4 ສະໝຸນໄພຮັກສາໂຣກຄວາມດັນເລືອດສູງ

ອາການຂອງໂຣກຄວາມດັນໂລຫິດສູງ ຄົນສ່ວນຫຼາຍທີ່ເປັນໂຣກນີ້ຈະມີອາການສະແດງໃຫ້ເຫັນໄດ້ຊັດເຈນ ເນື່ອງຈາກຄວາມດັນເລືອດຈະເພີ່ມຂຶ້ນຢ່າງຊ້າໆ ເຮັດໃຫ້ຮ່າງກາຍ ແລະ ຫຼອດເລືອດປັບຕົວໄດ້ທັນຈິ່ງບໍ່ມີອາການຜິດປົກກະຕິໃຫ້ເຫັນ ແຕ່ອາການທີ່ເຮັດໃຫ້ຜູ້ປ່ວຍຄວາມດັນເລືອດສູງຈົນໄດ້ສົ່ງໄປຮັກສາຕົວທີ່ໂຮງໝໍຈະມີອາການດັ່ງນີ້:
– ອາການປວດຫົວ ໂດຍມັກຈະປວດແບບມຶນໆ ບາງຄົນປວດຫົວຕະຫຼອດທັງວັນ ແລະ ຈະປວດຫຼາຍໃນເວລາຖ່າຍໜັກ ຫາກເປັນແຮງຈະມີອາການວິນຫົວປວດຮາກຮ່ວມນຳ
– ເລືອກດັງໄຫລ
– ມຶນງົງ ສະໝອງຕັນໆ
– ຕາມົວ ຫຼື ເຫັນພາບຊ້ອນ
– ເມື່ອຍງ່າຍ
– ບາງຄົນອາດມີອາການຮຸນແຮງອາດຈະແໜ້ນໜ້າເອິກ ຫຼື ຫົວໃຈຂາດເລືອດໄດ້

28102556173609

1. ນ້ຳໝາກສົ້ມພໍດີ ແກະກີບໝາກສົ້ມພໍດີໄປຕາກແດດໃຫ້ແຫ້ງຈາກນັ້ນກໍ່ນຳມາບົດ ແລະ ຊົງດື່ມຄືຊາ ວັນລະ 3 ຄັ້ງ ເປັນປະຈຳທຸກວັນຈະເຮັດໃຫ້ຄວາມດັນເລືອດຫລຸດລົງ ແລະ ຊ່ວຍສ້າງໃຫ້ເມັດເລືອດແດງແຂງແຮງ

2.8-lemongrass-tea (1)

2. ຫົວສີໄຄ ນຳຫົວສີໃຄມາຕົ້ມນ້ຳດື່ມ ດື່ມວັນລະ 3 ຄັ້ງ ຈະຊ່ວຍຫລຸດຄວາມດັນເລືອດໄດ້

a20

3. ໃບໝາກຂີ້ຫູດ ພຽງນຳໃບໝາກຂີ້ຫູດ 7-10 ໃບມາຕົ້ມນ້ຳດື່ມເຊົ້າ-ແລງ ເປັນປະຈຳທຸກວັນກໍ່ຈະຊ່ວຍເຮັດໃຫ້ຄວາມດັນເລືອດເປັນປົກກະຕິ

Bai-boa-bok

4. ຜັກໜອກ ດື່ມນ້ຳຜັກໜອກເປັນປະຈຳທຸກວັນ ຈະຊ່ວຍເຮັດໃຫ້ຫຼອດເລືອດດຳ ແລະ ເສັ້ນເລືອດຝອຍແຂງແຮງຂຶ້ນ ແລະ ຊ່ວຍຫຼຸດຄວາມຄຽດໄດ້ ຈິ່ງຊ່ວຍຫລຸດຄວາມດັນໄດ້ດີ

 

ທີ່ມາ: http://www.pikool.com/