spot_img
Homeນານາສາລະວິທີເກັບໄຂ່ໄວ້ດົນ 1 ປີ ໂດຍບໍ່ຕ້ອງອາໄສຕູ້ເຢັນ

ວິທີເກັບໄຂ່ໄວ້ດົນ 1 ປີ ໂດຍບໍ່ຕ້ອງອາໄສຕູ້ເຢັນ

Published on

ໄຂ່ຖືວ່າເປັນປັດໄຈຫຼັກທີ່ທຸກຄົນຕ້ອງມີ ແລະ ທຸກໆເທື່ອທີ່ເຮົາຈັດອາຫານເທິງໂຕະອາຫານຕ້ອງມີເມນູໄຂ່ຢ່າງນ້ອຍ 1-2 ຢ່າງແມ່ບ້ານທັງຫຼາຍກໍມັກຈະຊື້ໄຂ່ເກັບໄວ້ ໂດຍສະເພາະຖ້າແມ່ນໃນຊ່ວງທີ່ໄຂ່ໄກ່ຫຼຸດລາຄາກໍຊື້ກັນມາໄວ້ຫຼາຍເລີຍຈົນລືມຄິດໄປວ່າໄຂ່ມັນກໍມີອາຍຸໄຂຕາມການເວລາ ແມ່ນແຕ່ແຊ່ໃນຕູ້ເຢັນກໍຍັງເກັບໄວ້ບໍ່ໄດ້ດົນຮອດ 1 ປີໄດ້

ມື້ນີ້ພວກເຮົາມີວິທີເກັບຮັກສາໄຂ່ທີ່ຢູ່ໄດ້ດົນເຖິງ1ປີໂດຍບໍ່ຕ້ອງໃຊ້ອຸນນະພູມໃນຕູ້ເຢັນຊ່ວຍ. ພຽງແຕ່ເຮົາມີນ້ຳມັນພືດກໍສາມາດຊ່ວຍໃຫ້ໄຂ່ຂອງເຮົາຢູ່ໄດ້ດົນຂຶ້ນໂດຍການກຽມໃສ່ຖົງມືພາສະຕິກ ແລະ ຍອດນ້ຳມັນພືດລົງເທິງຝ່າມືພຽງໜ້ອຍໜຶ່ງ ບໍ່ຕ້ອງໃຫ້ຊຸ່ມຫຼາຍ ຖູນ້ຳມັນໃຫ້ທົ່ວມືພໍໝາດໆ ແລະ ນຳໄຂ່ມາຍອງໄວ້ເທິງມືແລ້ວລູບໄຂ່ເພື່ອໃຫ້ນ້ຳມັນເຄືອບໄຂ່ຈົນທົ່ວແລະ ເກັບເອົາໄວ້ໃນແຕະຄືເກົ່າ.

ວິທີນີ້ໄຂ່ຈະຢູ່ໄດ້ດົນຮອດ 10-12 ເດືອນໂດຍບໍ່ຕ້ອງແຊ່ຕູ້ເຢັນນ້ຳມັນຈະເຮັດໜ້າທີ່ປ້ອງກັນອອກຊີເຈນຊຶມເຂົ້າໄປໃນໄຂ່ຄືໄຂ່ທີ່ຫາກໍ່ອອກມາຈາກແມ່ໄກ່ໃໝ່ໆໄຂມັນຂອງແມ່ໄກ່ຈະເຄືອບໄຂ່ເອົາໄວ້ເຮັດໃຫ້ໄຂ່ຢູ່ໄດ້ດົນ.

ທີ່ມາ: ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...