spot_img
Homeນານາສາລະວິທີການປູກ ດອກເບັນຈະມາດ

ວິທີການປູກ ດອກເບັນຈະມາດ

Published on

ດອກເບັນຈະມາດ ( Chrysanthemum ) ມີຊື່ວິທະຍາສາດວ່າ Dendranthemum grandifflova ມີຖິ່ນກຳເນີດໃນປະເທດ ຍີ່ປຸ່ນ ແລະ ຈີນ ດອກເບັນຈະມາດ ສາມາດປູກໄດ້ໃນດິນທຸກຊະນິດ ແຕ່ຖ້າຈະໃຫ້ດີຄວນປູກໃນດິນປອດໂປ່ງຊຸ່ມຊື່ນ ດິນທີ່ມີອິນຊີວັດຖຸພຽງພໍ ແລະ ມີການລະບາຍນ້ຳໄດ້ດີ.

ການປູກດອກເບັນຈະມາດ ກ່ອນອື່ນຕ້ອງໄດ້ກຽມດິນ ເຊິ່ງຄວນເຮັດໃນລະດູແລ້ງ ໂດຍໄຖດິນຕາກແດດເອົາໄວ້
2 ອາທິດ ເກັບວັດຊະພືດອອກ ແລະ ຫວ່ານປູນຂາວເພື່ອປັບສະພາບດິນ ດິນທີ່ເພາະສົມສຳລັບການປູກດອກເບັນຈະມາດຄວນຈະມີຄ່າ PH ປະມານ 6 ຖ້າເປັນດິນທີ່ເຄີຍປູກມາກ່ອນ ຄວນອົບດິນດ້ວຍ ທິວໂບຣໄມ ເພື່ອຂ້າເຊື້ອພະຍາດ ແລະ ແມງໄມ້ໃນດິນ ຄວນຍົກໜານຂຶ້ນໃຫ້ມີຂະໜານຄວາມກວ້າງ 5 ແມັດ ຮ່ອງນ້ຳກວ້າງ 1 ແມັດ ເລິກ 60 ຊັງຕີແມັດ ຫາກປູກໃນດິນປົນຊາຍ ມີການລະບາຍນ້ຳໄດ້ດີ ກໍບໍ່ຈຳເປັນຕ້ອງຍົກໜານສູງ.

ວິທີການປູກ: ການປູກດອກເບັນຈະມາດ ແບ່ງອອກເປັນ 2 ວິທີຄື:

1. ການປູກແບບເດັດຍອດ ແມ່ນເດັດຍອດອ່ອນຫຼັງຕົ້ນກ້າຕັ້ງຕົ້ນໄດ້ແລ້ວ ( 4-7 ມື້ ) ໂດຍຈະເດັດຍອດອ່ອນເພື່ອໃຫ້ຕົ້ນອ່ອນແຕກກິ່ງ ຫຼັງຈາກນັ້ນ ຈະແຕ່ງກິ່ງໂດຍການເດັດຍອດຂ້າງ ໃຫ້ເຫຼືອພຽງແຕ່ 2-3 ກິ່ງຕໍ່ຕົ້ນ ວິທີການນີ້ຈະຊ່ອຍປະຢັດພັນ ເຊິ່ງມີລາຄາແພງ ຫຼື ຂາດແຄນ.

2. ການປູກແບບບໍ່ເດັດຍອດ ຫຼື ແບບຕົ້ນດຽວ ແມ່ນການປູກທີ່ໃຊ້ເວລາສັ້ນກວ່າການປູກແບບເດັດຍອດ ຕ້ອງມີການລົງທຶນເບ້ຍພັນສູງກວ່າ ເພາະໃຊ້ເບ້ຍພັນຫຼາຍກວ່າ ແຕ່ການປູກແບບນີ້ ຈະມີໄລຍະເວລາການຈະເລີນເຕີບໃຫຍ່ສັ້ນກວ່າແລະ ຄຸນະພາບຂອງດອກຈະດີກວ່າ ແລະ ປັດຈຸບັນແມ່ນນິຍົມປູກວິທີນີ້.

ການຫົດນ້ຳ: ແມ່ນໃຊ້ນ້ຳຈາກແຫຼ່ງນ້ຳທຳມະຊາດ ຄວນຫົດນ້ຳຕອນເຊົ້າເພື່ອໃຫ້ນ້ຳຄ້າງໃບມີໂອກາດແຫ້ງພາຍໃນເວລາອັນວ່ອງໄວ ເພື່ອຫຼີກເວັ້ນບໍ່ໃຫ້ເກີດບັນຫາຂອງເຊື້ອລາທີ່ເກີດຈາກຄວາມຊຸ່ມເຊັ່ນ: ເຊື້ອລານ້ຳຄ້າງ.

