spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໝາກເຂົ້າ ມີສັບພະຄຸນທາງຢາຫຼາຍກວ່າທີ່ທ່ານຄິດ

ໝາກເຂົ້າ ມີສັບພະຄຸນທາງຢາຫຼາຍກວ່າທີ່ທ່ານຄິດ

Published on

ທາງການແພດໄດ້ພິສູດແລ້ວວ່າ ໄລໂຄປິນຈາກເຍື້ອຫຸ້ມໝາກເຂົ້າເປັນສານຕ້ານມະເຮັງ ທີ່ມີສັບພະຄຸນຕ້ານອະນຸມູນອິດສະຫຼະ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍ ມີສ່ວນຊ່ວຍຫຼຸດຄວາມສ່ຽງຂອງການເກີດໂຣກຫຼອກເລືອດຫົວໃຈ ໂຣກມະເຮັງຕ່ອມລູກໝາກ ມະເຮັງປອດ ແລະ ມະເຮັງໃນກະເພາະອາຫານ ດັ່ງນັ້ນຫາກຈະບອກວ່າ ໝາກເຂົ້າ ເປັນອາຫານສະນິດໜຶ່ງທີ່ຕ້ານມະເຮັງໄດ້ກໍ່ຄົງຈະບໍ່ຜິດ

ໃນຕຳລັບຢາລະບຸໄວ້ດັ່ງນີ້: 

ໃບ: ປຸງເປັນຢາຂຽວໃຊ້ຖອນຜິດ ແກ້ຜິດທຸກຊະນິດ ນຳໃບໝາກເຂົ້າມາຕຳແລ້ວພອກໄວ້ທີ່ຫຼັງຈະບັນເທົາອາການປວດຫຼັງໄດ້
ຍອດ: ມີເບຕ້າເຄໂຣທິນ ເປັນສານຕ້ານອະນຸມູນອິດສະຫຼະຢູ່ໃນປະລິມານສູງ ຈິ່ງສາມາດຮັກສາມະເຮັງໄດ້
ແກ່ນ: ໃຊ້ບຳລຸງປອດ ປິ້ວປົວທໍ່ນ້ຳບີອຸດຕັນ ແລະ ປິ້ນປົວວັນນະໂຣກໄດ້
ຮາກ: ໃຊ້ຕົ້ມນ້ຳດື່ມກ່ອນອາຫານເຊົ້າ-ແລງ ຈະຊ່ວຍຂັບຂີ້ກະເທີ່, ດັບພິດໄຂ້, ແກ້ເຂົ່າເສື່ອມ, ປວດຕາມຂໍ່ ຖອນພິດໄຂ້, ນອກຈາກນີ້ຫາກນຳສ່ວນຂອງຮາກແຊ່ນ້ຳແລ້ວນຳມາສະຫົວຈະຊ່ວຍແກ້ຜົມຫລົ່ນ ແລະ ຂ້າເຫົາໄດ້

405Health-02

ສູດເຄື່ອງດື່ມນ້ຳໝາກເຂົ້າເພື່ອສຸຂະພາບ

ສ່ວນປະສົມ

ໝາກເຂົ້າສຸກ 1 ກິໂລ

ນ້ຳຕົ້ມສຸກ 1,500 ມິລີລິດ

ນ້ຳຕານ 150 ກຣາມ

ນ້ຳໝາກນາວ 3 ບ່ວງແກງ

ເກືອ 1 ບ່ວງຊາ

ວິທີເຮັດ

1. ຜ່າເຄິ່ງໝາກເຂົ້າ ໃຊ້ບ່ວງຕັກແກ່ນອອກໃສ່ລົງໃນແນວຕອງ ແລ້ວໃຊ້ບ່ວງເນັ່ນໆເອົາແຕ່ເຍື້ອແດງໆທີ່ຫຸ່ມແກ່ນໝາກເຂົ້າອອກຈາກແກ່ນຈົນໝົດ

2. ນຳເນື້ອເຍື້ອແດງລົງໃນນ້ຳຕົ່ມສຸກແລ້ວຄົນໃຫ້ເຂົ້າກັນ ຈາກນັ້ນກໍ່ນຳໄປຕອງເອົາແຕ່ນ້ຳ

3. ເມື່ອໄດ້ນ້ຳໝາກເຂົ້າມາແລ້ວກໍ່ຕື່ມນ້ຳຕານ,ນ້ຳໝາກນາວ ແລະ ເກືອລົງໄປ ມັກຣົດຊາດແນວໃດກໍ່ປຸງຕາມໃຈຈາກນັ້ນກໍ່ຄົນໆ ເຢັ້ນໃສ່ຈອກແລ້ວນຳໄປເຂົ້າຕູ້ເຢັນກ່ອນ ຈິ່ງຄ່ອຍດື່ມ.

ພຽງເທົ່ານີ້ທ່ານກໍ່ຈະໄດ້ນ້ຳໝາກເຂົ້າເພື່ອສຸຂະພາບໄວ້ດື່ມແລ້ວ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...