ອ່ານຕໍ່ຈາກສະບັບກ່ອນ
ເມື່ອໂຕ້ຮ້ອງເພງຈົບແລ້ວຕຸ່ນກໍ່ຕົບມືໃຫ້ ແລະ ເວົ້າກັບໂຕ້ວ່າ: ມ່ວນຫຼາຍເພິ່ນ! ເຂົາບໍ່ເຄີຍຮູ້ເລີຍວ່າເພິ່ນຫຼິ້ນກີ່ຕ້າໄດ້ ແລະ ຮ້ອງເພງໄດ້ມ່ວນປານນີ້
ໂຕ້ກໍ່ຍິ້ມຮັບ ແລະ ຕອບໄປວ່າ: ເຂົາຮຽນດີດກີຕ້າກັບອ້າຍ ເພື່ອຫຼິ້ນໃຫ້ຄົນພິເສດຟັງເທົ່ານັ້ນ ແລະ ເພິ່ນກໍ່ເປັນຄົນພິເສດຂອງເຂົາ
ເມື່ອຕຸ່ນໄດ້ຍິນແບບນັ້ນຕຸ່ນກໍ່ຍິ້ມເບົາໆ ແລະ ເວົ້າໄປວ່າ: ຂອບໃຈເຖົ້າ ເພິ່ນເປັນເພື່ອທີ່ໜ້າຮັກ ແລະ ເປັນຄົນທີ່ພິເສດໃນຊີວິດເຂົາສະເໝີ
ໂຕ້ໄດ້ຈ້ອງເບິ່ງທີ່ໜ້າຕຸ່ນດ້ວຍສາຍຕາຫວານຊຶ້ງ ແລະ ເວົ້າໄປວ່າ: ຕຸ່ນ! ເຂົາມີເລື່ອງຈະບອກເພິ່ນ…ຄື… ໃນໃຈຂອງລາວຕອນນັ້ນມັນຮູ້ສຶກເຕັ້ນແຮງ ມີຄຳເວົ້າຫຼາຍໆຄຳທີ່ກຽມຄຳເວົ້າມາແຕ່ເຮືອນ ແຕ່ໂຕ້ກໍ່ບໍ້ຮູ້ວ່າຈະບອກໄປແນວໃດດີ ເຊິ່ງຕຸ່ນເອງກໍ່ຖ້າຟັງ ແຕ່ໂຕ້ຍັງບໍ່ທັນໄດ້ເວົ້າອອກໄປຊ້ຳ ສຽງປະກາດທາງໂທລະໂຄ່ງໂຮງຮຽນກໍ່ດັງຂຶ້ນ ອາຈານໄດ້ປະກາດວ່າ: ນາງ ໄພລິນ (ຕຸ່ນ) ຫ້ອງ 6/1 ຂຶ້ນມາຮັບເອົາກ່ອງເຄື່ອງຝາກຈາກປາກທີ່ຫ້ອງການຄູ (ສຽງປະກາດຊື່ສອງສາມເທື່ອ)
ເມື່ອຕຸ່ນໄດ້ຍິນວ່າອາຈານປະກາດຊື່ຕົວເອງໃຫ້ໄປຮັບເຄື່ອງທີ່ຫ້ອງການຕຸ່ນກໍ່ຟ້າວລຸກໄປທັນທີ ໂຕ້ກໍ່ຮູ້ສຶກເສຍດາຍທີ່ບໍ່ທັນໄດ້ເວົ້າຊ້ຳ ລາວເຮັດໄດ້ພຽງແນມເບິ່ງຕຸ່ນແລ່ນໄປທີ່ຫ້ອງການ ເມື່ອຕຸ່ນໄດ້ຮັບກ່ອງເຄື່ອງຈາກອາຈານແລ້ວລາວກໍ່ຍົກມືນົບ ແລະ ກ່າວຄຳຂອບໃຈອາຈານຈາກນັ້ນລາວກໍ່ຟ້າວຖືກ່ອງສີ່ຫຼ່ຽມຂະໜາດບໍ່ໃຫຍ່ປານໃດຫໍ່ດ້ວຍເຈ້ຍສີຂາວຈ່າໜ້າກ່ອງຜູ້ສົ່ງ ມາຈາກ ທ້າວ ສົມຈິດ ມສ. ປາກເຊອອກມາຈາກຫ້ອງການ ແລະ ຍ່າງມຸ່ງໜ້າມາຫາໂຕ້ທີ່ພວມນັ່ງຖ້າຢູ່ບ່ອນເກົ່າດ້ວຍສີໜ້າຍິ້ມແຍ້ມເບີກບານຕອນນັ້ນຕຸ່ນຮູ້ສຶກມີຄວາມສຸກຫຼາຍກັບກ່ອງເຄື່ອງຝາກທີ່ໄດ້ຮັບມາ ຕຸ່ນໄດ້ເອົາກ່ອງເຄື່ອງຝາກໄປແກະໂຊໃຫ້ໂຕ້ເບິ່ງ ເຊິ່ງຕອນນັ້ນລາວບໍ່ໄດ້ຄິດເຖິງຈິດໃຈໂຕ້ເລີຍວ່າການທີ່ລາວເຮັດແບບນີ້ໂຕ້ຈະຮູ້ສຶກເຈັບຊ້ຳນ້ຳໃຈພຽງໃດ ລາວຄິດແຕ່ພຽງຢາກອວດເຄື່ອງໃນກ່ອງໃຫ້ໂຕ້ສ່ຽວຮັກໄດ້ເຫັນເທົ່ານັ້ນ ຕຸ່ນຄ່ອຍໆໄຂກ່ອງອອກມາດ້ວຍຄວາມປານີດລາວຄ່ອຍແກະສະກັອດທີ່ຕິດກ່ອງອອກ ແລະ ຄ່ອຍເປີດຝາກ່ອງອອກ ເຊິ່ງເຄື່ອງທາງໃນນັ້ນແມ່ນກ່ອງດົນຕີ ເຊິ່ງເປັນສິ່ງທີ່ຕຸ່ນຢາກໄດ້ທີ່ສຸດເມື່ອຕອນທີ່ລົມໂທລະສັບ ສົມຈິດເຄີຍຖາມວ່າຂອງຂັວນວັນເກີດຕຸ່ນຢາກໄດ້ຫຍັງ ແລະ ຕຸ່ນກໍ່ຕອບໄປວ່າລາວຢາກໄດ້ກ່ອງດົນຕີເພງ ແຕ່ບໍ່ຄິດວ່າສົມຈິດຈະຊື້ໃຫ້ລາວແທ້ ໂຕ້ໄດ້ແນມເບິ່ງຕຸ່ນທີ່ກຳລັງມີຄວາມສຸກກັບຂອງຂັວນທີ່ລາວໄດ້ຮັບຈາກໜຸ່ມປາກເຊດ້ວຍແວວຕາເສົ້າ ແລະ ຫົວໃຈທີ່ເຈັບຊ້ຳ ນອກຈາກຈະມີກ່ອງດົນຕີແລ້ວໃນກ່ອງເຄື່ອງຝາກຍັງມີໃບກັກຂະ ໜາດກາງສີບົວໜຶ່ງໃບ ເມື່ອຕຸ່ນຢື່ນມີໄປກຳລັງຈະຈັບມາອ່ານ ໂຕ້ກໍ່ໄດ້ຈັບມາອ່ານຕັດໜ້າ ຕຸ່ນໄດ້ພະຍາຍາມຍາດເອົາກັກຈາກໂຕ້ແຕ່ໂຕ້ກໍ່ບໍ່ໃຫ້ພວກເຂົາໄດ້ຍາດກັນໂຕ້ໄດ້ຢືນຂຶ້ນແລະຈັບກັກແຜ່ນນັ້ນຊູຂຶ້ນສູງໆ ຕຸ່ນກໍ່ພະຍາຍາມຢື້ເອົາແຕ່ບໍ່ເຖິງ ແລະ ໂຕ້ກໍ່ພະຍາຍາມອ່ານເນື້ອໃນຈົນທີ່ສົມຈິດຂຽນມາເຖິງຕຸ່ນຈົນຈົບເມື່ອອ່ານຈົບແລ້ວໂຕ້ຈົນເກືອບຊັອກ ລາວຢືນນິ້ງເສີຍບໍ່ປາກບໍ່ເວົ້າຫຍັງແຂນລາວທັງສອງເໝືອນອ່ອນແຮງລ່ອຍລົງທັນທີຕຸ່ນກໍ່ຟ້າວຈັບເອົາກັກຈາກມືໂຕ້ດ້ວຍສີໜ້າອາລົມທີ່ບໍ່ພໍໃຈຢ່າງແຮງ ເມື່ອໄດ້ໃບກັກຈາກມືໂຕ້ແລ້ວຕຸ່ນກໍ່ຟ້າວເກັບເຄື່ອງຂອງລາວທັງໝົດແລ້ວຍ່າງໄປຈາກໂຕ້ທັນທີດ້ວຍສີໜ້າບູດບຶ້ງ ຕອນນັ້ນໂຕ້ຮູ້ສຶກເສຍໃຈແຮງລາວກືນນ້ຳຕາລົງຄໍດວງຕາລາວເປັນສີແດງ, ໜ້າແດງເໝືອນຄົນຮ້ອງໄຫ້ພຽງແຕ່ນ້ຳຕາລູກຜູ້ຊາຍມັນບໍ່ໄຫລອອກມາທາງນອກກໍ່ເທົ່ານັ້ນເອງ ກະຕ່າຍທີ່ຄອຍຢືນເບິ່ງລັບໆ ກໍ່ຮູ້ສຶກເຈັບປວດທໍລະມານຫົວໃຈບໍ່ໜ້ອຍກວ່າໂຕ້ເລີຍ ເພາະລາວຮູ້ສຶກເຖິງອາລົມຂອງຄົນທີ່ຮັກເຂົາຂ້າງດຽວໄດ້ເປັນຢ່າງດີ ເຖິງສຽງແປັ່ງເລີກຮຽນຈະດັງຂຶ້ນ ນັກຮຽນທຸກຄົນພາກັນລັ່ງເມື່ອ ແຕ່ໂຕ້ກໍ່ຍັງຢືນຊຶງຢູ່ບ່ອນເກົ່າລາວໄດ້ຄິດເຖິງເລື່ອງລາວຄືນຫຼັງວ່າສອງຄົນນັ້ນຕິດຕໍ່ກັນໄດ້ແນວໃດ ແລ້ວລາວກໍ່ໄດ້ຄຳຕອບວ່າ ສອງຄົນນັ້ນລັກຕິດຕໍ່ກັນ ລົມກັຍຜ່ານໂທລະສັບທຸກຄືນ ເພາະທຸກຄືນໂຕ້ຈະລອງໂທຫາຕຸ່ນຄືນລະ 2-3 ຄັ້ງ ແຕ່ສາຍກໍ່ບໍ່ວ່າງຈັກເທື່ອ ລອງຝາກຂໍ້ຄວາມນຳຄື້ນວິທະຍຸໃຫ້ປະກາດໃຫ້ເໝືອນທີ່ເຄີຍເຮັດແຕ່ຕຸ່ນກໍ່ບໍ່ໂທກັບ ເພາະຕຸ່ນບໍ່ໄດ້ຟັງວິທະຍຸ ຍ້ອນລາວຄາລົມໂທລະສັບກັບບ່າວປາກເຊ ໂຕ້ຮູ້ສຶກກ້າວຂາບໍ່ອອກ ໃນຕອນນັ້ນລາວແທບຢາກລົ້ມທັງຢືນ
ເມື່ອໄປຮອດເຮືອນໂຕ້ຟ້າວແລ່ນເຂົ້າໄປທີ່ຫ້ອງນອນແລະ ລັອກປະຕູຫ້ອງໄວ້ ລາວໄດ້ເປີດເພງສຽງດັງຈົນຄົນໃນເຮືອນບໍ່ວ່າຈະເປັນອ້າຍ, ເປັນແມ່ລາວຕ່າງພາກັນຕົກໃຈ ໂຕ້ໄດ້ຮ້ອງຂຶ້ນຢ່າງແຮງດ້ວຍຄວາມຮູ້ສຶກທີ່ອັດອັ້ນຕັນໃຈ ລາວເໝືອນຄົນບ້າປ່ວງຈັບໝອນຢູ່ບ່ອນນອນດຶກໃສ່ຝາຫ້ອງ, ຈັບໂມງປຸກດຶງໃສ່ຝາຫ້ອງ, ເອົາມືກວດປື້ມທີ່ຢູ່ໜ້າໂຕະຕົກລົງພື້ນເຮືອນໝົດ ສຽງດັງເຕິ້ງຕ້າງໃນຫ້ອງນອນ ຈົນເຮັດໃຫ້ແມ່ກັບອ້າຍຂອງລາວເປັນຫ່ວງ ເພາະໂຕ້ບໍ່ເຄີຍມີອາການແບບນີ້ຈັກເທື່ອ ພວກເພິ່ນທັງສອງໄດ້ພາກັນເຄາະປະຕູ ແລະ ຮ້ອງໂຕ້ຈົນເມື່ອຍແຕ່ໂຕ້ກໍ່ບໍ່ຍອມເປີດປະຕູ ຜ່ານໄປ 20 ນາທີ ໂຕ້ຈິ່ງເຊົາອາລະວາດລາວໄດ້ນັ່ງໝົດແຮງອີງໂຕຢູ່ທີ່ຝາຫ້ອງ ນ້ຳຕາໃສໆຂອງລູກຜູ້ຊາຍກໍ່ໄຫຼອອກມາດ້ວຍຫົວໃຈທີ່ມັນລະລາຍ ຄຳເວົ້າທຸກຄຳທີ່ລາວກຽມໄປແຕ່ເຮືອນເພື່ອຈະໄປບອກກັບຕຸ່ນມັນເໝືອນບໍ່ມີຄວາມໝາຍແທ່ນແຕ່ໂອກາດຈະເວົ້າອອກໄປຍັງບໍ່ມີເລີຍ ເຖິງຈະເວົ້າໄປຕຸ່ນກໍ່ຄົງຈະບໍ່ໃສ່ໃຈເມື່ອລາວຄິດແບບນີ້ມັນຍິ່ງເປັນການບັນທອນຈິດໃຈຂອງລາວເຮັດໃຫ້ລາວເຈັບປວດຕື່ມ ໃນອາລົມຕອນນັ້ນໂຕ້ຮູ້ສຶກທັງຮັກທັງຊັງຕຸ່ນ ຊັງທີ່ຕຸ່ນບໍ່ເຄີຍເຫັນຄວາມດີຂອງຕົນເລີຍ ແລະ ຮູ້ສຶກຜິດຫວັງຢ່າງແຮງ ໂຕ້ຮູ້ສຶກຄຽດໃຫ້ຕຸ່ນແຮງລາວໄດ້ດຶງສົບໝອນສີຟ້າທີ່ຕຸ່ນໄດ້ເຮັດໃຫ້ອອກຈາກໝອນຂອງລາວດຶກລົງກະຕ່າຂີ້ເຫຍື້ອ ເມື່ອຕັ້ງສະຕິໄດ້ແລ້ວລາວກໍ່ລຸກຂຶ້ນມາປິດສຽງເພງ ແລະ ໄຂປະຕູໃຫ້ແມ່ ແລະ ອ້າຍລາວເຂົ້າມາ ເມື່ອພວກເພີ່ນເຂົ້າມາເຫັນສະພາບໃນຫ້ອງພວກເພິ່ນຕ່າງຕົກໃຈ ແມ່ ແລະ ອ້າຍຂອງໂຕ້ ຟ້າວເຂົ້າມາກອດໂຕ້ໄວ້ແລ້ວແມ່ໄດ້ຖາມໂຕ້ດ້ວຍຄວາມເປັນຫ່ວງໄປວ່າ: ໂຕ້! ລູກໂອເຄບໍ່! ລູກບໍ່ຕ້ອງເລົ່າໃຫ້ແມ່ແລະ ອ້າຍຟັງຕອນນີ້ກໍ່ໄດ້ ໄວ້ເຈົ້າໃຈເຢັນລົງລະຈິ່ງມາເລົ່າສູ່ແມ່ຟັງກໍ່ໄດ້ວ່າເກີດຫຍັງຂຶ້ນກັບເຈົ້າ! ຕ້ອມ! ລູກຊ່ວຍນ້ອງເກັບຫ້ອງກ່ອນໄວ ດຽວພໍ່ກັບມາແຕ່ວຽກລາວສິມາເຫັນຫ້ອງນ້ອງໃນສະພາບແບບນີ້ ແລ້ວຕ້ອມອ້າຍຂອງໂຕ້ກໍ່ຊ່ວຍເກັບຫ້ອງ ໂຕ້ໄດ້ຂໍໃຫ້ທຸກຄົນອອກໄປເພາະລາວຢາກຢູ່ງຽບໆຄົນດຽວ.
