spot_img
Homeປະເພນີ-ວັດທະນະທຳບຸນ​ບັ້ງ​ໄຟປະ​ເພນີ ມັກ​ມີ​ການ​ພະນັນແອ​ບ​ແຝງ​ຢູ່ຢ່າງ​ເປີດ​​ແປນ

ບຸນ​ບັ້ງ​ໄຟປະ​ເພນີ ມັກ​ມີ​ການ​ພະນັນແອ​ບ​ແຝງ​ຢູ່ຢ່າງ​ເປີດ​​ແປນ

Published on

ຄື​ດັ່ງ​ທີ່​ຮູ້​ກັນ​ແລ້ວ ພໍເລີ່​ມ​ເຂົ້າ​ສູ່​ເດືອນ 6 ລາວ, ​ເຊິ່ງຢູ່​ໃນ​ລະຫວ່າງ​ເດືອນ 5 ສາກົນ​ໃນ​ແຕ່ລະ​ປີ ຢູ່ຕາມ​ທ້ອງ​ຖິ່ນ​ເຂດ​ແຂວງ​ຕ່າງໆ ໂດຍ​ສະ​ເພາະ​ແມ່ນ​ບັນດາ​​ແຂວງ​ທົ່ງພຽງ ​ແຕ່​ເໜືອ​ຮອດ​​ໃຕ້​ຊາວ​ພຸດ ​ແລະ ປະຊາຊົນ​ລາວ​ບັນ ດາ​ເຜົ່າໄດ້​ຈັດ​ຕັ້ງ​ງານ​ບຸນ​ປະ​ເພນີ​ທີ່​ສຳຄັນ​ເຊັ່ນ​ວ່າ: ​ບຸນ​ບັ້ງ​ໄຟປະ​ເພນີ​ທີ່​ຊາວ​ພຸດ​ລາວ ກໍ​ຄື​ບັນດາ​ຊາວ​ພຸດ​ປະ​ເທດ​ໄກ້​ຄຽງ​ອື່ນໆ ໄດ້​ພ້ອມ​ພາກັນ​ຈັດ​ຕັ້ງ​ບຸນ​ບັ້ງ​ໄຟປະ​ເພນີເພື່ອ​ຈູດ​ບູຊາຂໍ​ນ້ຳ​ຟ້າ, ນ້ຳ​ຝົນນຳ​ເທວະ​ດາ​ຟ້າ​​ແຖນ​ຕາມ​ຄວາມ​ເຊື່ອ​ຖື​ຂອງ​ເຖົ້າ​ແກ່ທີ່​ມີ​ມາ​ແຕ່​ບູຮານ​ນະ​ການໂດຍ​ງານ​ບຸນ​ນີ້​ໃນ​ແຕ່ລະ​ປີຢູ່​ແຕ່​ລະ​ບ້ານ ທີ່​ເປັນ​ເຈົ້າພາບ​ຈັດ​ງານ ໄດ້​ຫ້າງ​ຫາ​ກະກຽມ​ເຮັດ​ເຂົ້າຕົ້ມ​ເຂົ້າໜົມ ເພື່ອ​ຕ້ອນຮັບ​ແຂກຍາດຕິ​ພີ່ນ້ອງ​ມາ​ຢື້​ຢາມ​ຖາມ​ຂ່າວ​ໃນ​ມື້​ປາງ​ບຸນ​ໃຫຍ່ໃນ​ໜຶ່ງ​ປີ​ມີ​ຄັ້ງ​ດຽວ. ແຕ​່​ເຖິງ​​ຢ່າງ​ໃດ​ກໍ​ດີ ສິ່ງ​ທີ່​ໜ້າ​ເປັນຫ່ວງມາ​ເຖິງ​ປັດຈຸບັນ​ບຸ​ນບັ້ງ​ໄຟປະ​ເພນີ​ສ່ວນ​ຫລວງຫລາຍ​ໄດ້​ຖືກ​ສວຍ​ໃຊ້​ໄປ​ໃນ​ທາງ​ທີ່​ບໍ່ຖືກ ຕ້ອງອັນ​ເປັນ​ການ​ຝືນ​ຕໍ່​ຮີ​ດຄອງ​ປະ​ເພນີ ໂດຍ​ມີ​ການ​ພະນັນໃນ​ການ​ແຂ່ງຂັນ​ບັ້ງ​​ໄຟ​ຂອງ​ແຕ່​ລະ​ພາກສ່ວນ​ເກີດ​ຂຶ້ນ​ຢ່າງ​ໜ້າ​ເປັນ​ຫວ່ງ ​ແລະ ​ເປີດ​ແປນ ທັງ​ເປັນ​ການ​ຝືນ​ກັບ​ລະບຽບ​ກົດໝາຍ ຂອງ ບ້ານເມືອງ​ທີ່​ກຳນົດ​ໄວ້.

 

ການ​ແຂ່ງຂັນ​ບັ້ງ​ໄຟ​ຂອງ​ແຕ່​ລະ​ບ້ານ​ໃນ​ເມື່ອ​ກ່ອນແມ່​ນຈັດ​ຂຶ້ນ​ພຽງ​ແຕ່​ລະຫວ່າງ​ບ້ານ​ກັບ​ບ້ານ ແຕ່​ມາ​ຮອດ​ດຽວ​ນີ້ ບໍ່​ສະ​ເພາະ​ແຕ່​ເປັນ​ຂອງ​ບ້ານ ຍັງ​ເປັນ​ຂອງ​ບຸກຄົນ ລວມ​ໄປ​ເຖິງ​ຫົວ ໜ່ວຍ​ການ​ຜະລິດ​ຕ່າງໆ ກໍ​ໄດ້​ນຳ​ເອົາ​ບັ້ງ​​ໄຟ​​ໄປ​ແຂ່ງ​ຂັນ​ກັນ​ຈູດ, ​ຊື່​ງຈາກ​ນີ້​ຄືນ​ຫລັງການ​ແຂ່ງຂັນ​ບັ້ງ​ໄຟມີ​ພຽງ​ບັ້ງ​ໄຟ​ຫາງ​ຍາວ​ທຳ​ມະ​ດາແຕ່​ຕົກ​ມາ​ໄລຍະ​ນີ້ ກັບ​ມາ​ມີ​ບັ້ງ​ໄຟ​ໝື່ນ, ​​ແສນບາງ​ບ້ານ​ມີ​ຮອດ​ບັ້ງ​ໄຟ​ລ້ານທີ່​ນຳ​ມາ​ຈາກ​ປະ​ເທດ​​ໃກ້​ຄຽງ​ເຂົ້າ​ມາ​ຈູດແຂ່ງ ຂັນ​ກັນ​​ດ້ວຍ​ການ​ພະນັນ​ລົງ​ເງິນ​ນັບ​ເປ​ັນລ້ານ ຫລື ສິບ​ຊາວ​ລ້ານ​ຂຶ້ນ​ໄປ ​ຖືກ​ຜູ້​ໃດ​ໄດ້​ໄຊຊະນະ​ກໍ​ມີໜ້າ​ຍິ້ມ​ແຍ້ມ​ແຈ​່ມ​ໃສ ​ແຕ່​ຫາກ​ຜູ້​ໃດ​ເສຍ​​ໄຊກໍ​ຈະ​ມີໃບ​ໜ້າ​​ເສົ້າ,​ ກັບ​ບ້ານ​ສ້າງ​ບັນຫາ​ໃຫ້​ແກ່​ຄອບ ຄົວ​ເຮືອນ​ຊານ ກໍ​່ໃຫ້​ເກີດ​ສິ່ງ​ຫຍໍ້​ທໍ້​ໃຫ້​ແກ່​ສັງຄົມ ນັບ​ເປັນ​ຈຳນວນ​ບໍ່ໜ້ອຍ. ນອກຈາກ​ບັນຫາ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ຍັງ​ມີ​ສິ່ງ​ຫຍໍ້​ທໍ້​ທີ່​ປະ​ປົນແຊກ​ຊ້ອນ​ຢູ່ໃນ​ງານ​ບຸນ​ດັ່ງ​ກ່າວ​ອັນ​ເປັນ​ການ​ແຕະຕ້ອງ​ງານ​ບຸນ​ປະ​ເພນີ​ທີ່​ບໍ່​ເຄີຍ​ມີ​ມາ​ເປັນ​ຕົ້ນ ແມ່ນ​ການ​ເຊີ້​ງບັ້ງ​ໄຟ​ມັກ​ຈະ​ໃຊ້​ຖ້ອຍ​ຄຳແບບ​ຫຍາບຊ້າ, ເຍີ້​ຍຫຍັນ, ສຽດ​ສີຕໍ່ສັງຄົມ ​ແລະ ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ​ຢູ່ບາງ ບ່ອນ ຊ້ຳພັດ​ແຕ້ມ​ຮູບແກະ​ສະ​ລັກ​ຮູບ​ແບບ​ລາມົກ​ອັນ​ນາ​ຈານ​ມາ ສະ​ແດ​ງ​ໃນ​ເວລາ​ແຫ່ເຊີ້ງ​ບັ້ງ​​ໄຟ ແບບ​ບໍ່ມີ​ຄວາມ​ລະອາຍ​ຕໍ່ໜ້າ​ສັງ ຄົມ, ​ເຊິ່ງທັງ​ໝົດ​ທີ່​ກ່າວ​ມາ​ນີ້ ນັບ​ວ່າ​ເປັນ​ບົດຮຽນ​ອັນ​ສຳ​ຄັນໃຫ້​ແກ່​ທຸກ​ຄົນ​ໃນ​ສັງຄົມ​ເຫັນ​ວ່າ​ຄວນ​ທີ່​ຈະລະ​ເວັ້ນຕໍ່​ການ​ປະ​ພຶດ ໃນ​ສິ່ງ​ທີ່ບໍ່​ດີ​ດັ່ງກ່າວ ​ເພື່ອ​ເຮັດ​ໃຫ້​ສັງຄົມ​ລາວ​ມີ​ຄວາມ​ຈະ​ເລີ​ນສີວິ​ໄລ ພ້ອມ​ພາກັນ​ສ້າງ​ໃຫ້​ຈິດ​ໃຈ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ໃນ​ແຕ່​ລະ​ປາງ​ບຸນ​ປະ​ເພນີໃຫ້​ຄຶກຄື້ນ​ຕະ ຫລອດ​ໄປ.

ທີ່ມາ http://laophatthananews.blogspot.com/2014/05/blog-post_9483.html

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...