Homeນານາສາລະ4 ວິທີໃຫ້ຍາດພີ່ນ້ອງຢືມເງິນແນວໃດຈິ່ງຈະປອດໄພ

4 ວິທີໃຫ້ຍາດພີ່ນ້ອງຢືມເງິນແນວໃດຈິ່ງຈະປອດໄພ

Published on

ເຊື່ອວ່າຫຼາຍໆຄົນຄົງເຄີຍພົບບັນຫານີ້ມາແລ້ວກັບເຫດການທີ່ຍາດພີ່ນ້ອງ, ຄົນໃນຄອບຄົວ ຫຼື ເພື່ອນທີ່ສະໜິດມາຢືມເງິນ ບໍ່ວ່າຈະດ້ວຍເຫດຜົນໃດກໍ່ຕາມ  ຖ້າມັນບໍ່ແມ່ນເງິນຈຳນວນຫຼາຍເຮົາກໍ່ພໍຊ່ວຍໄດ້ ແຕ່ຖ້າເປັນເງິນກ້ອນໃຫຍ່ ທ່ານກໍ່ຄົງອຶດອັດໃຈແນ່ນອນ ເພາະຖ້າຈະໃຫ້ເຂົາຢືມຕົນເອງກໍ່ບໍ່ມີ ເຖິງມີມັນກໍ່ແມ່ນເງິນເຮົາທີ່ຫາມາດ້ວຍເຫື່ອແຮງ ແລະ ການໃຫ້ພີ່ນ້ອງຢືມເງິນໂດຍສະເພາະຄົນໃນເຮືອນດຽວກັນ ແມ່ນມີຄວາມສ່ຽງຫຼາຍທີ່ຈະບໍ່ໄດ້ຄືນ ວັນນີ້ພວກເຮົາເລີຍມີ 4 ແນວທາງໃຫ້ຍາດພີ່ນ້ອງຢືມເງິນແນວໃດຈິ່ງຈະປອດໄພ ມາຝາກເພື່ອເປັນຂໍ້ຄິດດີໆກ່ອນທີ່ທ່ານຈະໃຫ້ຄົນຢືມເງິນເຖິງແມ່ນວ່າຄົນໆນັ້ນຈະແມ່ນຍາດພີ່ນ້ອງ, ເພື່ອນສະໜິດ, ຄົນຮັກແພງທ່ານກໍ່ຕາມ.

2061

1. ໃຫ້ຢືມສະເພາະປະມານວ່າຖ້າບໍ່ໄດ້ຄືນແຕ່ເຮົາຍັງທຳໃຈໄດ້

ສິ່ງທຳອິດກ່ອນທີ່ທ່ານຈະໃຫ້ພີ່ນ້ອງຢືມເງິນທ່ານຄວນທຳໃຈ ເພາະບາງຄັ້ງເງິນທີ່ທ່ານໃຫ້ຢືມໄປນັ້ນ ບາງຄັ້ງທ່ານອາດຈະບໍ່ໄດ້ຄືນ ສະນັ້ນຖ້າມີພີ່ນ້ອງມາຂໍຄວາມຊ່ວຍເຫຼືອເລື່ອງເງິນທ່ານຄວນໃຫ້ບາງສ່ວນ ທີ່ທ່ານຄິດວ່າຕາງໃຫ້ຕາງຊ່ວຍໂດຍບໍ່ຫວັງຈະໄດ້ກັບຄືນມາ ຈະເຮັດໃຫ້ທ່ານສະບາຍໃຈກ່ວາ ຫຼື ຖ້າທ່ານບໍ່ມີກໍ່ປະຕິເສດຕົງໆໄປເລີຍ

2. ຖ້າຢາກຮູ້ເຫດຜົນຂອງການຢືມກໍ່ຄວນຖາມ

ບາງຄົນອາດບໍ່ຕ້ອງການຢາກຮູ້ເຫດຜົນຂອງຄົນມາຂໍຢືມເງິນວ່າເປັນຫຍັງຕ້ອງຢືມ ຈະໄດ້ບໍ່ຕ້ອງຄິດຫຼາຍ ໃຫ້ຢືມແລ້ວກໍ່ຈົບ ແຕ່ຫາກເຮົາເກີດສົງໃສກໍ່ຕ້ອງຖາມເຫດຜົນກ່ອນ ເພື່ອພິຈາລະນາເຖິງຄວາມຈຳເປັນວ່າສົມຄວນໃຫ້ຢືມເງິນ ຫຼື ບໍ່ ເພາະເງິນທຸກວັນນີ້ມັນຫາຢາກຫຼາຍ

3. ເຮັດບັນທຶກເປັນລາຍລັກອັກສອນ

ທຸກວັນນີ້ເງິນທອງມັນບໍ່ເຂົ້າໃຜອອກໃຜ ການໃຫ້ຄົນຢືມເງິນບໍ່ວ່າຈະເປັນຍາດພີ່ນ້ອງກໍ່ຕາມ ຖ້າເປັນເງິນບໍ່ຫຼາຍປະມານ 10,000 -20,000 ກີບ ເຮົາບໍ່ຈຳເປັນຕ້ອງເຮັດບົດບັນທຶກກໍ່ໄດ້ ແຕ່ຖ້າຫຼາຍຂຶ້ນໄປເປັນຫຼັກແສນຫຼັກລ້ານ ຈຳເປັນທ່ານຄວນມີລາຍລັກອັກສອນໄວ້ແນ່ກໍ່ດີ ເພາະການໃຫ້ຢືມເງິນປາກເປົ່າມັນອາດຈະເຮັດໃຫ້ທ່ານບໍ່ໄດ້ເງິນນັ້ນຄືນແບບງ່າຍໆ ທ່ານຕ້ອງຄິດວ່າບາດຍາມທ່ານມີບັນຫາທ່ານຈະເອົາຫຼັກຖານທາງໃດໄປທວງເອົາເງິນຄືນ ໃນກໍລະນີທີ່ເຂົາໃຊ້ໜີ້ຍາກ

4. ບອກຄູ່ສົມຣົດ

ຖ້າຫາກທ່ານແຕ່ງງານແລ້ວ ຢ່າຕັດສິນໃຈເລື່ອງເງິນຄົນດຽວຫາກມີເພື່ອນຝູງ ຫຼື ຍາດພີ່ນ້ອງມາຂໍຢືມເງິນທ່ານຄວນປຶກສາຄູ່ຊີວິດຂອງທ່ານກ່ອນ ເພາະຊັບສິນເງິນທອງແມ່ນສອງຄົນພວກທ່ານເປັນຄົນຫາຊ່ວຍກັນ ສະນັ້ນ ເຮົາກໍ່ຄວນລົມກັບຄູ່ຊີວິດກ່ອນ ເພື່ອເປັນການປ້ອງກັນບໍ່ໃຫ້ມີປາກສຽງກັນພາຍຫຼັງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...