Homeມູມໄອທີລາວມາຮູ້ກັນວ່າ Internet ຊ້າລົງຍ້ອນຫຍັງ ?

ມາຮູ້ກັນວ່າ Internet ຊ້າລົງຍ້ອນຫຍັງ ?

Published on

ຫຼາຍຄົນອາດເຄີຍພົບບັນຫາໃຊ້ ອິນເຕີເນັດຢູ່ດີໆ ມັນກໍ່ຊ້າລົງຊ້າລົງ ຫຼາຍຄົນອາດຄິດວ່າມັນເປັນຍ້ອນເນັດຊ້າ ອັນນີ້ກໍ່ມີສ່ວນ ແຕ່ການທີ່ອິນເຕີເນັດຊ້າມັນຍັງເກີດມາຈາກຫຼາຍສາເຫດ ທີ່ທ່ານເອງອາດບໍ່ເຄີຍຮູ້ ວັນນີ້ພວກເຮົາເລີຍມີຄວາມຮູ້ກ່ຽວກັບເລື່ອງນີ້ມາຝາກກັນ

2363478fd

ການທີ່ Internet ຊ້າມີຫລາຍສາເຫດດັ່ງນີ້:

1. ເກີດຂື້ນຈາກການນຳໃຊ້ເຊັ່ນ: FTP, Mail, Web ຫລາຍເກີນ Bandwidth ທີ່ສະໝັກໄວ້ກັບ ISP ( ຮັບ – ສົ່ງ ຂໍ້ມູນຫລາຍ ).

ວິທີແກ້ໄຂ: ໃຫ້ກຳນົດການນຳໃຊ້ Internet ພາຍໃນອົງການຈັດຕັ້ງວ່າໃຜຈຳເປັນຕ້ອງນຳໃຊ້ ຫຼື ບໍ່ຈຳເປັນຕ້ອງນຳໃຊ້ ຫຼື ຈະກໍານົດໃຫ້ໃຊ້ໄດ້ສະເພາະບາງຢ່າງເຊັ່ນ Mail, MSN, Web ເປັນຕົ້ນ ຖ້າຍັງບໍ່ໄວຂື້ນແນະນຳໃຫ້ຂະຫຍາຍ Banwidth .

2. ສາເຫດເກີດມາຈາກ media ( LL, ISDN, ADSL, PSTN ) ເຊັ່ນ: ຄູ່ສາຍແມ່ນມີອາຍຸເກົ່າເກີນໄປ ຫຼື ມີສັນຍານລົບກວນຫລາຍຈົນເກີດການ Loss.

ວິທີແກ້ໄຂ: ລາຍງານໃຫ້ຜູ້ບໍລິການ media provider ກວດສອບແລະ ແກ້ໄຂ.

3. ເກີດຈາກ network ພາຍໃນ ເຊັ່ນ: ຕິດ virus ເຊິ່ງເຮັດໃຫ້ເກີດການແອອັດຂອງຂໍ້ມູນພາຍໃນ network.

ວິທີແກ້ໄຂ: ຈັດການຂ້າ virus ແລະ Update windows ຢ່າງສະໝ່ຳສະເໝີ.

4. ເກີດຈາກອຸປະກອນ network (gateway, router, switch/hub ) ອາດຈະມີບັນຫາ ອຸປະກອນເກົ່າເກີນໄປ ເກີດການເສຍຄຸນນະພາບ ເຮັດໃຫ້ເກີດການ delay ຫຼື ບໍ່ສາມາດທີ່ຈະເຮັດວຽກໄດ້.

ວິທີແກ້ໄຂ: ກວດກາເບິ່ງ ຫຼື ປ່ຽນແທນອຸປະກອນ.

5. ເກີດຈາກຄອມພິວເຕີຂອງຜູ້ໃຊ້ນັ້ນເອງ ອາດຈະມີປະສິດທິພາບຕ່ຳເກີນກວ່າການນໍາໃຊ້ຕົວຈິງ ຫຼື ໃຊ້ວຽກເປິດໂປຣແກຣມຫລາຍເກີນໄປ ຫຼື ອາດຈະຂາດການບຳລຸງຮັກສາ.

ວິທີແກ້ໄຂ: ໃຫ້ update windows ຫຼື ໂປຣແກຣມຕ່າງໆຢ່າງເປັນປົກກະຕິໂດຍສະເພາະ Anti-virus.

 

ທີ່ມາ: http://www.vtetoday.la/

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...