spot_img
HomeBaby-ແມ່ແລະເດັກເດັກນ້ອຍທີ່ເປັນໂຣກຫອບຫືດ ເຮົາຄວນດູແລແນວໃດ

ເດັກນ້ອຍທີ່ເປັນໂຣກຫອບຫືດ ເຮົາຄວນດູແລແນວໃດ

Published on

ວັນນີ້ເຮົາມາຮູ້ຈັກວິທີການດູແລເດັກນ້ອຍທີ່ປ່ວຍເປັນໂຣກຫອບຫືດ ກັນ ເຮົາມາເບິ່ງກັນວ່າຈະມີວິທີໃດແດ່

1. ຫຼີກລ່ຽງສານທີ່ຈະເຮັດໃຫ້ເດັກນ້ອຍເກີດອາການຫອບຫືດເຊັ່ນ: ຄັວນຢາສູບ, ສະພາບອາກາດທີ່ອັບຊື້ນ, ບ່ອນທີ່ມີຝຸ່ນ, ຫ້ອງນອນຕ້ອງສະອາດບໍ່ມີຝຸ່ນ ແລະ ອາກາດຕ້ອງປອດໂປ່ງ, ອາຫານການກິນແມ່ນຕ້ອງສະອາດ

ຜູ້ປ່ວຍທີ່ມີອາການຂອງໂຣກຫອບຫືດຈາກສາເຫດການແພ້ອາຫານເຊັ່ນ: ເດັກນ້ອຍອາດແພ້ນົມງົວ, ໄຂ່ ຫຼື ອາຫານທະເລ ສະນັ້ນອາຫານທີ່ຈະໃຫ້ເດັກນ້ອຍທີ່ເປັນໂຣກຫອບຫືດກິນຄວນຫຼີກລ່ຽງອາຫານປະເພດນີ້

ບໍລິເວນທີ່ມີຜູ້ຄົນຈຳນວນຫຼາຍແອອັດ ຫຼື ບ່ອນທີ່ອາກາດຖ່າຍເທບໍ່ສະດວກ ຈະເຮັດໃຫ້ເດັກນ້ອຍຕິດເຊື້ອພະຍາດໄດ້ ຈິ່ງຕ້ອງຫຼີກລ່ຽງເຊັ່ນກັນ ຮວມເຖິງສັດລ້ຽງປະເພດມີຂົນຫຼາຍເຊັ່ນ: ໝາ, ແມວ ເປັນຕົ້ນ

2. ໃຊ້ຢາຕ່າງໆທີ່ແພດແນະນຳຢ່າງຖືກຕ້ອງສະໝ່ຳສະເໝີ

3. ຕິດຕາມຜົນການຮັກສາຕາມທີ່ແພດນັດ ຫາກມີໂອກາດທ່ານຄວນຕິດຕາມສະພາບການເຮັດວຽກຂອງປອດປີລະ 1-2 ເທື່ອ ຫຼື ຕາມທີ່ແພດແນະນຳ ເພາະໃນກໍລະນີທີ່ການເຮັດວຽກຂອງປອດຜິດປົກກະຕິ ອາດຈະຕ້ອງກວດເບິ່ງເລື່ອຍໆ ຈົນກວ່າລະດັບການເຮັດວຽກຂອງປອດຈະໃກ້ຄຽງປົກກະຕິ

4. ການອອກກຳລັງກາຍຖືເປັນສິ່ງຈຳເປັນສຳລັບເດັກນ້ອຍ ຈາກການສຶກສາສະພາບຂອງປອດພົບວ່າເດັກນ້ອຍຜູ້ທີ່ມັກຫຼິ້ນກີລາຈະມີປອດດີກວ່າເດັກທົ່ວໄປ 20-40% ດັ່ງນັ້ນການອອກກຳລັງກາຍເບົາໆ ວັນລະໜ້ອຍຈະຊ່ວຍຟື້ນຟູສະພາບຮ່າງກາຍຂອງເດັກທີ່ເປັນໂຣກຫອບຫືດໃຫ້ແຂງແຮງຂຶ້ນໄດ້

 

ທີ່ມາ: http://haamor.com/

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...