ອ່ານຕໍ່ຈາກສະບັບກ່ອນ
ໂຕ້ໄດ້ແລ່ນນຳກົ້ນລົດຂີ້ເຫຍື້ອທັງແລ່ນທັງຮ້ອງໃສ່ລົດເກັບຂີ້ເຫຍື້ອ ໄລຍະຈາກເຮືອນລາວມາກໍ່ໄກເຕີບ ຈົນເຮັດໃຫ້ລາວຮູ້ສຶກອິດເມື່ອຍແຕ່ກໍ່ບໍ່ຍອມແພ້ ແລະ ຊາວບ້ານໃນບໍລິເວນນັ້ນກໍ່ເອີີນລົດຂີ້ເຫຍື້ອໃຫ້ຈອດຊ່ວຍ ໃນທີ່ສຸດພະນັກງານລົດຂີ້ເຫຍື້ອຄົນທີ່ນັ່ງຢູ່ທ້າຍລົດເກັບຂີ້ເຫຍື້ອກໍ່ໄດ້ຍິນ ແລະ ສົ່ງສັນຍານໃຫ້ລົດຈອດ ໂຕ້ມີສະພາບອ່ອນແຮງຫາຍໃຈທາງປາກ ເຫື່ອໄຫຼໄຄ່ຍ່ອຍເຕັມຕົວ ເພາະເມື່ອຍຈາກການແລ່ນຈົນຮອກສິບໍ່ມີແຮງຢືນ ພະນັກງານລົດຂີ້ເຫຍີ້ອໄດ້ແນມເບິ່ງໂຕ້ ແລະ ມີຄົນໜຶ່ງຖາມໄປວ່າ: ມີຫຍັງບໍ່ບ່າວ, ໂຕ້ໄດ້ແນມເບິ່ງໜ້າພະນັກງານລົດຂີ້ເຫຍື້ອທັງສອງແລ້ວເວົ້າຕອບໄປດ້ວຍນ້ຳສຽງຕິດໆຂັດໆວ່າ: ຂ້ອຍຂໍຄວາມຊ່ວຍເຫຼືອແນ່ບ່າວ! ຂ້ອຍຢາກຄົ້ນຖົງຂີ້ເຫຍື້ອທີ່ພວກເຈົ້າຫາກໍ່ເອົາຂຶ້ນລົດກີ້ນີ້ ເພາະຂ້ອຍລືມເຄື່ອງສຳຄັນຫຼາຍໃນຖົງນັ້ນ, ພະນັກງານລົດຂີ້ເຫຍື້ອທັງສອງຄົນໄດ້ແນມເບິ່ງໜ້າກັນແລ້ວມີຄົນໜຶ່ງຕອບກັບມາວ່າ: ດຽວຖາມອ້າຍໃຫຍ່ກ່ອນເດີ້, ຈາກນັ້ນພະນັກງານລົດຂີ້ເຫຍື້ອຄົນໜຶ່ງກໍ່ລົງຈາກຫຼັງລົດແລ້ວຍ່າງໄປຫາໂຊເຟີລົດ ແລະ ໂຕ້ກໍ່ຍ່າງຕາມຫຼັງໄປ ທຳອິດໂຊເຟີລົດບໍ່ຍອມໃຫ້ໂຕ້ຄົ້ນຖົງຂີ້ເຫຍື້ອ ເພາະຈະເຮັດໃຫ້ເສຍເວລາໃນການເຮັດວຽກແຕ່ໂຕ້ທັງຮ້ອງຂໍທັງນົບເພື່ອໃຫ້ໃຫ້ໂຊເຟີ້ຂັບລົດຂີ້ເຫຍື້ອເຫັນໃຈ ແລ້ວໂຊເຟີ້ລົດກໍ່ອະນຸຍາດໃຫ້ໂຕ້ຄົ້ນຖົງຂີ້ເຫຍື້ອໄດ້ພາຍໃນ 10 ນາທີຕ້ອງແລ້ວ ແລະ ໂຕ້ຕ້ອງຂຶ້ນໄປຄົ້ນຖົງຂີ້ເຫນື້ອຢູ່ເທິງລົດ ເຊິ່ງໂຕ່ກໍ່ປະຕິບັດຕາມນັ້ນ ເທິງລົດທັງເໝັນທັງສົກກະປົກ ກິ່ນມັນເຮັດໃຫ້ລາວປວດຮາກຫຼາຍຄັ້ງ ແຕ່ໂຕ້ກໍ່ບໍ່ທໍ້ພະຍາຍາມແກະຖົງຂີ້ເຫຍື້ອດ້ວຍຄວາມໄວຊອກຖົງນັ້້ນກໍ່ບໍ່ພົບ ຖົງນີ້ກໍ່ບໍ່ພົບ ແກະຕັ້ງຫຼາຍຖົງກໍ່ຍັງບໍ່ພົບຈົນໝົດເວລາກໍ່ຍັງບໍ່ພົບອີກ ເຊິ່ງໂຕ້ໄດ້ນົບຂໍເວລາເພີ່ມກັບທາງພະນັກງານເກັບຂີ້ເຫຍື້ອເພື່ອຂໍຄົ້ນຕໍ່ໄປຕື່ມອີກ 5 ນາທີ ຈົນພະນັກງານຍອມໃຈອ່ອນໃຫ້ລາວຊອກຫາອີກ ແຕ່ກໍ່ບໍ່ພົບຈົນໝົດເວລາໂຕ້ກໍ່ຍັງບໍ່ຢາກເຊົາຄົ້ນຫາ ແຕ່ກໍ່ຈຳເປັນເພາະທາງພະນັກງານລົດຂີ້ເຫຍື້ອບໍ່ອະນຸຍາດໃຫ້ຄົ້ນອີກແລ້ວ ຈົນພະນັກງານລົດຂີ້ເຫຍື້ອຄົນໜຶ່ງສົງໃສວ່າສິ່ງທີ່ໂຕ້ຊອກຫາມັນແມ່ນຫຍັງ ສຳຄັນພຽງໃດເລີຍຖາມໂຕ້ໄປວ່າ: ສິ່ງທີ່ເຈົ້າຫາມັນແມ່ນຫຍັງບ່າວ? ຄຳຫວາ, ໂຕ້ກໍ່ຕອບຊາຍຄົນນັ້ນໄປດ້ວຍນ້ຳສຽງເມື່ອຍໆໄປວ່າ: ບໍ່ແມ່ນຄຳດອກ? ແຕ່ມັນສຳຄັນກວ່ານັ້ນ? ຂອບໃຈເດີ້ທີ່ໃຫ້ຂ້ອຍຄົ້ນຂີ້ເຫຍື້ອ ເມື່ອເວົ້າສຸດໂຕ້ກໍ່ລົງຈາກລົດ ແລະ ຍ່າງອ່ອນແຮງມາຮອດເຮືອນ ພໍມາຮອດເຮືອນທັງພໍ່ແມ່ ແລະ ອ້າຍຂອງລາວຕ່າງກໍ່ຕົກໃນທີ່ເຫັນສະພາບໂຕ້ທັງເປື້ອນທັງເໝັນ ຈົນບໍ່ມີໃຜກ້າເຂົ້າມາຖາມໃກ້ ແລ້ວລາວກໍ່ຍ່າງໄປອາບນ້ຳປ່ຽນເຄື່ອງ ແລະ ລາວໄດ້ໄປນັ່ງເສົ້າທີ່ຫ້ອງນອນຄົນດຽວໂຕ້ຮູ້ສຶກເສຍໃຈທີ່ບໍ່ສາມາດຮັກສາສົບໝອນຂອງຕູ່ນໄວ້ໄດ້
