Homeນານາສາລະ"ເຊນທິນາຣີ" ເພັດນ້ຳງາມລາຄາເຖິງ 100 ລ້ານຫຼຽນ

“ເຊນທິນາຣີ” ເພັດນ້ຳງາມລາຄາເຖິງ 100 ລ້ານຫຼຽນ

Published on

ວັນນີ້ລາວໂພສຕ໌ ຈະມາເວົ້າກ່ຽວກັບເພັດພອຍກັນແນ່ເລັກໜ້ອຍ ແຕ່ຂໍບອກເລີຍວ່າເພັດເມັດນີ້ ເປັນເພດັນ້ຳໜຶ່ງຂອງໂລກ ແລະ ລາຄາກໍ່ແພງເຖິງ 100 ລ້ານຫຼຽນ

ເພັດເດິເບຍຣ “ເພັດເຊນທີນາຣີ” ລາຄາເຖິງ 100 ລ້ານຫຼຽນ ເປັນເພັດທີ່ມີຄຸນນະພາບສູງສຸດທັງສີທີ່ຂາວໃສ ແລະ ບໍ່ມີຕຳນິ ນ້ຳໜັກຂອງເພັດຢູ່ທີ່ 273.85 ກະຣັດ (54.77 ກຣາມ) ຂະໜາດ(39.90 × 50.50 × 24.55 mm)

343

Centenary ເພັດເທັດນີ້ຖືກຄົ້ນພົບທີ່ເໝືອງ ພຣີເມຍຂອງ ເດິ ເບຍຣ ເມື່ອວັນທີ 17 ກໍລະກົດ 1986 ມີນ້ຳໜັກຫຼາຍເຖິງ 599.10 ກະຣັດ ໂດຍໃຊ້ທີມຊ່າງເຈຍລະໄນເຖິງ 3 ປີ ແລະ ໄດ້ເຈຍລະໄນແບບໃໝ່ທີ່ມີໜ້າເຖິງ 247 ໜ້າ (ເພັດປົກກະຕິມີ 50 ກວ່າໜ້າ) ໜຶ່ງໃນກຸ່ມເພັດນ້ຳງາມທີ່ສຸດໃນໂລກ ເຊນທິນາຣີ ມີນ້ຳໜັກຫຼຸດເພັດ”The First Star of Africa” ແລະ “The Second Star of Africa ” ຫຼັງຈາກເຈຍລະໄນແລ້ວ ຊື່ເພັດເມັດນີ້ Centenary ຕັ້ງຂຶ້ນໂດຍ ເດິ ເບຍຣ ເພື່ອສະຫຼອງຄົບ 100 ປີ ແລະ ໄດ້ອອກສະແດງທີ່ Tower of London ດ້ວຍລາຄາປະກັນປະມານ 100 ລ້ານຫຼຽນ

 

ທີ່ມາ: https://sites.google.com

 

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...