ຮຸ່ງເຊົ້າວັນໃໝ່ທີ່ໂຮງຮຽນໂຕ້ເຮັດບໍ່ປາກນຳ ແລະ ຕຸ່ນເອງກໍ່ເຮັດເສີຍໃສ່ໂຕ້ ເພາະຄິດວ່າໂຕ້ມີຄວາມຜິດເລື່ອງວານນີ້ຕຸ່ນໄດ້ຖ້າໃຫ້ໂຕ້ມາງໍ້ຂໍຄືນດີ ແຕ່ໂຕ້ກໍ່ເຮັດເສີຍບໍ່ສົນໃຈກັບຕຸ່ນ ມື້ນີ້ໝົດມື້ພວກເຂົາບໍ່ໄດ້ລົມກັນ ໂຕ້ໄດ້ນັດກະຕ່າຍໄປລົມທີ່ຫຼັງຫ້ອງ ແລະ ໂຕ້ກໍ່ຕອບຕົກລົງວ່າຈະຄົບກັບກະຕ່າຍໃນຖານະແຟນ ເຖິງແມ່ນວ່າໃນໃຈໂຕ້ຍັງຮັກຕຸ່ນຢູ່ກໍ່ຕາມແຕ່ໂຕ້ກໍ່ລອງເປີດໃຈ ເປີດໂອກາດໃຫ້ກະຕ່າຍເຂົ້າມາໃນຊີວິດເພື່ອຫວັງວ່າວັນໜຶ່ງກະຕ່າຍຈະສາມາດດຶງລາວອອກຈາກວັງວົນແຫ່ງຄວາມເຈັບປວດນີ້ໄດ້ ເຊິ່ງການທີ່ໂຕ້ໄປຕອບຕົກລົງຄົບເປັນແຟນກັບກະຕ່າຍ ມັນໄດ້ເຮັດໃຫ້ກະຕ່າຍຮູ້ສຶກມີຄວາມສຸກຈົນບອກບໍ່ຖືກເລີຍໃນທີ່ສຸດຄວາມຝັນຂອງກະຕ່າຍກໍ່ເປັນຈິງ
ຜ່ານໄປ 2 ວັນແລ້ວໂຕ້ກໍ່ຍັງບໍ່ມາງໍ້ ຕຸ່ນຮູ້ສຶກແປກໄປ ແຕ່ຕຸ່ນກໍ່ເຮັດໃຈແຂງ ແລະ ໝັ້ນໃຈວ່າໂຕ້ຈະຕ້ອງມາງໍ້ລາວເໝືອນທີ່ເຄີຍເຮັດຜ່ານມາ ໂດຍທີ່ຕຸ່ນບໍ່ຮູ້ເລີຍວ່າຕອນນີ້ໂຕ້ໄດ້ກາຍໄປເປັນແຟນຂອງກະຕ່າຍແລ້ວ ຕຸ່ນໄດ້ນັ່ງຖ້າທີ່ໂຕະຫີນໜ້າບ້ານເພາະທຸກເສົາ-ທິດ ໂຕ້ຕ້ອງມາສອນເຄມີເພີ່ມໃຫ້ຕຸ່ນເໝືອນທີ່ເຄີຍເຮັດ ແຕ່ວັນນີ້ຕຸ່ນຖ້າຈົນຕະເວັນຕົກດິນໂຕ້ກໍ່ຍັງບໍ່ມາ ເພາະໂຕ້ໄດ້ຍົກເວລາພວກນັ້ນໄປໃຫ້ກະຕ່າຍໝົດແລ້ວ ເມື່ອໂຕ້ກັບຈາກການທີ່ພາກະຕ່າຍໄປທ່ຽວລາວກໍ່ຮູ້ສຶກເມື່ອຍຫຼາຍ ໂຕ້ໄດ້ມານອນພັກທີ່ບ່ອນນອນ ແລະ ແນມໄປເບິ່ງສົບໝອນທີ່ຕຸ່ນເຮັດໃຫ້ທີ່ລາວຖິ້ມໄວ້ໃນກະຕ່າຂີ້ເຫຍື້ອ ທຳອິດລາວວ່າຈະລຸກຂຶ້ນໄປເກັບເອົາມາໄວ້ຄືນ ແຕ່ລາວກໍ່ຄົ່ມໃຈໄວ້ ເພາະຕອນນີ້ລາວກຳລັງຈະຕັດໃຈ ສະນັ້ນລາວຕ້ອງອົດທົນ
ໃນຕອນເຊົ້າວັນອາທິດໂຕ້ຕື່ນນອນຂຶ້ນມາຕອນ 9:20 ໂມງເຊົ້າ ລາວໄດ້ລຸກຂຶ້ນມາ ແລະ ຍ່າງຊີຫູຊີຕາ ແລ້ວ ໄປນັ່ງທີ່ໂຕະໜັງສື ໂຕ້ໄດ້ສັງເກດເຫັນກະຕ່າຂີ້ເຫຍື້ອຫ້ອງລາວວ່າງເປົ່າ ສົບໝອນຫາຍໄປໃສ ໂຕ້ຕົກໃຈຕາຊື່ນຂຶ້ນທັນທີ ລາວຟ້າວແລ່ນອອກມາຈາກຫ້ອງນອນ ແລະ ມຸ່ງໜ້າໄປຫາແມ່ທີ່ກຳລັງນັ່ງເບິ່ງໂທລະທັດຢູ່ ໂຕ້ໄດ້ຖາມແມ່ວ່າ ຂີ້ເຫຍື້ອແມ່ເອົາໄປໄວ້ໃສ, ແມ່ກໍ່ຕອບໂຕ້ໄປວ່າ: ໃສ່ຖົງດຳໄປໄວ້ໜ້າບ້ານຖ້າລົດຂີ້ເຫຍື້ອມາເອົາ, ໂຕ້ຟ້າວແລ່ນອອກຈາກເຮືອນເພື່ອຈະໄປເບິ່ງຖົງຂີ້ເຫຍື້ອທີ່ແມ່ປະໄວ້ໜ້າບ້ານ ແຕ່ປະກົດວ່າຖົງຂີ້ເຫຍື້ອບໍ່ມີຈັກຖົງແລ້ວ ໂຕ້ໄດ້ແນມເຫັນກົ້ນລົດຂີ້ເຫຍື້ອກຳລັງແລ່ນໄປເຊິ່ງຍັງບໍ່ໄກຈາກເຮືອນລາວປານໃດ ໂຕ້ບໍ່ຄິດຫຼາຍເລື່ອງລາວຟ້າວແລ່ນນຳກົ້ນລົດຂີ້ເຫຍື້ອຄັນນັ້ນທັນທີ ລາວແລ່ນໄວສຸດຊີວິດ ແລະ ຍັງຮ້ອງໃຫ້ລົດຂີ້ເຫຍື້ອຈອດກ່ອນ ດ້ວຍຄວາມຫວັງວ່າລົດຈະຈອດ…
ແລ້ວໂຕ້ຈະແລ່ນທັນລົດຂີ້ເຫຍື້ອຄັນນັ້ນ ແລະ ລາວຈະໄດ້ສົບໝອນທີ່ຕຸ່ນເຮັດໃຫ້ກັບຄືນມາ ຫຼືບໍ່ ຕ້ອງຕິດຕາມຕໍ່ໄປ
ອ່ານຕໍ່ສະບັບໜ້າ
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