spot_img
Homeນານາສາລະວິທີປູກດອກພຸດຮ້ອຍພວງມະໄລ

ວິທີປູກດອກພຸດຮ້ອຍພວງມະໄລ

Published on

ກະສິກຳວັນນີ້ເຮົາຈະມານຳສະເໜີກ່ຽວກັບການປູກຕົ້ນດອກພຸດ ເພື່ອສ້າງລາຍຮັບເຂົ້າຄອບຄົວ ເພາະດອກພຸດແມ່ນເປັນທີ່ນິຍົມຫຼາຍໃນນຳດອກມັນໄປໃຊ້ໃນການຮ້ອຍພວງມະໄລ ບູຊາ ແລະ ເປັນດອກໄມ້ທີ່ໄດ້ຂາຍດີ ຕະຫຼາດດອກໄມ້ມີຄວາມຕ້ອງການຕະຫຼອດ ແລະ ນັບມື້ຄວາມຕ້ອງການກໍ່ຫຼາຍຂຶ້ນ ໂດຍສະເພາະຊ່ວງເຂົ້າພັນສາ, ປີໃໝ່ ແລະ ງານຕ່າງໆ ປົກກະຕິວັນສິນກໍ່ຕ້ອງໄດ້ໃຊ້ ນີ້ແມ່ນເຫດຜົນວ່າເປັນຫຍັງຕ້ອງປູກດອກພຸດໄວ້ຂາຍ ເພາະມັນສ້າງລາຍຮັບທີ່ດີໃຫ້ແກ່ທ່ານໄດ້ ແລະ ທີ່ສຳຄັນໃຊ້ງົບປະມານບໍ່ຫຼາຍ ດູແລກໍ່ບໍ່ຫຍຸ້ງຍາກຫຼາຍ

wedding_740

ໃນເນື້ອທີ່ດິນ 1 ໄຮ່ ສາມາດປູກກົກດອກພຸດໄດ້ 200 ຕົ້ນ ດອກພຸດຈະມັກຢູ່ສະຖານທີ່ອາກາດປອດໂປ່ງຮັບແສງແດດ ແລະ ຈະມັກດິນທີ່ມີການລະບາຍນ້ຳໄດ້ດີ ການປູກແມ່ນປູກໃນຕອນລະດູຝົນແມ່ນຈະຕິດຮາກໄວ ແລະ ອັດຕາການຕາຍມີໜ້ອຍ

ການຂຸດຂຸມປູກດອກພຸດແມ່ນ ຄວາມກ້ວາງ 50ຊມ, ຄວາມຍາວ 50ຊມ, ຄວາມເລິກ 50ຊມ ເມື່ອຂຸດຂຸມແລ້ວໃຫ້ນຳປຸ໋ຍຄອກຮອງກົ້ນຂຸມ ຄົນໃຫ້ເຂົ້າກັນກັບດິນ ແລະ ຕາກດິນໄວ້ປະມານ 1 ວັນ ຈາກນັ້ນກໍ່ເອົາຕົ້ນດອກພຸດທີ່ກຽມໄວ້ມາໃສ່ລົງຂຸມແລ້ວເອົາດິບປົກມ້ຽນໃຫ້ແໜ້ນ ແລະ ຫົດນ້ຳໃສ່

ການດູແລຮັກສາ

1.ການຫົດນ້ຳ ຕອ້ງຫົດນ້ຳພໍສົມຄວນ ສັງເກດເບິ່ງວ່າຫາກດິນຍັງຊຸ່ມຢູ່ ກໍ່ບໍ່ຟ້າວຫົດ ຖ້າໃຫ້ດິນແຫ້ງໝາດໆກ່ອນ ຈິ່ງຄ່ອຍຫົດ ໃນລະດູແລ້ງ ແມ່ນຫົດນ້ຳວັນລະ 2ຄັ້ງ ເຊົ້າ-ແລງ ໃນຊ່ວງລະດູຝົນລະວັງຢ່າໃຫ້ນ້ຳຖ້ວມຂັງ ເພາະຈະເຮັດໃຫ້ຮາກຕົ້ນດອກພຸດເນົ່າ, ໃບເຫຼືອງ ແລະ ຕາຍໄດ້

2.ການກຳຈັດສັດຕູພືດ ຫາກເຫັນສັດຕູພືດຂຶ້ນກົກດອກພຸດ ໃຫ້ກຳຈັດຖິ້ມ ເພື່ອປ້ອງກັນສັດຕູພືດໄປຍາດອາຫານຈາກຕົ້ນດອກພຸດ

3.ການໃສ່ປຸ໋ຍ ຄວນເນັ້ນໃສ່ປຸ໋ຍຄອກສະລັບກັບປຸ໋ຍເຄມີ ສູດ 15 15 15 ເດືອນລະ 1 ຄັ້ງ ເພື່ອປະຫຍັດຕົ້ນທຶນ

4.ການຕັດກ່າງ ຫຼັງຈາກເຫັນວ່າກ້ານດອກພຸດແຕກກິ່ງກ້ານຫຼາຍເກີນໄປ ໃຫ້ຕັດແຕ່ງກ່າງອອກເປັນພຸ່ມ ຈະຊ່ວຍໃຫ້ດອກພຸດເປັນຊົງພຸ່ມສວຍງາມ ແຖມຍັງລຸດຜ່ອນໂຣກ ແລະ ແມງໄມ້ໄດ້ອີກ ແລະ ຈະເຮັດໃຫ້ຕົ້ນດອກພຸດມີອາຍຸຍືນຍາວຮອດ 10 ປີ

ການຂະຫຍາຍພັນຂອງດອກພຸດແມ່ນໃຊ້ກ່າງແກ່ ຕັດອອກມາຊຳໄວ້ 1 ຄືນ ແລ້ວສາມາດນຳໄປປູກໃນດິນທີ່ກຽມໄວ້ ຫຼື ບາງຄົນກໍ່ຕັດມາປູກເລີຍກໍ່ໄດ້

ດອກພຸດຈະມີລາຄາແພງໃນຊ່ວງຍາມໜາວ ເພາະບໍ່ຄ່ອຍມີດອກຫຼາຍ ແລະ ຍາມຝົນລາຄາກໍ່ຖືກລົງຖ້າເກັບຂາຍກໍ່ຢູ່ໃນລາຄາປະມານ ກິໂລລະ 10,000 ກິບ-15,000ກີບ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...