spot_img
Homeຂ່າວເຫດການສະຫາຍເລຂາທິການໃຫຍ່ ຕ້ອນຮັບຜູ້ແທນກວດກາສູນກາງ ພັກກອມມູນິດຫວຽດນາມ

ສະຫາຍເລຂາທິການໃຫຍ່ ຕ້ອນຮັບຜູ້ແທນກວດກາສູນກາງ ພັກກອມມູນິດຫວຽດນາມ

Published on

ຂປລ.ໃນວັນທີ 26 ພຶດສະພາ 2016 ນີ້, ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ໄດ້​​ໃຫ້ກຽດຕ້ອນຮັບ​ ການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ກວກ ເວື້ອງ (Trn Quc vưng) ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການກວດກາສູນກາງ ພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ທີ່​ຫ້ອງ​ວ່າການ​ນສູນ​ກາງ​ພັກ ນະຄອນຫລວງ​ວຽງຈັນ, ໃນ​ໂອກາດທີ່​ເດີນທາງ​ມາຢ້ຽມຢາມ ເຄື່ອນໄຫວແລກປ່ຽນບົດຮຽນຢູ່ ສປປ ລາວ ລະຫວ່າງວັນທີ 24-26 ພຶດສະພານີ້.

ໂອກາດດັ່ງກ່າວ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ໄດ້ກ່າວຕ້ອນຮັບຊົມ​ເຊີຍ, ພ້ອມທັງຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງ​ຄະນະ​ຜູ້​ແທນ ​​ເຊິ່ງມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບ​ມື້ຈະເລີນງອກງາມຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ໃນການພົວພັນຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນ ລະຫວ່າງ ສອງຄະນະກວດກາສູນກາງພັກ ລາວ-ຫວຽດນາມ, ເປັນການສືບຕໍ່ປຶກສາຫາລື ແລະ ລົງນາມ ບົດບັນທຶກການຮ່ວມມືສະບັບໃໝ່ ທີ່ເປັນບ່ອນອີງໃຫ້ແກ່ການຮ່ວມມື ລະຫວ່າງ ສອງຄະນະກວດກາສູນກາງພັກ ໃນຕໍ່ໜ້າ.

ພາຍຫລັງ ​ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລຂາທິການໃຫຍ່ ບຸນ​ຍັງ ວໍລະ​ຈິດ ຄະນະຜູ້ແທນຍັງໄດ້ເຂົ້າ ຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ສະຖານທີ່ວັດທະນະ​ທໍາ ​ຢູ່ນະຄອນຫລວງວຽງຈັນ ອີກຈໍານວນໜຶ່ງ.

ກ່ອນໜ້າ​ນີ້ ສະຫາຍ ເຈີ່ນ ກວກ ເວື້ອງ ພ້ອມດ້ວຍຄະນະ ກໍ​ໄດ້​ເຂົ້າ​ຢ້ຽມຂ່ຳນັບ ສະຫາຍ​ ນາງ ປານີ ຢາ​ທໍ່ຕູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)