spot_img
HomeຊີວິດແລະຄວາມຮັກWedding-Sex-love4 ສິ່ງທີ່ບົ່ງບອກບອກລັກສະນະຜູ້ຊາຍ ທີ່ ເກັ່ງເລື່ອງ...ເທິງຕຽງ

4 ສິ່ງທີ່ບົ່ງບອກບອກລັກສະນະຜູ້ຊາຍ ທີ່ ເກັ່ງເລື່ອງ…ເທິງຕຽງ

Published on

ວັນນີ້ເຮົາຈະມາເອົາໃຈສາວໆກັນແນ່ເລັກໜ້ອຍ ເພາະທີ່ຜ່ານເຮົາເຄີຍເວົ້າກ່ຽວກັບເຄັດລັບການສັງເກດແມ່ຍິງທີ່ເກັ່ງເລື່ອງເທິງຕຽງ ໃຫ້ໜຸ່ມໆໄດ້ຮູ້ກັນໄປແລ້ວ ແຕ່ເຊື່ອວ່າຍັງມີສາວໆຫລາຍຄົນທີ່ຢາກຮູ້ເລື່ອງນີ້ເຊັ່ນດຽວກັນ ສາວບາງຄົນອາດຢາກຮູ້ວ່າຜູ້ຊາຍທີ່ຕົນເອງຄົບຢູ່ໃນຕອນນີ້ ຈະມີຄວາມ ແຊັ໋ບ, ເຜັດ, ມັນ ເລື່ອງເທິງຕຽງຫຼາຍໜ້ອຍພຽງໃດ ຕ້ອງລອງອ່ານຫົວຂໍ້ທີ່ຈະຂຽນຕໍ່ໄປນີ້ເພື່ອໃຫ້ທ່ານມີຂໍ້ມູນພື້ນຖານໃນການສັງເກດຜູ້ຊາຍຂອງທ່ານ

b98a63f890327be6fa99097e72b5f426

ຟັງ ‘ນ້ຳສຽງ‘ ຂອງເຂົາ

ຜູ້ຊາຍທີ່ສຽງທຸ້ມຕ້ຳຟັງແລ້ວເຊັກຊີສາມາດເຮັດໃຫ້ທ່ານເຄີ້ມໄດ້ຫຼາຍກ່ວາຊາຍໜຸ່ມທີ່ມີສຽງແຫຼມໆ ນ້ຳສຽງທຸ້ມບົ່ງບອກເຖິງຄວາມໝັ້ນຄົງໜັກແໜ້ນ ແລະ ຄວາມມີອຳນາດ ໂດຍສະເພາະເວລາຢູ່ເທິງຕຽງ ພວກເຂົາຈະເປັນຝ່າຍເຮັດຫຼາຍກ່ວາຝ່າຍຮັບ ແລະ ການຄວບຄຸມຈັງຫວະໃນເວລາເທິງຕຽງແມ່ນເຮັດໄດ້ດີ

ໃນຂະນະທີ່ຜູ້ຊາຍສຽງແຫຼມມີຄວາມເປັນເດັກຢູ່ໃນຕົວຄ່ອນຂ້າງຫຼາຍ ຜູ້ຊາຍພວກນີ້ຈະເປັນປະເພດເລົ້າໂລມອາລົມເກັ່ງ ທັງເປັນຜູ້ເຮັດ ແລະ ຜູ້ຮັບທີ່ດີ

ຜູ້ຊາຍທີ່ເວົ້າໄວເກີນໄປຈະບໍ່ສາມາດຄວບຄຸມຈັງຫວະທີ່ເໝາະສົມໃນເວລາເຮັດເລື່ອງຢ່າງວ່າຢູ່ເທິງຕຽງໄດ້ ເຊິ່ງບາງຄັ້ງເຮັດໃຫ້ສາວງຸດງິດເລັກໜ້ອຍ

CP040

ການສຳພັດ

ອີກວິທີໜຶ່ງໃນການສັງເກດຜູ້ຊາຍຄືເວລາທີ່ເຂົາຈະເຕະເນື້ອຕ້ອງຕົວທ່ານ ຫາກຊາຍຄົນໃດທີ່ມີຄວາມເປັນຄວາມເປັນທຳມະຊາດໃນເວລາເຕະເນື້ອຕ້ອງຕົວທ່ານ ແບບບໍ່ລູ່ມລ່າມ  ຫຼື ເງີກງາກເກີນໄປ ຖືວ່າເຂົານັ້ນມີລີລາ, ມີຊັ້ນເຊີງ ທີ່ເກັ່ງສົມຄວາມ.

