spot_img
Homeຂ່າວພາຍ​ໃນນາຍົກຯເນັ້ນ ໃຊ້ເຄື່ອງມືທັນສະໄໝ ຈັດເກັບລາຍຮັບ! ຮຽກຮ້ອງນັກທຸລະກິດ ຮັກຊາດຕ້ອງເສຍພາສີ-ອາກອນ!

ນາຍົກຯເນັ້ນ ໃຊ້ເຄື່ອງມືທັນສະໄໝ ຈັດເກັບລາຍຮັບ! ຮຽກຮ້ອງນັກທຸລະກິດ ຮັກຊາດຕ້ອງເສຍພາສີ-ອາກອນ!

Published on

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ກະຊວງການເງິນ ຮີບຮ້ອນຄົ້ນຄວ້າ ນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການຈັດເກັບລາຍຮັບຂອງຊາດ, ພາຍຫລັງເຫັນວ່າກົນໄກ ແລະ ເຄື່ອງມືທີ່ມີຍັງບໍ່ຮັດກຸມ ແລະ ບໍ່ທັນຕອບສະໜອງ ກັບຄວາມຮ້ອງການພັດທະນາຂອງປະເທດ ໄດ້ດີເທົ່າທີ່ຄວນ, ພ້ອມທັງຮຽກຮ້ອງໃຫ້ນັກທຸລະກິດ, ຜູ້ປະກອບການ ຍົກສູງນ້ຳໃຈຮັກຊາດ ຕັ້ງໜ້າປະຕິບັດພັນທະ ເສຍພາສີ-ອາກອນ ຕາມລະບຽບກົດໝາຍ.

ການເນັ້ນຕໍ່ບັນຫາດັ່ງກ່າວຂອງ ທ່ານນາຍົກລັດຖະມົນຕີ ມີຂຶ້ນໃນກອງປະຊຸມລັດຖະບານ ປະຈຳເດືອນພຶດສະພາ 2016 ເຊິ່ງລັດຖະບານໄດ້ຮັບຮອງເອົາ ບົດລາຍງານສະພາບການຈັດຕັ້ງປະຕິບັດ ແຜນງົບປະມານ ແລະ ມາດຕະການຕ່າງໆ ໃນການຈັດເກັບລາຍຮັບຂອງເດືອນມິຖຸນາ, ກໍລະກົດ, ສິງຫາ, ກັນຍາ ແລະ 3 ເດືອນຂ້າມຜ່ານ ຄືເດືອນຕຸລາ, ພະຈິກ ແລະ ທັນວາປີ 2016 ລວມທັງແຜນປັບປຸງ ລະບົບເສດຖະກິດໄລຍະສັ້ນ ແລະ ໂຄງສ້າງເສດຖະກິດໄລຍະກາງ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ແນະນຳໃຫ້ຄະນະລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ໃນການຈັດເກັບລາຍຮັບ ເພື່ອຮັບປະກັນໃຫ້ ສາມາດປະຕິບັດຕາມແຜນການ ທີ່ສະພາແຫ່ງຊາດໄດ້ຮັບຮອງ, ຄົ້ນຄວ້າບັນດາມາດຕະການຄຸ້ມຄອງ ການໃຊ້ຈ່າຍກອງທຶນທາງ ໃຫ້ເຂັ້ມງວດຮັດກຸມ, ຄົ້ນຄວ້າ ແລະ ປັບປຸງບັນດາມາດຕະການກ່ຽວກັບ ການຍົກເວັ້ນພາສີ-ອາກອນ ໃນການນຳເຂົ້ານ້ຳມັນເຊື້ອໄຟຄືນໃໝ່, ເຂັ້ມງວດການເກັບພາສີ-ອາກອນ ການນຳເຂົ້າລົດປະເພດຕ່າງໆ ແລະ ແກ້ໄຂບັນຫາລົດຄ້າງສາງ ແລະ ອັນຮີບດ່ວນສຳຄັນສຸດ ແມ່ນໃຫ້ຂະແໜງກ່ຽວຂ້ອງຄົ້ນຄວ້າ ແລະ ນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການຈັດເກັບລາຍຮັບໃຫ້ຮັດກຸມ, ໂປ່ງໃສ. ພ້ອມກັນນັ້ນ ໃຫ້ເພີ່ມທະວີເອົາໃຈໃສ່ ສຶກສາອົບຮົມພະນັກງານພາສີ-ອາກອນ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ບໍລິສຸດໂປ່ງໃສ, ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ທີ່ບໍ່ດີຕ່າງໆ ໃນການເກັບລາຍຮັບງົບປະມານໃຫ້ໝົດໄປ. ນອກຈາກນີ້ ລັດຖະບານຂໍຊົມເຊີຍນັກທຸລະກິດ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ນັກລົງທຶນຕ່າງປະເທດ ທີ່ປະຕິບັດພັນທະເສຍພາສີ-ອາກອນ ຖືກຕ້ອງຕາມເວລາ, ພ້ອມທັງຮຽກຮ້ອງເຖິງຜູ້ປະກອບການ, ນັກທຸລະກິດຈົ່ງຍົກສູງນ້ຳໃຈຮັກຊາດ, ຕັ້ງໜ້າປະຕິບັດພັນທະເສຍພາສີ-ອາກອນຕາມລະບຽບກົດໝາຍດ້ວຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...