນໂຕ້ຈ້ອງເບິ່ງໜ້າ ແລະ ສົ່ງຍີ້ມໃຫ້ເບົາໆ ຕຸ່ນແຮງຕື່ນເຕັ້ນ ແລະ ກໍ່ຟ້າວຫຼຽວໜ້າໜີລົບສາຍຕາໂຕ້ທັນທີ
ອ່ານຕໍ່ສະບັບໜ້າ (ຕອນຈົບ)
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