ອຸບັດຕິເຫດຈາກຜູ້ຂັບຂີ່ ກວມ 85% ຮຽກຮ້ອງໃຫ້ມີຫຼັກສູດທີ່ໄດ້ມາດຕະຖານ

0
1545
ອຸບັດຕິເຫດຈາກຜູ້ຂັບຂີ່ ກວມ 85% ຮຽກຮ້ອງໃຫ້ມີຫຼັກສູດທີ່ໄດ້ມາດຕະຖານ
ອຸບັດຕິເຫດຈາກຜູ້ຂັບຂີ່ ກວມ 85% ຮຽກຮ້ອງໃຫ້ມີຫຼັກສູດທີ່ໄດ້ມາດຕະຖານ

ອຸບັດ​ຕິ​ເຫດ​ຕາມ​ທ້ອງ​ຖະໜົນ ໃນ​ປັດຈຸບັນ​ແມ່ນ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ອັນ​ໄດ້​ກາຍເປັນ​ປາກົດການ​ຫຍໍ້ທໍ້​ທາງ​ສັງຄົມ ເຊິ່ງ​ປັດ​ໄຈ​ຫຼັກ​ຂອງ​ບັນຫາ​ດັ່ງກ່າວ ແມ່ນ​ເກີດ​ຈາກ​ຄວາມ​ຜິດພາດ​ຂອງ​ຜູ້​ຂັບ​ຂີ່ ເຊິ່ງ​ກວມ​ເອົາ​ສູງ​ເຖິງ 85% ຂອງ​ອຸບັດ​ຕິ​ເຫດ​ທີ່​ເກີດ​ຂຶ້ນ ສ່ວນ​ສະພາບ​ຖະໜົນ​ແມ່ນ​ກວມ​ພຽງ 10% ແລະ ສະພາບ​ເຕັກນິກ​ພາຫະນະ 5% ຕໍ່​ກັບ​ບັນຫາ​ດັ່ງກ່າວ ຮຽກຮ້ອງ​ໃຫ້​ມີ​ຫຼັກສູດ​ການ​ຮຽນ​ການ​ສອນ ການ​ຂັບ​ຂີ່​ພາຫະນະ​ທີ່​ໄດ້​ມາດຕະຖານ.

ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ ຫົວໜ້າ​ກົມ​ຂົນສົ່ງ ກະຊວງ​ໂຍທາ​ທິ​ການ-ຂົນສົ່ງ ກ່າວ​ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ຍົກ​ລະດັບ​ຄຸນ​ນະ​ພາບ​ການ​ຂັບ​ຂີ່ ແລະ ການ​ສອບເສັງ​ການ​ຂັບ​ຂີ່​ຢູ່​ໃນ ​ສປປ ລາວ ໂດຍ​ມີ​ບາງ​ຕອນ​ວ່າ: ອຸບັດ​ຕິ​ເຫດ​ທີ່​ເກີດ​ຈາກ​ຄວາມ​ຜິດພາດ​ຂອງ​ຜູ້​ຂັບ​ຂີ່​ແມ່ນ​ມີ​ຫຼາກ​ຫຼາຍ ແລະ ເປັນ​ປັດ​ໄຈ​ຫຼັກ​ຂອງ​ການ​ເກີດ​ອຸບັດ​ຕິ​ເຫດ ເຊັ່ນ: ຜູ້​ຂັບ​ຂີ່​ເຊື່ອ​ໝັ້ນ​ຕົນ​ເອງ​ຫຼາຍ​ເກີນ​ໄປ ຂັບ​ຂີ່​ພາຫະນະ​ໄວ ເມົາ​ແລ້ວ​ຂັບ ບໍ່​ໃສ່​ໝວກ​ກັນ​ກະທົບ ບໍ່​ໃສ່​ສາຍຮັດ​ນີ​ລະ​ໄພ ແລະ ອື່ນໆ ສ່ວນ​ເສັ້ນທາງ​ອາດ​ລວມ​ມີໜ້າ​ທາງ​ເປ່​ເພ ເປັນ​ຂຸມ​ໃຫຍ່ ການ​ອອກ​ແບບ-ການ​ກໍ່ສ້າງ​ບໍ່​ໄດ້​ຕາມ​ມາດຕະຖານ​ເຕັກນິກ ບໍ່​ໄດ້​ຮັບ​ການ​ກວດແກ້​ຢ່າງ​ທັນທີ ລວມ​ໄປ​ເຖິງ​ປ້າຍ​ສັນຍານ​ການ​ສັນຈອນ ແລະ ອື່ນໆ ສ່ວນ​ປັດ​ໄຈ​ສະພາບ​ເຕັກນິກ​ຂອງ​ພາຫະນະ ອາດ​ລວມ​ໄປ​ເຖິງ​ລະບົບ​ຫ້າມ​ບໍ່​ຢູ່ ການ​ນຳ​ໃຊ້​ຢາງ​ລົດ​ທີ່​ໝົດ​ຄຸນ​ນະ​ພາບ (ດອກ​ຢາງ​ຫ້ຽນ) ແລະ ບັນຫາ​ຂອງ​ລະບົບ​ຕ່າງໆ​ໃນ​ພາຫະນະ.