ວັນນີ້ເຂົ້າວັນທີສາມແລ້ວທີ່ຕຸ່ນບໍ່ໄດ້ຕິດຕໍ່ກັບໂຕ້ ແລະ ມື້ນີ້ກໍ່ເປັນວັນອາທິດເຊິ່ງປົກກະຕີແລ້ວໂຕ້ຕ້ອງມາສອນບົດຮຽນໃຫ້ຕຸ່ນແຕ່ໂຕ້ກໍ່ບໍ່ມາເປັນອີກວັນທີ່ຕຸ່ນຕ້ອງຄອຍເກີ້ ຕຸ່ນຮູ້ສຶກແປກໃຈກັບການກະທຳຂອງໂຕ້ ຕຸ່ນຄິດວ່າເທື່ອນີ້ໂຕ້ຄົງຈະຄຽດໃຫ້ລາວແທ້ ຮອດຕອນແລງລາວໄດ້ໂທລະສັບໄປທີ່ເຮືອນຂອງໂຕ້ເພື່ອຈະໂທງໍ້ ແລະ ຖາມເຫດຜົນ ສຽງໂທລະສັບທີ່ເຮືອນໂຕ້ໄດ້ດັງຂຶ້ນ 3-4 ເທື່ອ ແລະໂຕ້ທີ່ກຳລັງຜ່ານມາພໍດີຮັບສາຍ
ໂຕ້: ຮາໂຫຼ
ຕຸ່ນເຮັດນ້ຳສຽງດີໃຈທີ່ໄດ້ຍິນສຽງໂຕ້: ຮາໂຫຼໂຕ້! ເພິ່ນຫາຍໄປໃສມາວານນີ້ ກັບມື້ນີ້ເຂົາຖ້າເພິ່ນໝົດມື້ເລີຍ ແຕ່ບໍ່ເຫັນເພິ່ນມາ ເພີ່ນຄາວຽກຫວາ ເພິ່ນຮູ້ບໍ່ເຂົາເຊົາຄຽດໃຫ້ເພິ່ນແລ້ວໃດ໋ ເຂົາບໍ່ເຫັນໜ້າເພິ່ນເຂົາຄິດຮອດເພິ່ນແຮງໆໆໆໆໆ
ໂຕ້ມິດບໍ່ປາກຫຍັງເພາະເວົ້າບໍ່ອອກ ຫົວໃຈຄືມັນແໜ້ນໄປໝົດຄວາມຄິດໂຕ້ສັບສົນວຸ້ນວາຍໃຈໜຶ່ງກໍ່ຢາກກັບໄປຄືນດີກັບຕຸ່ນຄືນ ແຕ່ໃຈໜຶ່ງກໍ່ຢາກຕັດໃຈຈາກຕຸ່ນ ເພາະນີ້ມັນຄົງເປັນວິທີທີ່ດີທີ່ສຸດໃນຕອນນີ້ ລາວມີແຕ່ຟັງຕຸ່ນເວົ້າຝ່າຍດຽວ ຈາກນັ້ນກໍ່ວາງສາຍຕຸ່ນ ເຊິ່ງຕຸ່ນເອງກໍ່ຍິ່ງແປກໃຈທັງໃຈຮ້າຍມຫ້ໂຕ້ທີ່ບັງອາດວາງສາຍໃສ່ຕົນ ຕຸ່ນໄດ້ໂທກັບໄປຫາໂຕ້ອີກຄັ້ງ ແຕ່ບໍ່ມີຄົນຮັບ ຕຸ່ນພະຍາຍາມໂທຈົນມີຄົນຮັບແຕ່ຜູ້ທີ່ຮັບສາຍບໍ່ແມ່ນໂຕ້ ແຕ່ແມ່ນພໍ່ໂຕ້ແທນຕຸ່ນໄດ້ຖາມຫາໂຕ້ ແລະ ພໍ່ຂອງໂຕ້ກໍ່ຕອບໄປວ່າໂຕ້ລັບແລ້ວຕຸ່ນເກງໃຈເລີຍວາງສາຍ ຕຸ່ນຮູ້ສຶກຫງຸດງິດຕົນບອກບໍ່ຖືກເລີຍ ສ່ວນໂຕ້ກໍ່ເປັນອີກຄືນທີ່ຕ້ອງນອນທຳໃຈດ້ວຍຄວາມເຈັບປວດອີກຄັ້ງ
