spot_img
HomeBaby-ແມ່ແລະເດັກໄຂຂໍ້ສົງໃສ...ເລື່ອງແປກແຕ່ຈິງ "ຝາແຝດຕ່າງພໍ່" ເກີດຂຶ້ນໄດ້ແນວໃດ?

ໄຂຂໍ້ສົງໃສ…ເລື່ອງແປກແຕ່ຈິງ “ຝາແຝດຕ່າງພໍ່” ເກີດຂຶ້ນໄດ້ແນວໃດ?

Published on

ເລື່ອງແປກແຕ່ຈິງ ຝາແຝດຕ່າງພໍ່ ເຖິງມັນຈະເປັນກໍລະນີຖືພາທີ່ຫາຍາກ ແລະ ເກີດຈະຂຶ້ນໄດ້ແນວໃດ ວັນນີ້ລາວໂພສຕ໌ ມີຄຳຕອບມາໄຂຂໍ້ສົງໃສໃຫ້ທຸກທ່ານໄດ້ຮູ້

ຈາກກໍລະນີທີ່ເຄີຍມີຂ່າວ ຝາແຝດເພດດຽວກັນຊາວຫວຽດນາມເຕີບໃຫຍ່ຈົນອາຍຸໄດ້ 2 ປີ ແຕ່ຮູບຮ່າງໜ້າຕາກັບບໍ່ມີຄວາມຄ້າຍຄືກັນ ຫຼື ໃກ້ຄຽງກັນເລິຍພຽງແຕ່ໜ້ອຍດຽວ ເຮັດໃຫ້ຍາດພີ່ນ້ອງຂ້ອງໃຈ ແລະ ໄດ້ໃຫ້ພໍ່ຂອງເດັກນ້ອຍທັງສອງຄົນນຳຕົວຝາແຝດຄູ່ດັ່ງກ່າວໄປກວດດີເອັນເອ ແລ້ວກໍ່ປະກົດວ່າ ຝາແຝດທັງສອງຄົນນີ້ເປັນຝາແຝດຄົນລະພໍ່ທີ່ເຕີບໃຫຍ່ຢູ່ໃນທ້ອງແມ່ຄົນດຽວກັນ ເຊິ່ງຂ່າວນີ້ໄດ້ຖືກເປີດເຜີຍວັນທີ 8 ມີນາ 2016 ໃນເວັບໄຊ ແຊນແນລນິວສ໌ເອເຊຍ ແລະ ເປັນຂ່າວທີ່ໂດ່ງດັງຫຼາຍ ເຊິ່ງເລື່ອງນີ້ຍັງຄົງເຮັດໃຫ້ຫຼາຍໆຄົນຄາໃຈ ວ່າເປັນເລື່ອງທີ່ເກີດໄດ້ແທ້ ຫຼື ບໍ່ ຖ້າຢາກຮູ້ເຮົາມາອ່ານຄຳຕອບກັນເລີຍ  

02_1

ສຳລັບກໍລະນີຝາແຝດຕ່າງພໍ່ (Bi-Parental Twin) ເປັນເລື່ອງເກີດຂຶ້ນໄດ້ຈິງ ແຕ່ໜ້ອຍທີ່ສຸດທີ່ຈະພົບ ເພາະເປັນເລື່ອງທີ່ເກີດຂຶ້ນໄດ້ຍາກທີ່ສຸດ ເຊິ່ງທາງການແພດເອີ້ນພາວະນີ້ວ່າ  Superfetation ເຊິ່ງເກີດຈາກຜູ້ເປັນແມ່ມີການຕົກໄຂ່ 2 ໜ່ວຍພ້ອມກັນ ໃນຊ່ວງທີ່ໄຂ່ສຸກ (ຕາມປົກກະຕິແລ້ວແມ່ຍິງຈະຜະລິດໄຂ່ອອກມາແຕ່ 1 ໜ່ວຍ) ແລະ ໄດ້ມີການປະສົມສະເປີມກັບຊາຍສອງຄົນ ໃນໄຂ່ຄົນລະໜ່ວຍ ຈາກການມີເພດສຳພັນຄົນລະຄັ້ງໃນຊ່ວງເວລາໄລ່ເລ່ຍກັນໃນໄລຍະຕົກໄຂ່ ຈິ່ງເຮັດໃຫ້ເກີດເປັນພາວະຖືພາຝາແຝດຕ່າງພໍ່ນັ້ນເອງ

ທັງນີ້ກໍລະນີຖືພາຝາແຝດຄົນລະພໍ່ ເປັນເລື່ອງທີ່ເກີດຂຶ້ນໄດ້ຍາກທີ່ສຸດ ໂດຍຈະພົບໄດ້ພຽງ 1 ໃນ 1,300ຄູ່ ຈາກຝາແຝດທີ່ກຳເນີດຂຶ້ນຕາມປົກກະຕິ ແຕ່ເຖິງແນວໃດກໍ່ຕາມເລື່ອງນີ້ກໍ່ເຄີຍເກີດຂຶ້ນ ແລະ ເປັນຂ່າວຮືຮາຫຼາຍຄັ້ງແລ້ວໃນຫຼາຍໆປະເທດ

ທີ່ມາ: http://baby.kapook.com

 

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...