ຫາກມືຊາຍຄົນໃດມັກບໍ່ຢູ່ກັບຕົວເອງ ກ້າສຳພັດທ່ານມັກຈັບທ່ານບໍ່ວ່າຈະເປັນມື, ຜົມ ແລະ ໂອບກອດ… ຊາຍຄົນນີ້ຖືວ່າແຊັ໋ບ ພໍສົມຄວນ ແຕ່ກໍ່ອາດຈະບົ່ງບອກວ່າເວລາຢູ່ເຖິງຕຽງລາວຈະເປັນຄົນທີ່ມັກເອົາແຕ່ໃຈຕົນເອງ ບໍ່ມັກຄຳນຶງເຖິງຄວາມຮູ້ສຶກຂອງອີກຄົນ

ຫາກຜູ້ຊາຍຄົນໃດບໍ່ກ້າສຳພັດຕົວທ່ານເລີຍ ໝາຍຄວາມວ່າລາວຍັງອ່ອນປະສົບການເລື່ອງນີ້ຢູ່

fClnIH-F

ເຂົາກິນແບບໃດ

ກິນອາຫານໄວ ເລື່ອງເທິງຕຽງເຂົາຈະເປັນແບບເສືອປືນໄວແບບການກິນເຊັ່ນກັນ

  ຄ່ອຍໆກິນໃຊ້ເວລາດົນໆ ຊາຍຈຳພວກນີ້ຈະໃຊ້ເວລາໃນການມີເຊັກສ໌ດົນເໝືອນການກິນ ແລະ ຈະມີເທັກນິກທີ່ດີໃນເວລາຢູ່ເທິງຕຽງ

ຈອມຈູ້ຈີ້ເລືອກກິນ ພວກເຂົາກໍ່ມັກຈະຈູ້ຈີ້ໃນເວລາຢູ່ເທິງຕຽງເຊິ່ງອາດເຮັດໃຫ້ຄູ່ນອນໝົດອາລົມໄດ້ງ່າຍ

pu

‘ຈູບ’ ດຽວກໍ່ຮູ້ເລື່ອງ

1.ຈູບຢ່າງໝັ້ນໃຈ ເປັນການບົ່ງບອກວ່າເຂົາມີຄວາມເປັນຜູ້ນຳ ແຕ່ບໍ່ແມ່ນຄົນມັກບົງການ

2.ຈູບຢ່າງຊຳນານ ຜູ້ຊາຍທີ່ຊ່ຽວຊານເລື່ອງການຈູບ ກໍ່ຍ່ອມຊ່ຽວຊານເລື່ອງເທິງຕຽງເຊັ່ນດຽວກັນ

3.ມີສຽງລະຫວ່າງຈູບ  ຫາກທ່ານໄດ້ຍິນສຽງເວລາຈູບເບົາໆ ບອກເລີຍວ່າຊາຍຄົນນີ້ຮ້ອນແຮງເລື່ອງເຊັກສ໌ເຫຼືອເກີນ

ທີ່ກ່າວມາຂ້າງເທິງນັ້ນກໍ່ເປັນພຽງຫຼັກການພື້ນຖານ ເພື່ອໃຫ້ຄົນທີ່ກຳລັງຢາກສຶກສາຄົນຮັກຂອງທ່ານນຳໄປສັງເກດເບິ່ງເທົ່ານັ້ນ ແຕ່ເລື່ອງຄູ່ນອນຂອງທ່ານຈະ ດຸເດັດເຜັດມັນ ຂະໜາດໃດນັ້ນມັນກໍ່ຂຶ້ນກັບຄວາມມັກ ແລະ ຄວາມພໍໃຈຂອງທັງສອງຝ່າຍ ຈັ່ງໃດກໍ່ຂໍໃຫ້ເຂົ້າໃຈກັນ ຮັກກັນກໍ່ພໍ

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...