spot_img
Homeປະຊາສຳພັນກົມອຸຕຸນິຍົມ ແລະ ອຸທົກກະສາດ​ເຕືອນ ​ໄລຍະ​ນີ້​ໃຫ້​ລະວັງ​ພາຍຸ​ລະດູ​ຮ້ອນ!

ກົມອຸຕຸນິຍົມ ແລະ ອຸທົກກະສາດ​ເຕືອນ ​ໄລຍະ​ນີ້​ໃຫ້​ລະວັງ​ພາຍຸ​ລະດູ​ຮ້ອນ!

Published on

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ​ ​ໃຫ້​ຮູ້​ວ່າ: ວັນ​ທີ 18 ພຶດສະພາ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ສູງ ​ຂອງ​ອາກາດ​ເຢັນ​ຍັງ​ຈະ​ປົກ​ຄຸມ​ຢູ່​ແຂວງ​ພາກ​ເໜືອ ດ້ານ​ຕາ​ເວັນ​ອອກ​ຂອງ​ລາວ ​ແລະ ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ ຍັງ​ຈະ​ປົກ​ຄຸມ​ຢູ່​ແຂວງ​ພາກ​ເໜືອ​ດ້ານ​ຕົກ ລົງ​ຫາ​ພາກ​ກາງ ​ແລະ ພາ​ກ​ໃຕ້​ຂອງ​ລາວ, ສົມທົບ​ກັບ​ສອງ​ກະ​ແສ​ລົມ​ຕາ​ເວັນອອກ​ສ່ຽງ​ໃຕ້ ​ພັດ​ປົກ​ຄຸມ​ພາກ​ເໜືອ​ຫາ​ພາກ​ກາງ, ສ່ວນ​ພາກ​ໃຕ້​ກະ​ແສ​ລົມ​ຕາ​ເວັນ​ຕົກ-ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ພັດ​ປົກ​ຄຸມ, ​ເຊິ່ງຈະ​ເຮັດ​ໃຫ້​ອາກາດ​ຍັງ​ຮ້ອນ​ເອົ້າ, ​ໂດຍ​ສະ​ເພາະ​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນຕົກ ລົງ​ຫາ​ພາກ​ກາງ ​ແລະ ພາ​ກ​ໃຕ້ ​ພ້ອມ​ມີ​ໝອ​ກ​ແຫ້ງ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ ​ແລະ ຈະ​ມີ​ຝົນຕົກ​ຟ້າ​ຄະນອງ ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາ​ດ ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ.

ຢູ່​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ: ອຸນຫະພູມ​ຕ່ຳ​ສຸດ 18-20 ອົງສາ ​ແລະ ສູງ​ສຸດ 28-30 ອົງ ສາ. ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ: ອຸນຫະພູມ​ຕ່ຳ​ສຸດ 18-20 ອົງສາ ​ແລະ ສູງ​ສຸດ 31-33 ອົງສາ. ນະຄອນຫລວງ​ວຽງຈັນ: ອຸນຫະພູມ​ຕ່ຳ​ສຸດ 26-28 ອົງສາ ​ແລະ ສູງ​ສຸດ 36-38 ອົງສາ, ພາກ​ກາງ: ອຸນຫະພູມ​ຕ່ຳ​ສຸດ 26-28 ອົງສາ ​ແລະ ສູງ​ສຸດ 37-39 ອົງສາ. ພາກ​ໃຕ້: ອຸນຫະພູມ​ຕ່ຳ​ສຸດ 26-28 ອົງສາ​ ​ແລະ ສູງ​ສຸດ 36-38 ອົງສາ.

ດັ່ງ​ນັ້ນຈຶ່ງ​ເຕືອນ​ປະຊາຊົນ ​ໃຫ້​ມີ​ສະຕິ​ລະວັງ​ຕໍ່​ສະພາບ​ອາກາດ ​ທີ່​ມີ​ການປ່ຽນ​ແປງ​ໄວວາ​ ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຂອງ​ຄົນ, ສັດລ້ຽງ ​ແລະ ​ໃຫ້​ກວດກາ​ເບິ່ງ​ອຸປະກອນ​ໄຟຟ້າ​ພາຍ​ໃນ​ເຮືອນ​ ເພື່ອ​ຫລີກ​ລ້ຽງ​ບໍ່​ໃຫ້​ເກີດ​ອັກຄີ​ໄພ​ໄດ້ງ່າຍ, ພ້ອມ​ທັງ​ໃຫ້​ລະວັງ​ ຕໍ່ສະພາບ​​ຝົນຕົກ​ຟ້າ​ຄະນອງ ​ແລະ ລົມ​ແຮງ​ໃນ​ໄລຍະ​ນີ້​ນຳ​ດ້ວຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...