spot_img
Homeວິທະຍາສາດ-ວິທະຍາການHyundai ຈະສ້າງຫຸ່ນຍົນທີ່ໄດ້ແຮງບັນດານໃຈຈາກຕົວລະຄອນ IRONMAN

Hyundai ຈະສ້າງຫຸ່ນຍົນທີ່ໄດ້ແຮງບັນດານໃຈຈາກຕົວລະຄອນ IRONMAN

Published on

ເມື່ອວັນພຸດທີ່ຜ່ານມານີ້ blogຂອງ Hyundai (ຜູ້ຜະລິດລົດໃຫຍ່ລາຍໃຫຍ່ຂອງປະເທດເກົາຫລີ) ໄດ້ມີການໂພດ ຂໍ້ມູນເລັກນ້ອຍ ພ້ອມຮູບປະກອບໃນblog.hyundai.co.kr  ກ່ຽວກັບການສ້າງຫຸ່ນທີ່ໄດ້ຮັບແຮງບັນດານໃຈມາຈາກ IRONMAN ຕົວລະຄອນຊຸບເປີຮີໂລ້ສຸດຮິດຈາກຄ້າຍ Marvel ຊຶ່ງທາງ Hyundai ເຜີຍວ່າ ຫຸ່ນຍົນທີ່ສາມາດໃສ່ໄດ້ນີ້ບໍ່ພຽງແຕ່ໃຊ້ປະໂຫຍດໃນການຖ່າຍຮູບເງົາເທົ່ານັ້ນ ແຕ່ຍັງສາມາດນຳມາໃຊ້ໃນດ້ານອຸດສາຫະກຳໄດ້ເຊັ່ນ: ເພີ່ມຄວາມສາມາດໃນກົນໄກການຜະລິດ ການໃຊ້ເປັນອຸປະກອນເສີມຍົກສິ່ງຂອງທີ່ໜັກ ພ້ອມປ້ອງກັນແລະ ຫຼຸດຜ່ອນການໄດ້ຮັບບາດເຈັບຂອງພະນັກງານໄດ້ເປັນຢ່າງດີ.

7962_1605171652586Y

ໂດຍຫຸ່ນຍົນຕົວນີ້ ສາມາດຍົກຂອງໜັກໄດ້ເຖິງ 270 ກິໂລກຼາມ ສ່ວນນໍ້າໜັກຂອງມັນເອງຢູ່ທີ່ປະມານ 50 ກິໂລກຼາມເທົ່ານັ້ນ ເຊິ່ງອອກແບບມາໃຫ້ຜູ້ທີ່ສວມໃສ່ສາມາດເຄື່ອນທີ່ໄດ້ສະດວກ ແລະ ໄວຂຶ້ນ ນອກຈາກນັ້ນແລ້ວໃນຂັ້ນຕອນການພັດທະນາຍັງມີການທົດສອບກັບຜູ້ພິການ ທີ່ເປັນອຳມະພາດແຕ່ເຄິ່ງໂຕລົງໄປ ເພື່ອໃຫ້ກັບມາຢ່າງໄດ້ອີກເທື່ອໜຶ່ງ ແຕ່ໃນຕອນນີ້ກໍ່ຍັງບໍ່ທັນມີຄຳຕອບຫຍັງເລີຍສຳລັບເລື່ອງລາຄາ ແລະ ກຳນົດການວາງຂາຍ ແຕ່ຢ່າງໃດກໍ່ຕາມຖືໄດ້ວ່າເປັນເຕັກໂນໂລຊີທີ່ໜ້າສົນໃຈ ແລະ ແປກໃໝ່ທີ່ໜ້າຕື່ນໜ້າຕື່ນໃຈຫຼາຍ ຢ່າງໃດກໍ່ຕາມກໍ່ຕ້ອງໄດ້ຖ້າຕິດຕາມຂ່າວສານກັນໃໝ່.

 

ທີ່ມາ: http://www.sedthakid.la/

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...