Homeຂ່າວຕ່າງປະເທດເຜີຍ ນາຍົກຍີ່ປຸ່ນກຽມເລື່ອນການຂຶ້ນພາສີຜູ້ບໍລິໂພກ

ເຜີຍ ນາຍົກຍີ່ປຸ່ນກຽມເລື່ອນການຂຶ້ນພາສີຜູ້ບໍລິໂພກ

Published on

ແຫຼ່ງຂ່າວລັດຖະບານຍີ່ປຸ່ນເຜີຍກັບສື່ມື້ນີ້ວ່າ ນາຍົກລັດຖະມົນຕີຊິນໂຊ ອາເບະຂອງຍີ່ປຸ່ນຈະເລື່ອນແຜນການຂຶ້ນພາສີຜູ້ບໍລິໂພກໄວ້ກ່ອນ ຊຶ່ງກຳນົດໄວ້ໃນເດືອນເມສາ 2017 ເນື່ອງຈາກກັງວົນວ່າຈະກະທົບເສດຖະກິດທີ່ກຳລັງເຂົ້າສູ່ພາວະເງິນຝືດ.

ແຫຼ່ງຂ່າວລາຍງານວ່າ ທ່ານ ອາເບະ ມີທ່າອຽງຈະເລື່ອນການຂຶ້ນພາສີຜູ້ບໍລິໂພກໄປອີກ 1-3 ປີ ແລະລະບຸວ່າ ນາຍົກລັດຖະມົນຕີອາເບະຈະພົບປະຫາລືກັບ ທ່ານ ທາໂຣ ອາໂສະ ລັດຖະມົນຕີຄັງ ແລະ ທ່ານ ນັດສຶໂອ ຢາມາງູຈິ ຜູ້ນຳພັກໂຄເມໂຕະ ພັກຮ່ວມລັດຖະບານໃນວັນຈັນ ເພື່ອພິຈາລະນາເງື່ອນໄຂເວລາໃນການເລື່ອນພາສີຜູ້ບໍລິໂພກໄວ້ກ່ອນ ທັງນີ້ ເປັນທີ່ຄາດວ່າຍີ່ປຸ່ນພະຍາຍາມຊຸກຍູ້ການໃຊ້ຈ່າຍພາກລັດເພີ່ມຂຶ້ນ ແລະ ເລື່ອນໄລຍະເວລາການຂຶ້ນພາສີຜູ້ບໍລິໂພກເພື່ອຟື້ນຟູເສດຖະກິດທີ່ກຳລັງເຂົ້າສູ່ພາວະຂະຫຍາຍຕົວຊ້າລົງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...