Homeຂ່າວເຫດການແຂວງສະຫວັນນະເຂດ ມອບສົ່ງອັດຖິ ທະຫານອາສາສະໝັກຫວຽດນາມ ກັບຄືນປະເທດ

ແຂວງສະຫວັນນະເຂດ ມອບສົ່ງອັດຖິ ທະຫານອາສາສະໝັກຫວຽດນາມ ກັບຄືນປະເທດ

Published on

ຂປລ. ພິທີມອບ–ຮັບ ອັດຖິຊ່ຽວຊານ ແລະ ທະຫານອາສາສະຫມັກຫວຽດນາມ ທີ່ເສຍສະຫລະຊີວິດໃນປາງສົງຄາມ ຈຳນວນ 37 ອັດຖິ ຄືນປະເທດ ໄດ້ຈັດຂຶ້ນທ້າຍ​ອາທິດ​ຜ່ານ​ມາ ​ໂດຍມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງໆ ສະຫວັນນະເຂດ, ຄະນະປະຕິບັດງານພິເສດຂັ້ນແຂວງ, ທ່ານ ມາຍຖຶ່ກ ຮອງປະທານ ຄະນະກຳມະການປະຊາຊົນ ແຂວງກວາງຈິ ສສ ຫວຽດນາມ, ຫົວໜ້າຄະນະປະຕິງານພິເສດຂັ້ນແຂວງ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໃນສົກປີ 2015-2016 ຄະນະປະຕິບັດງານພິເສດທັງສອງແຂວງ ກໍຄືແຂວງສະຫວັນນະເຂດ ແລະ ແຂວງກວາງຈິ ໄດ້ປະສານສົມທົບກັນ ຊີ້ນຳກອງ 584 ກອງບັນຊາການທະຫານແຂວງກວາງຈິ ສາມາດຊອກຫາ ແລະ ຂຸດຄົ້ນໄດ້ 37 ອັດຖິ ໃນນີ້ພົບໃນຂຸມຝັງສົບລວມຈຳນວນ 23 ອັດຖິ ຢູ່ເຂດເມືອງອາດສະພອນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...