spot_img
Homeເກັບຕົກ-ເລື່ອງແປກມີວັດຖຸແປກປະລາດຕົກມາແຕ່ທ້ອງຟ້າທີ່ ບ້ານນໍ້າປາ ເມືອງວິລະບູລີ ແຂວງສະຫວັນນະເຂດ

ມີວັດຖຸແປກປະລາດຕົກມາແຕ່ທ້ອງຟ້າທີ່ ບ້ານນໍ້າປາ ເມືອງວິລະບູລີ ແຂວງສະຫວັນນະເຂດ

Published on

ມີວັດຖຸແປກປະລາດຕົກມາແຕ່ທ້ອງຟ້າທີ່ ບ້ານນໍ້າປາ ເມືອງວິລະບູລີ ແຂວງສະຫວັນນະເຂດ

ມື້ນີ້ວັນທີ30/5/2016 ເວລາ10:46ໂມງ ຜ່ານມານີ້ ໄດ້ມີເຫດການສຽງດັງເກີດຂື້ນຢູ່ເທິງຟ້າຕຶ້ງໆທີ່ ບ້ານນໍ້າປາ ເມືອງວິລະບູລີ ແຂວງສະຫວັນນະເຂດ ໂດຍທຳອິດປະຊາຊົນຄິດວ່າແມ່ນຟ້າຮ້ອງ ແຕ່ ໃນຂະນະເວລາທີ່ສຽງດັງເຊົາແລ້ວ ມີຊາວນາຄົນໜຶ່ງອອກໄປນາແລ້ວພໍໄວັດຖຸແປກປະລາດເປັນເສດເຫລືອຕົກລົງມາໃສ່ທົ່ງນາເພີ່ນ ເພິ່ນໄດ້ເກັບເອົາມາຮອດເຮືອນແລ້ວນໍາມາວັດແທກເບີ່ງປະກົດວ່າວັດຖຸດັ່ງກ່າວຍາວ135 ກວ້າງ 37 ເຊັນຕິແມັດ.

 

ທີ່ມາ: ໂຕະນ້ຳຊາ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...