ຕໍ່​ກັບ​ສະພາບ​ດັ່ງກ່າວ ມັນ​ຮຽກຮ້ອງ​ໃຫ້​ມີ​ການ​ປັບປຸງ​ຫຼັກສູດ​ການ​ຮຽນ​ການ​ສອນ​ຂັບ​ຂີ່ ໂດຍ​ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ ກ່າວ​ຕື່ມ​ວ່າ: ການ​ຂັບ​ຂີ່​ລົດ​ແມ່ນ​ສິລະ​ປະ​ອັນ​ໜຶ່ງ​ຂອງ​ຜູ້​ຂັບ​ຂີ່ ເຊິ່ງ​ເຮົາ​ຈະ​ສາມາດ​ຂັບ​ລົດ​ໄດ້​ດີ ມີ​ຄວາມ​ຄ່ອງ​ແຄ້ວ ແມ່ນ​ຈຳເປັນ​ຕ້ອງ​ມີ​ການເຝິກແອບ​ຢ່າງ​ພຽງພໍ ເຊິ່ງ​ຈະ​ເຮັດ​ແນວ​ນັ້ນ​ໄດ້ ກໍ່​ຕ້ອງ​ໄດ້​ກຳນົດ​ໄວ້​ໃນ​ຫຼັກສູດ​ການ​ສອນ ແລະ ມາດຕະຖານ​ການ​ສອບເສັງ​ຢ່າງ​ຈະແຈ້ງ ໃນ​ໄລຍະ​ຜ່ານ​ມາ ພວກ​ເຮົາ​ໄດ້​ເລັ່ງ​ການ​ສ້າງ​ຫຼັກສູດ​ໃຫ້​ໄດ້​ມາດຕະຖານ ເພື່ອ​ໃຫ້​ບັນດາ​ໂຮງຮຽນ ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ສິດສອນ.

ກອງ​ປະຊຸມ​ຄັ້ງ​ນີ້ ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 26-27 ພຶດສະພາ 2014 ທີ່​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ໂດຍ​ມີ​ທ່ານ ພັນ​ໂທ ຄຳ​ເຫຼັກ ໄຊ​ຍະ​ສິດ ຮອງ​ຫົວໜ້າ​ກົມ​ຕຳຫຼວດ​ຈະລາຈອນ ຕາງໜ້າ​ພະ​ແນກ​ໂຍທາ​ທິ​ການ-ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ບັນດາ​ແຂວງ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ ເຊິ່ງ​ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ໄດ້​ຮັບ​ຟັງ​ການ​ນຳ​ສະເໜີ​ຫຼັກສູດ​ການ​ສອນ ແລະ ການ​ສອບເສັງ​ປະເພດ​ຕ່າງໆ​ຈາກ​ຜູ້​ຊ່ຽວຊານ​ໂຄງການ ຄວາມ​ປອດ​ໄພ​ທາງ​ຖະໜົນ​ຂອງ​ກົມ​ຂົນສົ່ງ ພ້ອມ​ທັງ​ປຶກສາ​ຫາລື​ບັນດາ​ຫົວຂໍ້​ຕ່າງໆ ແລະ ລົງ​ຕິດຕາມ​ການ​ສອບເສັງ​ທັງ​ພາກ​ທິດ​ສະ​ດີ ແລະ ພາກ​ສະໜາມ.

ທີ່ມາ http://www.vientianemai.net/teen/khao/1/11886