Homeວິທະຍາສາດ-ວິທະຍາການນັກວິທະຍາສາດສອນຄອມພິວເຕີ້ໃຫ້ຮຽນຮູ້ເໝືອນມະນຸດ

ນັກວິທະຍາສາດສອນຄອມພິວເຕີ້ໃຫ້ຮຽນຮູ້ເໝືອນມະນຸດ

Published on

ຄອມພິວເຕີ້ກຳລັງຈະມີຄວາມຄິດຄ້າຍກັບຄົນເຂົ້າໄປທຸກວັນແລ້ວ ໂດຍສະເພາະໃນກຸ່ມຂອງສະໝອງກົນ ແລະ ເຄື່ອງຈັກທີ່ມີຄວາມສະຫຼາດ

ໃນຂະນະນີ້ນັກວິທະຍາສາດ ສະຫະລັດອາເມລິກາ ໄດ້ເຮັດການເສີມສ້າງຕົ້ນແບບທາງຄອມພິວເຕີ້ ຫຼື ອັລກໍຣິທິມ ທີ່ສາມາດຈົດຈຳ ແລະ ວາດສັນຍາລັກຂອງມະນຸດເພື່ອທຳຄວາມເຂົ້າໃຈໃນຄວາມຄິດໃໝ່ໆ ໃນການສຶກສາກ່ຽວຂ້ອງກັບການຮຽນຮູ້ຕົວອັກສອນທີ່ຂຽນຂຶ້ນດ້ວຍລາຍມືເຊິ່ງມັນບໍ່ມີຄວາມຄຸ້ນເຄີຍການຮຽນຮູ້ຂອງ ອັລກໍຣິທິມ ຈະເລີ່ມຈາກ 10 ເປັນ 100 ແລະ ກ້າວໄປເປັນ 1,000 ຕົວຢ່າງ ແລະ ມັນຫໍ່ຖືກບັນທຶກຕົວອັກສອນເຂົ້າໃນສະໝອງເຖິງ 1,600 ຕົວອັກສອນ ຈາກ 50 ພາສາທົ່ວມຸມໂລກ

ການສຶກສາໄດ້ລາຍງານການຄົ້ນພົບໃນຄັ້ງນີ້ໄວ້ໃນວາລະສານທາງວິຊາການລະດັບນານາຊາດ Science ເຊິ່ງຖືເປັນການຄົ້ນພົບທີ່ສຳຄັນຫຼາຍໃນວົງການຂອງສະໝອງກົນ

“ງານວິໄຈນີ້ ແລະ ຮວມໄປເຖິງງານວິໄຈທີ່ມີລັກສະນະຄ້າຍກັນ ຈະຊ່ວຍໃຫ້ນັກວິທະຍາສາດເຂົ້າໃຈລະບົບກັນການຮຽນຮູ້ຂອງມະນຸດໄດ້ດີຍິ່ງຂຶ້ນ ແລະ ສາມາດຈະພັດທະນາລະບົບອັລກໍຣິທິມສຳລັບການຮຽນຮູ້ທີ່ຄ້າຍກັບມະນຸດໄດ້ດີຂຶ້ນໄປອີກ ຜູ້ນຳການສຶກສາ ດຣ. Brenden Lake ເຂົາເປັນນັກວິທະຍາສາດທາງດ້ານການຮັບຮູ້ ແລະ ຂໍ້ມູນຈາກ New York University

 

 

ບົດຄວາມຫຼ້າສຸດ

ບໍລິສັດ ລັດວິສາຫະກິດໄຟຟ້າລາວ ສືບຕໍ່ເກັບກູ້ລະບົບພາກຈຳໜ່າຍ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ໃນວັນທີ​ 2 ກັນຍາ​ 2026​ ທ່ານ​ ສຸກສະຫວາດ​ ໂສສຸພັນ​ ຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າຫ້ອງການໄຟຟ້າລາວ,​ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ພ້ອມດ້ວຍທີມງານໄດ້ລົງມາເຄື່ອນໄຫວວຽກງານຢູ່ ແຂວງຫຼວງນ້ຳທາ​...

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 14 ຄົນ ໃນຂໍ້ຫາຄ້າຢາເສບຕິດ ແລະ ຄາດຕະກຳ

ໃນວັນທີ 27 ສິງຫາ 2026 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ຕັດສິນຈໍາເລີຍ ຈໍານວນ 14 ຄົນ ຍິງ 1 ຄົນ...

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ...

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ...