Home​ຂ່າວບັນເທິງ3 ສາວເນັດໄອດໍ້ລາວທີ່ຕິດ Top ໃນລະດັບອາຊຽນມີໃຜແນ່...ຢາກຮູ້!!!

3 ສາວເນັດໄອດໍ້ລາວທີ່ຕິດ Top ໃນລະດັບອາຊຽນມີໃຜແນ່…ຢາກຮູ້!!!

Published on

ບັນເທີງດາລາ ກັບ ລາວໂພສຕ໌ວັນນີ້ເຮົາຈະມານຳສະເໜີກ່ຽວກັບເນັດໄອດໍ້ຄົນຂອງເມືອງລາວ ແຕ່ສາມສາວທີ່ຈະກ່າວຕໍ່ໄປນີ້ມີຄວາມດັງຈົນຕິດ Top ໃນອາຊຽນ ເຊິ່ງຈະມີສາວຄົນໃດແນ່ນັ້ນເຮົາມາເບິ່ງກັນເລີຍ

10.2

ຈີ່ຈີ້ ພອຍໄພລິນ ສີວິໄລ ຕ້ອງຍອມຮັບວ່ານາງເປັນ 1 ໃນອາຊຽນ (AEC) ສາວຄົນນີ້ໂດ່ງດັງຫຼາຍທັງໃນພາຍປະເທດເຮົາ, ປະເທດເພື່ອນບ້ານ ແລະ ທົ່ວອາຊຽນ ນອກຈາກນາງຈະເປັນຄົນຫຸ່ນດີ, ມີໃບໜ້າທີ່ງາມ ແລະ ໜ້າຮັກແລ້ວ ຄວາມສາມາດຂອງນາງບອກໄດ້ເລີຍວ່າສຸດຍອດ ນາງສາມາດເວົ້າໄດ້ຫຼາຍພາສາ ແລະ ນາງຍັງມີຄວາມສາມາດດ້ານແຟຊັ່ນນຳອີກ ຈິ່ງບໍ່ໜ້າແປກໃຈເລີຍວ່າເປັນຫຍັງນາງໄດ້ເປັນເນັດໄອດໍ້ລະດັບອາຊຽນ

93 (1)

ແພນດ້າ ຝົນນະພາ

ສາວຄົນນີ້ບໍ່ແມ່ນດັງແຕ່ຢູ່ໃນເຂດ AEC ເທົ່ານັ້ນ ແຕ່ຍັງດັງໄກເຖິງເກົາຫຼີເລີຍ ເພາະຄວາມທີ່ນາງມີໃບໜ້າທີ່ສວຍສົດງົດງາມ ເຊິ່ງປັດຈຸບັນນາງກໍ່ກຳລັງຮຽນຢູ່ທີ່ Ehwa Women University ປະເທດເກົາຫຼີ ສະໄຕລ໌ການແຕ່ງຕົວຂອງນາງຮຽກໄດ້ວ່າເໝາະສົມກັບໜ້າຕາຂອງນາງແທ້ໆ ງາມສົມໄວ ສົດໃສສະບາຍຕາເປັນທີ່ສຸດ.

24 (1) 110ແອັບເປິ້ນ ສີສະຫງ່ຽມ

ເປັນອີກໜຶ່ງທີ່ສາວກາຍເປັນເນັດໄອດໍ້ ລະດັບອາຊຽນ ເພາະນາງມີຄວາມງາມທີ່ໂດດເດັ່ນ, ໜ້າຮັກ ແລະ ສະໄຕລ໌ການແຕ່ງຕົວຂອງນາງຈະເນັ້ນເປັນ Casual Chic ແລະ Street ແຕ່ຜ່າຄວາມສະໜຸກສະໜານຜ່ານເທຣນສີສັນທີ່ສົດໃສ ນອກຈາກນີ້ນາງຍັງມີບົດບາດເປັນດາຣາ, ພິທີກອນ, ນາງແບບ ຫຼື ຖານະແຟນຂອງພະເອກໜຸ່ມລໍ່ ຟລຸດ ຊີຄວິນ (ດາຣາປະເທດໄທ)

113.2

102 (1)

ທີ່ມາ: http://teen.mthai.com/variety/100819.html

 

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...