ການໃສ່ຝູ່ນ: ເມື່ອກິ່ງຊໍາຕັ້ງຕົ້ນໄດ້ແລ້ວ ເຮົາຄວນເລັ່ງໃຫ້ມີການຈະເລີນເຕີບໃຫຍ່ທາງລຳຕົ້ນ ໂດຍໃສ່ຝູ່ນທີ່ມີໄນໂຕຣເຢັນສູງເຊັ່ນ: ແອມໂມນຽມຊັດເຟດ 1-2 ບ່ວງແກງ ຕໍ່ນໍ້າ 20 ລິດ ( ສູດ 16-0-0 ຫຼື 20-0-0 ) ຫົດ 2 ຄັ້ງຫ່າງກັນ7-10 ມື້ ແລະ ໃສ່ຝູ່ນສູດ 15-15-15 ໂຮຍໃສ່ຕາມຮ່ອງລະຫວ່າງແຖວທຸກໆ 15 ມື້ ເມື່ອເກີດຕາດອກ ໃຫ້ໃຊ້ຝູ່ນອັດຕາ1:2:1 ເຊັ່ນ ສູດ 12-24-12 ແລະ ເສີມດ້ວຍຝູ່ນທາງໃບທີ່ມີທາດອາຫານຮອງເພື່ອເລັ່ງການອອກດອກ ເມື່ອຮອດໄລຍະເກັບກ່ຽວ ຄວນຢຸດການໃຫ້ຝູ່ນເພື່ອໃຫ້ດອກມີຄຸນະພາບດີ ແຕ່ກ່ອນຈະຕັດດອກ 5-7 ມື້ ຄວນໃຊ້ໂປແຕັດຊຽມຄລໍໄຣ1 ບ່ວງແກງ ລະລາຍນໍ້າ 20 ລິດ ຫົດໃສ່ເພື່ອໃຫ້ການອອກດອກແຂງແຮງ ແລະ ດອກບານທົນທານຂຶ້ນ.

ການໃຫ້ແສງ: ເພື່ອປ້ອງກັນບໍ່ໃຫ້ດອກເບັນຈະມາດອອກດອກໄວ ທັງທີ່ຕົ້ນບໍ່ສົມບູນໃນໄລຍະເວລາສັ້ນອາດໃຊ້ດອກໄຟ100 ວັດ ຕິດຕັ້ງເທິງພື້ນດິນ 2 ແມັດ ໄຕ້ດອກໄຟໃນເວລາ 20:00-02:00 ໂມງ ຈົນໄດ້ຕົ້ນສູງ 30-40 ຊັງຕີແມັດຈິ່ງຢຸດການໃຫ້ໄຟແລ້ວໃຫ້ຕົ້ນຮັບແສງຕາມປົກກະຕິ ເພື່ອໃຫ້ເກີດຕາດອກ ແລະ ພັດທະນາເປັນດອກຕໍ່ໄປ ໃນການປູກໄລຍະຍາວ ຫຼື ການປູກນອກລະດູ ຕ້ອງມີການໃຊ້ຜ້າດຳປົກຄຸມໜານປູກ ໃນເວລາ 18:30-08:00 ໂມງ ຈົນກວ່າຈະເລີ່ມເຫັນສີດອກ.

ພະຍາດ ແລະ ແມງໄມ້: ພະຍາດ ແລະ ແມງໄມ້ ທີ່ເຂົ້າມາທຳລາຍດອກເບັນຈະມາດ ມີຄື: ພະຍາດໃບຈຸດ ໃບແຫ່ວ ໃບແຫ້ງໃບເນົ່າ ເພ້ຍໄຟ ເພ້ຍອ່ອນ ບົ້ງກິນດອກ ແລະ ແມງມຸມແດງ.

ການຕັດດອກ: ຄວນໃຊ້ມີດຕັດ ຕັດກ້ານດອກຫ່າງຈາກພື້ນດິນ 10 ຊັງຕີແມັດ ແຕ່ຖ້າເປັນພັນທີ່ມີກ້ານດອກຍາວໆ ອາດຈະຕັດກ້ານດອກສູງກວ່າ 10 ຊັງຕີແມັດ ການຕັດດອກເບັນຈະມາດສົ່ງຕະຫຼາດ ຄວນຕັດເມື່ອກີບດ້ານນອກບານເຕັມທີ່ ແຕ່ຖ້າກີບຢູ່ໃຈກາງຍັງບໍ່ບານ ຖືວ່າເປັນໄລຍະທີ່ເໝາະສົມທີ່ສຸດ.

ເມື່ອຮູ້ເຖິງຂັ້ນຕອນການປູກແລ້ວ ຢາກໃຫ້ຜູ້ທີ່ມີເງື່ອນໄຂລອງນໍາໄປປະຕິບັດໃຫ້ຖືກຕ້ອງຕາມເຕັກນິກວິຊາການ
ຈິ່ງຈະໄດ້ຮັບຜົນດີ ແລະ ດອກໄມ້ຊະນິດນີ້ ກໍເປັນທີ່ຕ້ອງການຂອງຕະຫຼາດ ແລະ ຍັງມີລາຄາແພງນຳອີກ ດັ່ງນັ້ນ ຈະສາມາດສ້າງລາຍຮັບທີ່ດີໃຫ້ກັບຄອບຄົວຂອງທ່ານຢ່າງແນ່ນອນ.

ທີ່ມາ: ວິທະຍຸ-ໂທລະພາບນະຄອນຫຼວງ

ຂຽນໂດຍ: ວັນຄໍາ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...