ເຊົ້າວັນຈັນທີ່ໂຮງຮຽນຕອນລຽນແຖວເຄົາລົບທຸງຊາດວັນນີ້ໂຕ້ໄດ້ໄປຢືນຂ້າງກະຕ່າຍ ເຊິ່ງກະຕ່າຍຮູ້ສຶກມີຄວາມສຸກຫຼາຍທີ່ມີໂຕ້ມາຢືນຄຽງຂ້າງ ແຕ່ຕຸ່ນຮູ້ສຶກບໍ່ພໍໃຈທີ່ໂຕ້ເຮັດແບບນັ້ນ ເມື່ອເລີກລຽນແຖວຕຸ່ນກໍ່ໄດ້ຍ່າງໄປຫາໂຕ້ແຕ່ວັນນີ້ໂຕ້ບໍ່ຖ້າ ແລະ ຍ່າງໄປກັບກະຕ່າຍໂດຍບໍ່ຖ້າຕຸ່ນເລີຍ ແລະ ໃນຊົ່ວໂມງເລີກຫຼິ້ນປົກກະຕິໂຕ້ຈະມານັ່ງຫຼິ້ນກັບຕຸ່ນ ຫຼື ໄປນັ້ນມານີ້ນຳກັບກັບຕຸ່ນ ແຕ່ມື້ນີ້ໂຕ້ພັດບໍ່ສົນໃຈຕຸ່ນແຕ່ຫັນໄປສົນໃຈກະຕ່າຍແທນ ເຊິ່ງມັນດຮັດໃຫ້ຕຸ່ນງົງໄປກັນໃຫຍ່ ເອະ! ນີ້ມັນເກີດບ້າອີ່ຫຍັງຂຶ້ນ (ຕຸ່ນຈົ່ມ) ເປັນເວລາ 3-4 ວັນທີ່ໂຕ້ເຮັດແບບນີ້ຕຸ່ນອົດບໍ່ໄດ້ກໍ່ເລີຍໄປຖາມໂຕ້ຕົງໆ ຕຸ່ນໄດ້ຍ່າງຊອກໂຕ້ໄປທົ່ວເດີ່ນໂຮງຮຽນ ແລະ ກໍ່ໄປພົບທີ່ຫຼັງຫ້ອງຮຽນ ລາວໄດ້ເຫັນໂຕ້ກັບກະຕ່າຍກຳລັງລົມກັນ ຕຸ່ນໄດ້ຍ່າງເຂົາໄປຫາທັງສອງຄົນດ້ວຍສີໜ້າບໍ່ພໍໃຈ ຕຸ່ນໄດ້ຈັບແຂນໂຕ້ດຶງຂຶ້ນເພື່ອໃຫ້ໄປກັບຕົນເອງ ເຊິ່ງກະຕ່າຍກໍ່ບໍ່ຍອມແນ່ນອນລາວໄດ້ຈັບແຂນອີກເບື້ອງຂອງໂຕ້ໄວ້ ສາຍຄາຂອງທັງສອງສາວໄດ້ປະທະກັນຍ່າງຮຸນແຮງ ໂຕ້ຢ້ານສອງສາວລຸກຂຶ້ນມາຕົບກັນ ໂຕ້ໄດ້ຫັນໜ້າໄປບອກກັບກະຕ່າຍໃຫ້ຖ້າບຶດໜຶ່ງດຽວລາວຈະກັບມາ ຈາກນັ້ນໂຕ້ກໍ່ລຸກຍ່າງໄປກັບຕຸ່ນ, ຕຸ່ນໄດ້ຖາມໂຕ້ຫຼາຍອັນຫຼາຍແນວບໍ່ວ່າຈະເປັນເລື່ອງທີ່ໂຕ້ຄືວາງສາຍໂທລະສັບໃສ່, ແລ້ວເສົາ-ອາທິດທີ່ຜ່ານມາຄືບໍ່ໄປສອນໜັງສືໃຫ້ຄືເກົ່າ, ເປັນຫຍັງໂຕ້ຄືເຮັດຕົວຫ່າງເຫີນ, ເປັນຫຍັງຄືໄປຢູ່ກັບກະຕ່າຍໄດ້ ແຕ່ໂຕ້ກໍ່ທິດຫງຽບບໍ່ປາກຫຍັງ ເຊິ່ງມັນເຮັດໃຫ້ຕຸ່ນເກີດອາລົມໂມໂຫໃຫ້ໂຕ້ແບບບໍ່ເຄີຍເປັນມາກ່ອນ ຕຸ່ນເລີຍເອົາມືຍູ້ໆ ແລະ ຄາດຄັ້ນໃຫ້ໂຕ້ເວົ້າແຕ່ໂຕ້ກໍ່ຍັງບໍ່ເວົ້າ ຈົນກະຕ່າຍທີ່ຍ່າງຕາມມານຳຫຼັງທົນບໍ່ໄດ້ ລາວເລີຍຍ່າງມາຍູ້ຕຸ່ນອອກໄປຈາກໂຕ້ແລ້ວເວົ່າວ່າ: ພໍໄດ້ແລ້ວຕຸ່ນ ເພິ່ນເລີກຖາມໂຕ້ໄດ້ແລ້ວ ທີ່ໂຕ້ລາວເປັນແບບນີ້ ເພາະລາວເບື່ອເພິ່ນແລ້ວ ແລະ ເພິ່ນກໍ່ຈົ້ງຮູ້ໄວ້ວ່າຕອນນີ້ ເຂົາກັບໂຕ້ກຳລັງຄົບກັນຢູ່, ທຳອິດຕຸ່ນບໍ່ເຊື່ອກໍ່ເລີຍຫັນໄປຖາມເອົາຄວາມຈິງຈາກໂຕ້ດ້ວຍຄວາມສົງໃສ: ທີ່ກະຕ່າຍເວົ້າແມ່ນຄວາມຈິງຫວະໂຕ້! ໂຕ້ກໍ່ຍັງບໍ່ປາກເຮັດພຽງແຕ່ງຶກຫົວ ພຽງເທົ່ານີ້ຕຸ່ນກໍ່ຮູ້ສຶກຕົກໃຈຢ່າງແຮງລາວບໍ່ຄິດເລີຍວ່າຈະມີເລື່ອງແບບນີ້ເກີດຂຶ້ນໄດ້ ຕຸ່ນໄດ້ຟ້າວແລ່ນໜີຈາກໂຕ້ ແລະ ກະຕ່າຍທັນທີ
ຄືນນີ້ຕຸ່ນບໍ່ມີອາລົມທີ່ຈະລົມໂທລະສັບກັບສົມຈິດເລີຍ ຕຸ່ນລົມກັບສົມຈິດໄດ້ບຶດໜຶ່ງກໍ່ຂໍວາງສາຍໂດຍໃຫ້ເຫດຜົນວ່າມື້ນີ້ປວດຫົວແຮງ ຫຼັງຈາກວາງສາຍໂທລະສັບແລ້ວຕຸ່ນກໍ່ມານັ່ງອ່ານນັ່ງສືທີ່ຫ້ອງນອນແຕ່ວັນນີ້ຕຸ່ນບໍ່ມີສະມາທິອ່ານໜັງສືເລີຍຢູ່ດີໆຕຸ່ນກໍ່ຢ່າກຮ້ອງໄຫ້, ຢູ່ດີໆນ້ຳຕາກໍ່ໄຫລ ຕຸ່ນຮູ້ສຶກເສຍໃຈເໝືອນສູນເສຍຂອງຮັກຂອງຫວງໄປໂດຍບໍ່ຮູ້ຕົວ
ອ່ານຕໍ່ສະບັບໜ້າ
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