spot_img
Homeຂ່າວຕ່າງປະເທດມຽນມາລະບຸຢຶດຢາເສບຕິດມູນຄ່າ 36 ລ້ານໂດລາໄດ້

ມຽນມາລະບຸຢຶດຢາເສບຕິດມູນຄ່າ 36 ລ້ານໂດລາໄດ້

Published on

ເຈົ້າໜ້າທີ່ມຽນມາເປີດເຜີຍມື້ນີ້ວ່າ ສາມາດຢຶດຢາບ້າໄດ້ປະມານ 21 ລ້ານເມັດ ຊຶ່ງມີມູນຄ່າໃນຕະຫຼາດປະມານ 35,5 ລ້ານໂດລາທີ່ບໍລິເວນຊາຍແດນຕິດກັບປະເທດຈີນ ຊຶ່ງຖືເປັນການຢຶດຢາເສບຕິດໄດ້ຫຼາຍທີ່ສຸດເປັນປະຫວັດຕິການເປັນອັນດັບ 2.

ລາຍງານລະບຸວ່າ ເຈົ້າໜ້າທີ່ຢຶດຢາເຫຼົ່ານີ້ໄດ້ທີ່ເມືອງແຫ່ງໜຶ່ງໃນລັດສານ ຊຶ່ງຢູ່ທາງພາກເໝືອຂອງປະເທດເມື່ອວັນເສົາຜ່ານມາ ແລະ ຄົນຂັບລົດບັນທຸກທີ່ຖືກຈັບກຸມໃຫ້ການກັບຕຳຫຼວດວ່າ ເຂົາໄດ້ຮັບການວ່າຈ້າງໃຫ້ນຳຢາບ້າໄປສົ່ງທີ່ເມືອງມັນຕະເລ ຊຶ່ງເປັມເມືອງໃຫຍ່ອັນດັບສອງຂອງມຽນມາ ຈາກການສອບສວນພົບວ່າ ຢາບ້າທີ່ຢຶດໄດ້ນີ້ ເປັນຂອງຄົນຮ້າຍທີ່ກຽວຂ້ອງກັບຢາບ້າທີ່ຢຶດໄດ້ທີ່ເມືອງມັດຕະເລເມື່ອວັນທີ 5 ມີນາຜ່ານມາ ຄົນຮ້າຍລາຍນີ້ຍັງຄົງຫຼົບໜີການຈັບກຸມຂອງເຈົ້າໜ້າທີ່ຢູ່ ຢາບ້າທີ່ຢຶດໄດ້ດັ່ງກ່າວມີຈຳນວນຫຼາຍເປັນອັນດັບ 2 ໂດຍເມື່ອປີທີ່ຜ່ານມາ ເຈົ້າໜ້າທີ່ສາມາດຢຶດຢາບ້າທີ່ມີມູນຄ່າ 100 ລ້ານໂດລາໄດ້ທີ່ນະຄອນຢ່າງກຸ້ງ ແລະ ເຈົ້າໜ້າທີ່ເຊື່ອວ່າ ຢາບ້າເຫຼົ່ານີ້ຈະຖືກສົ່ງຕໍ່ໄປຍັງຕ່າງປະເທດ.

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...