Homeມູມໄອທີລາວວິທີແປງຟາຍ PDF ເປັນ ​Word

ວິທີແປງຟາຍ PDF ເປັນ ​Word

Published on

ການຈະປ່ຽນຟາຍ PDF ເປັນ Word ນັ້ນ ໃຜທີ່ເຮັດວຽກກັບເອກະສານມັກຈະພົບແບບນີ້ປະຈຳ ແລະ ຖ້າຫາກຄິດເຖິງໂປຼແກຼມສຳລັບແປງຟາຍ ເຮົາອາດຈະຄິດວ່າຕ້ອງໄດ້ຈ່າຍຄ່າໂປຼແກຼມແພງ ແຕ່ກໍ່ຍັງມີບາງໂປຼແກຼມທີ່ຟຣີ

    ມື້ນີ້ເຮົາມີວິທີແປງຟາຍ PDF ເປັນ Word ແບບຟຣີມາຝາກ ດ້ວຍການໃຊ້ບໍລິການເວັບເຊີວິດທີ່ຊ່ວຍເຮົາແບ່ງຟາຍໄດ້ຟຣີ ມາແນະນຳກັນ ຂໍ້ເສຍມີພຽງຢ່າງດຽວຄື ເຮົາຈຳເປັນຕ້ອງມີອິນເຕີເນັດ ແລະ ອາດຈະມີລູກຫຼິ້ນນ້ອຍກວ່າໂປຼແກຼມ ແຕ່ເທົ່ານີ້ກໍ່ອາດຈະຕອບໂຈດການໃຊ້ວຽກຂອງຫຼາຍໆທ່ານໄດ້ ມາເບິ່ງກັນເລີຍວ່າມີເວບໄດແນ່

fghdfjf

ເວັບທໍາອິດທີ່ເຮົານໍາສະເໜີຄື ເວັບນີ້ເລີຍທີ່ແປງຟາຍກ່ຽວກັບ PDF ໄດ້ຫຼາຍຮູບແບບຟາຍ Excel ກໍ່ໄດ້ ແລະ ສາມາດໃຊ້ງານໄດ້ຟຣີ ແຕ່ຖ້າຈ່າຍເງິນກໍ່ຈະມີລູກຫຼິ້ນຫຼາຍຂຶ້ນ ແຕ່ເຮົາຄິດວ່າພຽງແຕ່ຟຣີເທົ່ານີ້ກໍ່ໜ້າຈະພຽງພໍສຳລັບຫຼາຍໆຄົນແລ້ວ

CloudConvert
https://cloudconvert.com/pdf-to-docx

ສຳລັບເວັບນີ້ຈະມີຈຸດເດັນຢູ່ບ່ອນທີ່ໃຊ້ເຕັກໂນໂລຊີ OCR ໃນການປ່ຽນແປງ ຮອງຮັບ Office Open XML ນຳອີກ ຮອງຮັບການປ່ຽນແປງຟາຍຫຼາຍນາມສະກຸນສູງເຖິງ 214 ນາມສະກຸນ ສາມາດສ້າງຟາຍ.7z ຫຼື ລວງເຖິງ .dwg ກໍ່ສາມາດແປງໄດ້.

dghkj

ນອກຈາກການໃຊ້ເວັບເຊີວີດແລ້ວ ຖ້າໃຜມີ Microsoft Word 2013, 2016 ຫຼື Office 365 ຕິດຕັ້ງຢູ່ໃນເຄື່ອງຢູ່ແລ້ວ ທີ່ຈິງແລ້ວເຮົາສາມາດໃຊ້ MS Word ເປັນ PDF ເປັນ Word ໄດ້ນຳ ດ້ວຍການໃຊ້ເມນູ File ແລ້ວ Open ຈາກນັ້ນກໍ່ເລືອກຟາຍ PDF ທີ່ຕ້ອງການເປີດໄດ້ເລີຍ ຈະມີຄຳສັ່ງແຈ້ງເຕືອນຂຶ້ນມາກໍ່ກົດຕົກລົງໄປ ແລະ ມັນອາດຈະສະແດງຜົນບໍ່ສົມບູນເທົ່າກັບເຮົາເບິ່ງໃນ PDF ເລີຍ.

ທີ່ມາຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...