spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໝາກອຶ! ມີສັບພະຄຸນທາງຢາຫຼາຍກວ່າທີ່ຄິດ ໃຊ້ທາແຜໄຟໄໝ້ ແລະ ກຳຈັດຂີ້ກະຕືກໄດ້

ໝາກອຶ! ມີສັບພະຄຸນທາງຢາຫຼາຍກວ່າທີ່ຄິດ ໃຊ້ທາແຜໄຟໄໝ້ ແລະ ກຳຈັດຂີ້ກະຕືກໄດ້

Published on

ວັນນີ້ເຮົາມີຄຸນປະໂຫຍດທີ່ໜ້າສົນໃຈກ່ຽວກັບໝາກອຶມາຝາກ ເຊິ່ງພວກເຮົາໄດ້ໄປອ່ານພົບທີ່ເວັບໄຊ໌ ທີ່ມີຊື່ວ່າ pendulumthai.com ມັນໄດ້ເຜີຍເຖິງຄຸນປະໂຫຍດຂອງໝາກອຶທີ່ສາມາດນຳມາປິ່ນປົວແຜໄຟໄໝ້ ແລະ ແກ່ນຂອງໝາກອຶກໍ່ຍັງສາມາດກຳຈັດຂີ້ກະຕືກໄດ້ນຳອີກ ເຊິ່ງລາຍລະອຽດຈະເປັນແນວໃດນັ້ນເຮົາມາອ່ານກັນເລີຍ

ໃຊ້ຮັກສາແຜໄຟໄໝ້ 

ແມ່ນໃຊ້ເນື້ອຂອງໝາກອຶ ບົດລະອຽດແລ້ວນຳໄປພອກໃສ່ບໍລິເວນທີ່ເກີດໄຟໄໝ້ ຖ້າບໍລິເວນນັ້ນປວດຫຼາຍແມ່ນໃຫ້ນຳເນື້ອໝາກອຶທີ່ບົດລະອຽດແລ້ວປະສົມກັບຫີນສົ້ມທີ່ຜ່ານການບົດລະອຽດແລ້ວຄົນທັງສອງຢ່າງເຂົ້າກັນແລ້ວນຳໄປທາບາດແຜໄຟໄໝ້ ມັນຈະຊ່ວຍໃຫ້ບາດແຜດີໄວຂຶ້ນ.

ໃຊ້ສຳລັບກຳຈັດຂີ້ກະຕືກ

ໃຊ້ຂັບຂີ້ກະຕືກຕົວແປ: ໃຊ້ແກ່ນໝາກອຶສົດ 6 ຂີດ ບົດລະອຽດແລ້ວປະສົມກັບນ້ຳອຸ່ນຈາກນັ້ນກໍ່ຕື່ມນ້ຳຕານ ຫຼື ນ້ຳເຜິ້ງເລັກໜ້ອຍເພື່ອໃຫ້ມີຣົດຊາດຫວານ ຈາກນັ້ນກໍ່ດື່ມ ກ່ອນອາຫານເຊົ້າຕິດຕໍ່ກັນ 5-6ວັນ

ໃຊ້ຂັບຂີ້ກະຕືກຕົວເສັ້ນດ້າຍ: ໃຊ້ແກ່ນໝາກອຶບົດເປັນຜົງ ກິນວັນລະ 2 ຄັ້ງເຊົ້າ-ແລງ, ຄັ້ງລະ 1ບ່ວງແກງ ຕິດຕໍ່ກັນ 5-6 ວັນ

ໃຊ້ຂັບຂີ້ກະຕືກຕົວກົມ: ໃຊ້ແກ່ນໝາກອຶປະມານ 3-6ຂີດ ຂົ້ວກິນ ຫຼື ຕົ້ມນ້ຳກິນໃນຕອນເຊົ້າກ່ອນອາຫານຕິດຕໍ່ກັນ 5-7 ວັນ

ນີ້ກໍ່ເປັນຄຸນປະໂຫຍດບາງສ່ວນຂອງໝາກອຶທີ່ພວກເຮົານຳມາສະເໜີໃຫ້ຮູ້ ແລະ ໂອກາດໜ້າເຮົາຈະມາບອກຄຸນປະໂຫຍດຫຍັງແນ່ກ່ຽວກັບໝາກອຶ ຕ້ອງຕິດຕາມຕໍ່ໄປ

ບົດຄວາມຫຼ້າສຸດ

ສສກ ຊີ້ແຈງຄວາມເປັນມາ ແລະ ຄວາມເປັນຈິງກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນ

ກະຊວງສຶກສາທິການ ແລະ ກິລາ ຂໍຊີ້ແຈງອະທິບາຍ ກ່ຽວກັບຄວາມເປັນມາ ແລະ ສະພາບຄວາມເປັນຈິງ ຂອງໂຄງການອາຫານທ່ຽງໃນໂຮງຮຽນ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ສປປ ລາວ ໃນໄລຍະຜ່ານມາ 20...

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...