spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມລະວັງໄພໃກ້ຕົວ ອາຫານທີ່ບໍ່ຄວນກິນກ່ອນນອນ

ລະວັງໄພໃກ້ຕົວ ອາຫານທີ່ບໍ່ຄວນກິນກ່ອນນອນ

Published on

ເມື່ອທ້ອງເກີດຫິວຕອນກາງຄືນ, ຕອນເດິກໆ ແນ່ນອນເລີຍວ່າສິ່ງທີ່ຄົນເຮົາມັກເຮັດເປັນສິ່ງທຳອິດ ແມ່ນຕ້ອງຊອກຫາຂອງກິນ ແຕ່ບາງທ່ານອາດຈະບໍ່ຮູ້ວ່າຂອງກິນບາງຊະນິດທີ່ເຮົາກິນລົງໄປນັ້ນອາດເປັນໃຫ້ເສຍສຸຂະພາບກໍ່ເປັນໄດ້ ເຊິ່ງຈະມີອາຫານປະເພດໃດແນ່ເຮົາມາເບິ່ງກັນເລີຍ

f266a1a4193bfc4b2916720c90f5af63_L

1 ຜັກຕ່າງໆ

ຫຼາຍໆຄົນອາດຈະເລືອກທີ່ຮັບປະທານອາຫານສະຫລັດຜັກກ່ອນນອນເພື່ອແກ້ອາການທ້ອງວ່າງ

ເພາະຈະໄດ້ບໍ່ອ້ວນແມ່ນບໍ່ ແຕ່ບັນຫາຄື ຜັກຈະໄປຕົກຄ້າງຢູ່ໃນລຳໄສ້ດົນຫຼາຍດ້ວຍມີກາກໃຍ ຫຼືໄຟເບີ ແລະເຮັດໃຫ້ຮູ້ສຶກອຶດອັດ ດັ້ງນັ້ນ ເຖິງຈະເປັນອາຫານສຸຂະພາບ ແຕ່ບໍ່ຕ້ອງຮັບປະທານກ່ອນນອນພາຍໃນເວລາ 1-2 ຊົ່ວໂມງ ອາດຈະດີກວ່າ.

2 ອາຫານຣົດຊາດເພັດ

ໂດຍສະເພາະຕອນເດີກໆ ຫຼາຍໆຄົນທີ່ມັກອອກມາຮ້ານອາຫານຕາມສັ່ງກິນແລ້ວກໍ່ມັກຈະບໍ່ພົ້ນພວກ ຜັດກະເພົາ, ຕົ້ມຢຳ ຫຼື ແກງເຜັດ ຂໍບອກເລີຍວ່າອາຫານເຫຼົ່ານີ້ ສຳລັບອາຫານແລງເຮົາຄວນງົດ ເພາະຄວາມເຜັດຮ້ອນຂອງເຄື່ອງເທດ ແລະເຄື່ອງສະໝຸນໄພຕ່າງໆ ຈະໄປກະຕຸ້ນໃຫ້ລະບົບຍ່ອຍອາຫານລະບົບຂັບຖ່າຍ ແລະລະບົບຫາຍໃຈຕື່ນຕົວ ແລະເຮັດໃຫ້ຄໍ່າຄືນນັ້ນ ອາດລົ້ມຕົວນອນແບບບໍ່ມີຄວາມສຸກ.

3 ກະແລັ້ມ

ແມ່ຍິງຫຼາຍໆຄົນມັກກິນກະແລັ້ມກ່ອນນອນ ເພາະຮູ້ສຶກວ່າເຮັດໃຫ້ອາລົມດີ ຜ່ອນຄາຍ ແລະຫຼັບໄດ້ຢ່າງມີຄວາມສຸກ ແຕ່ຄວນຫຼີກລ່ຽງ ເພາະກະແລັ້ມມີສ່ວນປະກອບຂອງໄຂມັນຂ້ອນຂ້າງສູງ ເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ຊ້າລົງ ນອກຈາກນັ້ນ ປະລິມານນໍ້າຕານທີ່ມີຫຼາຍເກີນໄປອາດໄປກະຕຸ້ນໃຫ້ຮ່າງກາຍຫລັ່ງອະດີຣນາລີນ ເຮັດໃຫ້ຕົນໂຕເບົາ ແທນທີ່ເຮົາຈະຢາກນອນ.

4 ອາຫານໜັກໆ ເຊັ່ນ ພວກແປ້ງ ແລະ ໄຂມັນ

ຍົກຕົວຢ່າງ ພີດຊ່າ, ເບີເກີໄກ່ທອດ, ເຟຣນຟຣາຍ ເພາະອາຫານເຫຼົ່ານີ້ນອກຈາກຈະເຮັດໃຫ້ອີ່ມທ້ອງເກີນໄປແລ້ວ ໄຂມັນຍັງຈະໄປລົບກວນອະໄວຍະວະຫຼອດອາຫານເຮັດໃຫ້ການເກີດລະຄາຍເຄືອງ ແລະເຮັດໃຫ້ມີການສະສົມປະລິມານໄຂມັນຫຼາຍຂຶ້ນໃນເສັ້ນເລືອດອີກ ແລະຈະເຮັດໃຫ້ຫົວໃຈເຮັດວຽກໜັກໃນຊ່ວງເວລາທີ່ລະບົບຂອງຮ່າງກາຍຄວນຈະໄດ້ພັກຜ່ອນອີກດ້ວຍ.

5 ເຄື່ອງດື່ມປະເພດເຫຼົ້າ

ຫຼາຍໆຄົນ ມັກດື່ມເຄື່ອງດື່ມປະເພດເຫຼົ້າກ່ອນນອນ ເພາະຊ່ວຍເຮັດໃຫ້ເຫງົານອນ ແລະຫຼັບໄວກວ່າປົກກະຕິ ແຕ່ແທ້ຈິງແລ້ວນັກໂພຊະນາການບອກວ່າ ແອວກໍຮໍຈະມີລິດເຮັດໃຫ້ຫົວໃຈຈະເຕັ້ນແຮງ ແລະນັ້ນຈະເຮັດໃຫ້ທ່ານຕ້ອງສະດຸ້ງຕື່ນເປັນເທື່ອໆ ຕະຫຼອກໝົດຄືນ ທີ່ເຮັ່ງຮ້າຍໄປກວ່ານັ້ນ ມີລາຍງານຢືນຢັນວ່າ ປະເພດເຫຼົ້າເຮັດໃຫ້ອັດຕາການນອນກົນເພີ່ມຂຶ້ນອີກດ້ວຍ.

ທີ່ມາ: ເສກຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...