spot_img
Home​ຂ່າວທ່ອງທ່ຽວວັດວິຊຸນນະຣາຊ (ຫໍພິພິທະພັນພະຣາຊະວັງເກົ່າຫຼວງພະບາງ)

ວັດວິຊຸນນະຣາຊ (ຫໍພິພິທະພັນພະຣາຊະວັງເກົ່າຫຼວງພະບາງ)

Published on

ວັດວິຊຸນສ້າງຂຶ້ນເມື່ອຄ.ສ 1503 ຕາມຄໍາສັ່ງຂອງພະເຈົ້າຊີວິດວິຊຸນນະລາດ ແລະ ໄດ້ຕັ້ງຊື່ວັດຕາມພະນາມຂອງພະອົງເອງ ໜັງສືພົງສາວະດານກ່າວວ່າ ວັດວິຊຸນສ້າງສຳເລັດເມື່ອປີ ຄ.ສ 1504 ເມື່ອສ້າງສໍາເລັດແລ້ວ ກໍ່ໄດ້ອັນເຊີນພະບາງຈາກວັດມະໂນລົມມາປະທັບໄວ້ວັດວິຊຸນນີ້.

11015506_648937785212224_1170051200_n

ວັດວິຊຸນ ທີ່ສຳຄັນກໍ່ເພາະມີພະເຈດີພະປະທຸມ (ພະທາດດອກບົວໃຫຍ່) ເປັນທາດໃຫຍ່ຈົບງາມກ່ວາໝູ່ໃນສະໄໝນັ້ນ ແລະ ໃນສະໄໝຕໍ່ມາຄົນທັງຫຼາຍເອີ້ນວ່າ ພະທາດໝາກໂມ ເພາະມີຮູບຄ້າຍໆຄືໝາກໂມຕັດເຄິ່ງ ພະເຈດີປະທຸມນີ້ໄດ້ຊຸດໂຊມ ແລະ ປະຖິ້ມໄລຍະໜຶ່ງ ສະໄໝໂຈນຫໍ້ປຸ້ນຊັບສົມບັດຂຸດຄົ້ນວັດວາອາຮາມ ປູຊະນີຍະສະຖານຕ່າງໆ. ເມື່ອມາເຖິງ ຄ.ສ 1895 ສະໄໝປົກຄອງຂອງເຈົ້າຊີວິດ ສັກກະຣິນ ໄດ້ດຳເນີນການສ້ອມແປງໃໝ່ ແລະ ມາເຖິງປີ ຄ.ສ 1914 ພະເຈດີປະທຸມກໍ່ໄດ້ໂຍດລົງບາງບ່ອນຈຶ່ງໄດ້ດຳເນີນການສ້ອມແປງອີກເປັນຄັ້ງທີສອງ ໃນການສ້ອມແປງຄັ້ງທີສອງນີ້ ເພິ່ນໄດ້ພົບວັດຖຸມີຄ່າຈຳນວນຫຼາຍເຊັ່ນ: ພະທາດເຈດີຄຳຈຳລອງແບບ, ພະພຸດທະຮູບຄຳ, ເງິນ, ທອງ ແລະ ອື່ນໆ ເຊິ່ງເປັນວັດຖຸທີ່ມີຄຸນຄ່າທາງປະຫວັດສາດ ແລະ ສິລະປະວັດທະນະ ທຳສະຕະວັດທີ 15 ແລະ 16. ບັນດາວັດຖຸ ທີ່ມີຄ່າທັງໝົດທີ່ກ່າວນັ້ນເພິ່ນໄດ້ເອົາໄປເກັບຮັກສາໄວ້ຢູ່ພິພິທະພັນຣາຊະວັງເກົ່າເຈົ້າຊີວິດ (ປະຈຸບັນແມ່ນຫໍພິພິທະພັນພະຣາຊະວັງເກົ່າຫຼວງພະບາງ).

11201722_1639493242954044_1602929489_n 12749793_819110158195506_2138313128_n 10471840_1181440315206876_78479700_n

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...