Homeມູມໄອທີລາວຈີນກຽມສົງ ສະມາດໂພນງໍໄດ້ຂາຍແທ້ໃນປີນີ້

ຈີນກຽມສົງ ສະມາດໂພນງໍໄດ້ຂາຍແທ້ໃນປີນີ້

Published on

ໃຜ​ຢາກ​ໄດ້​ສະ­ມາດ​ໂຟນ (Smartphone) ງໍ​ໄດ້ ພັບ​ໄດ້ ຄວາມຝັນໃກ້ຈະເປັນຈິງແລ້ວ ເພາະ​ບໍ​ລິສັດ​ຈາກ​ຈີນ​ກຽມ​ສົ່ງ​ສະ­ມາດ​ໂຟນງໍ​ໄດ້ ​ສວມ​ໃສ່​ເປັນ​ປະ­ລັກ​ແຂນ ໄດ້​ແບບ​ສວຍ​ງາມ​ວາງ​ຂາຍ​ໃນ ໄວໆ​ນີ້.

Moxi Group ບໍ­ລິ­ສັດ Startup ທີ່​ອາດ​ຈະ​ບໍ່​ຄ່ອຍ​ເປັນ​ທີ່​ຮູ້­ຈັກ ກັນ​ປານ­ໃດ​ກຽມ​ວາງ​ຂາຍ​ສະ ມາດ​ໂຟນ​ງໍ​ໄດ້​ດ້ວຍ​ລາ­ຄາ​ເຄື່ອງ ລະ​ປະ­ມານ 5.000 ຢວນ ຫຼື ປະມານ 6,210,000ກີບ ພ້ອມ ສົ່ງ 100.000 ເຄື່ອງ​ພາຍ​ໃນ​ປີ​ນີ້.

ສຳ­ລັບ​ສະ­ມາດ​ໂຟນ​ຕົວ​ຈິງ ນັ້ນ​ຍັງ​ບໍ່​ມີ​ຮູບ​ອອກ​ມາ​ມີ​ພຽງ​ພາບ ເຣນ​ເດີ​ສາມ​ມິ​ຕິ​ດັ່ງ​ທີ່​ເຫັນ​ໃນ​ຮູບ ເທົ່າ​ນັ້ນ ຊຶ່ງ​ຈາກ​ທີ່​ເຫັນ​ໃນ​ຮູບ​ຈະ ເຫັນ​ວ່າ​ໂທລະ­ສັບ​ໄຮ​ເທັກ​ນີ້​ສາມາດ​ງໍ ເພື່ອ​ໃສ່​ເປັນ​ປະ­ລັກ​ແຂນ​ກໍ ໄດ້ ຫຼື ຈະ​ຄາຍ​ອອກ​ໃຫ້​ຢູ່​ໃນ​ລັກ​ສະ ນະ​ແທ່ງ​ຄື​ກັບ​ສະ­ມາດ​ໂຟນ​ປົກ­ກະ­ຕິ​ທົ່ວ​ໄປ​ກໍ​ໄດ້​ເຊັ່ນ​ກັນ.

ຈາກ​ການ​ສຳ­ພາດ​ຂອງ​ປະ ທານ​ບໍ­ລິ­ສັດ Moxi Group ລະ­ບຸ ວ່າ​ໂທລະ­ສັບ​ຮຸ່ນ​ນີ້​ຈະ​ສະ­ແດງ​ຜົນ ໜ້າ​ຈໍ​ດ້ວຍ​ສີ­ຂາວ​ດຳ​ເທົ່າ​ນັ້ນ ສຳ ລັບ​ຮຸ່ນ​ຈໍ​ສີ​ຈະ​ຕາມ​ອອກ​ມາ​ພາຍ ຫຼັງ​ໜ້າ​ຈໍ​ເຮັດ​ມາ​ຈາກ​ກຣາ​ຟີນ ຊຶ່ງ ເປັນ​ຄາ​ບອນ​ຊະ­ນິດ​ໜຶ່ງ​ມີ​ນ້ຳ­ໜັກ ເບົາ ຫົດ​ຢືດ​ໄດ້ ແລະ​ຄົງ​ທົນ ຢ່າງ ໃດ​ກໍ​ຕາມ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ໂທ ລະ​ພາບ​ຮຸ່ນ​ນີ້​ຈະ​ໂຄ້ງ​ງໍ​ໄດ້​ທັງ​ເຄື່ອງ ແບບ​ທີ່​ເຫັນ​ໃນ​ພາບ​ກໍ​ຍັງ​ມີ​ສ່ວນ ທີ່​ບໍ່​ສາ­ມາດ​ໂຄ້ງ​ງໍ​ໄດ້​ຢູ່ ຊຶ່ງ​ເປັນ ຈຸດ​ທີ່​ໃສ່​ແບັດ​ເຕີ​ຣີ ແລະ​ຊິບ​ປະ ມວນ​ຜົນ​ຕ່າງໆ​ນັ້ນ​ເອງ.

ທາງ​ບໍ­ລິ­ສັດ Moxi Group ລະ­ບຸ​ວ່າ​ຈະ​ຜະ­ລິດ​ໂທລະ­ສັບ​ຈຳ ໜ່າຍ​ສະ­ເພາະ​ໃນ​ປະ­ເທດ​ຈີນ​ກ່ອນ ຫາກ​ມີ​ຄວາມ​ຕ້ອງ­ການ​ຫຼາຍ​ກໍ ອາດ​ຈະ​ເຮັດ ເພື່ອ​ສົ່ງ​ອອກ​ຂາຍ ຕ່າງ­ປະ­ເທດ​ໃນ​ພາຍ­ຫຼັງ ຖ້າ​ມີ​ຮູບ ຜະ­ລິດ​ຕະ​ພັນ​ຕົວ​ຈິງ ຫຼື ມີ​ຂ່າວ​ອັບ ເດດ​ເພີ່ມ​ເຕີມ​ເຮົາ​ຈະ​ນຳ​ມາ​ລາຍ ງານ​ໃຫ້​ຮັບ​ຊາບ​ກັນ​ຕໍ່​ໄປ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...