Homeຂ່າວຍົນຕົກເຮືອບິນຖິ້ມລະເບີດ ເບ-52 ຂອງອາເມຣິກາ ຕົກຂະນະເຝິກຊ້ອມຢູ່ເກາະກວມ 7 ນັກບິນລອດ! (ເບິ່ງຄລິບ)

ເຮືອບິນຖິ້ມລະເບີດ ເບ-52 ຂອງອາເມຣິກາ ຕົກຂະນະເຝິກຊ້ອມຢູ່ເກາະກວມ 7 ນັກບິນລອດ! (ເບິ່ງຄລິບ)

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ພຶດສະພານີ້ວ່າ ເກີດເຫດເຮືອບິນຖິ້ມລະເບີດຍຸດທະສາດ B-52H ສະຕຣາໂຕຟໍເທຣດ ຂອງກອງທັບອາກາດ ສະຫະລັດອາເມຣິກາ ປະສົບອຸບັດເຫດຕົກລົງ ໃນຂະນະກຳລັງຈະຂຶ້ນບິນ ເພື່ອເຝິກຊ້ອມຕາມປົກກະຕິ ເມື່ອເວລາ 08:30 ໂມງ ຕາມເວລາໃນທ້ອງຖິ່ນຂອງມື້ນີ້ (19 ພຶດທະສາ 2016) ຢູ່ຖານທັບອາກາດແອນເດີເຊັນ ເທິງເກາະກວມ ໂຊກດີທີ່ລູກເຮືອທັງໝົດ 7 ຄົນ ລອດຊີວິດຈາກເຫດການດັ່ງກ່າວ ດ້ານເຈົ້າໜ້າທີ່ກອງທັບອາກາດ ສະຫະລັດອາເມຣິກາ ກຳລັງຢູ່ລະຫວ່າງການສືບສວນຫາສາເຫດ.

FILE PHOTO: A Boeing B-52 Stratofortress strategic bomber from the US Air Force Andersen Air Force Base in Guam performs a fly-over at the Singapore Airshow in Singapore February 14, 2012. REUTERS/Tim Chong/File Photo
https://www.youtube.com/watch?v=PW_ICwCjNhc

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...

ຮັກສາສິ່ງແວດລ້ອມ! ບໍ່ແຮ່ໃຕ້ດິນ ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໜ້າດິນຮັກສາໜ້າດິນ.

ອີງຕາມ Lane Xang Minerals Limited Companyໃນວັນທີ 30 ກໍລະກົດ 2026 ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ສປປ ລາວ ບໍລິສັດ...