Homeຂ່າວຕ່າງປະເທດນັກກີລາ​ອົດ​ສະຕຣາລີ ຮັບ​ແຈກ​ຖົງ​ຢາ​ງອະນາ​ໄມ​ປ້ອງ​ກັນ​ໄວ​ຣັສຊິ​ກາ

ນັກກີລາ​ອົດ​ສະຕຣາລີ ຮັບ​ແຈກ​ຖົງ​ຢາ​ງອະນາ​ໄມ​ປ້ອງ​ກັນ​ໄວ​ຣັສຊິ​ກາ

Published on

ທີ​ມນັກ​ກີລາ​ອົດ​ສະຕຣາລີ​ໃນ​ການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ທີ່​ນະຄອນ​ຣີ​ໂອ​​ເດ​ຈາ​ເນ​ໂຣຂອງ​ບຣາຊິນ​​ຈະ​ໄດ້​ຮັບ​ແຈກ​ຖົງ​ຢາງອະນາ​ໄມ ຊຶ່ງ​ບໍລິສັດ​ຜູ້​ຜະລິດ​ຮັບປະກັນ​ວ່າ​ສາມາດ​ປ້ອງ​ກັນ​ເຊື້ອ​ໄວ​ຣັສຊິ​ກາ​ໄດ້​ເກືອບ​ທັງ​ໝົດ.

ຄະນະ​ກຳມະການ​ໂອ​ລິມ​ປິກ​ອົດ​ສະຕຣາລີ ຖ​ະ​ແຫຼ​ງ​ເຖິງ​ມາດຕະຖານ​ດ້ານ​ສາທາລະ​ນະ​ສຸກ​ໃນ​ການ​ແຂ່ງຂັນ​ກີລາ​ໂອ​ລິມປິກ​ລະ​ຫວ່າງ​ວັນ​ທີ 5-21 ສິງຫາ​ນີ້ ຊຶ່ງ​ທີ​ມນັກກີລາ​ອົດ​ສະຕຣາລີ​ຈະ​ໄດ້​ຮັບ​ແຈກ​ຖົງ​ຢາງ​ອະນາ​ໄມ ຊຶ່ງ​ເປັນ​ແນວທາງ​ໜຶ່ງ​ໃນ​ການ​ປ້ອງ​ກັນ​ບັນຫາ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກີລາ​ທີ່ຣີ​ໂອ, ບໍລິສັດ​ສະ​ຕາຟາ​ມາ​ໂຮ​ນດິ້ງ ​ແລະ​ບໍລິສັດ​ແອນ​ເຊ​ລ ​ເປັນ​ຜູ້​ຜະລິດ​ຖົງ​ຢາງ​ອະນ​າ​ໄມ​ແບບ​ພິ​ເສດ​ທີ່​ສາມາດ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ທົ່ວ​ໄປ ​ແລະ ຍັງ​ມີ​ສານ​ຕໍ່​ຕ້ານ​ເຊື້​ອ​ໄວຣັສທີ່​ສາມ​າດຕິດ​ຕໍ່​ທາງ​ເພດ​ສຳພັນ ທັງ​ນີ້ ​ໄວ​ຣັສຊິ​ກາ ຊຶ່ງ​ມີ​ຍຸງ​ເປັນ​ພາຫະກຳລັງ​ລະບາດ​ໃນ​ອາ​ເມ​ລິ​ກາ​ກາງ ​ແລະ ລາ​ຕິ​ນອາ​ເມ​ລິ​ກາ ຊຶ່ງ​ອົງການ​ອະນາ​ໄມ​ໂລກ​ປະກາດ​ພະວະ​ເລັ່ງດ່ວນ​ດ້ານ​ສາທາລະນະ​ສຸກ​ໂລກ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...