ອ່ານຕໍ່ຈາກສະບັບທີ່ແລ້ວ
ຮອດຕອນແລງໃນຂະນະທີ່ນ້ອຍກຳລັງຈະນອນລັບ ສຽງຂໍ້ຄວາມຈາກໂທລະສັບທີ່ວາງໄວ້ເທິງໜ້າໂຕະຢູ່ໃກ້ກັບຕຽງນອນກໍ່ດັງຂຶ້ນ ນ້ອຍໄດ້ໄຂ້ວມືໄປຈັບເອົາໂທລະສັບມາເບິ່ງຂໍ້ຄວາມກໍ່ເຫັນເປັນເບີແປກສົ່ງຂໍ້ຄວາມເຂົ້າມາລາວໄດ້ເປີດເບິ່ງ ເຫັນເປັນຂໍ່ຄວາມຂອງເຈສົ່ງມາທັກທາຍຕອນເດິກ ແລະ ຂໍເວລາໂທລົມກັບນ້ອຍເຊິ່ງນ້ອຍກໍ່ອະນຸຍາດ ບຶດໜຶ່ງສຽງໂທລະສັບກໍ່ດັງຂຶ້ນ ກິ່ງໆໆໆໆໆ ນ້ອຍກໍ່ຟ້າວຮັບສາຍເພາະຢ້ານລົບກວນເປິ້ນທີ່ນອນຢູ່ທາງຂ້າງ ເມື່ອນ້ອຍຮັບສາຍລາວກໍ່ຟ້າວອອກຈາກຫ້ອງນອນແລ້ວມານັ່ງລົມໂທລະສັບທີ່ໂຊຟາບ່ອນຮັບແຂກ ເຈໄດ້ຊວນນ້ອຍໄປກິນເຂົ້າແລງມື້ອື່ນແຕ່ນ້ອຍບໍ່ສົນໃຈນ້ອຍໄດ້ຕອບປະຕິເສດໄປ ເຈໄດ້ຊວນນ້ອຍລົມເລື່ອງນັ້ນເລື່ອງນີ້ ແຕ່ນ້ອຍກໍ່ຕອບຕາມທຳມະດາໄປ ເພາະນ້ອຍຮູ້ແລ້ວວ່າເຈຄິດແບບໃດກັບຕົນ ນ້ອຍເລີຍບໍ່ຢາກຕໍ່ ບໍ່ຢາກເກັບບັນຫາມາໃສ່ຫົວອີກ ເພາະທຸກວັນນີ້ ນ້ອຍກໍ່ປວດຫົວໃນເລື່ອງຄວາມຮັກຫຼາຍແລ້ວ ພວກເຂົາລົມກັນປະມານ 10 ນາທີ ແລ້ວນ້ອຍກໍ່ຄອບວາງສາຍນອນ
ຮຸ່ງເຊົ້າວັນໃໝ່ ຄິ້ມໄດ້ລອງກົດໂທໄປຫານ້ອຍ ປະກົດວ່າໂທຕິດ ຄິ້ມຮູ້ສຶກແປກໃຈ ແລະ ດີໃຈ ນ້ອຍກົດຮັບສາຍໂທລະສັບ ແຕ່ບໍ່ປາກຫຍັງ ໄດ້ຍິນແຕ່ສຽງຄິ້ມເວົ້າ ຮາໂຫຼ! ຮາໂຫຼ ຜ່ານໂທລະສັບ ຮາໂຫຼຫົກໂຫຼເຈັດໂຫຼຮອດສິບໂຫຼນ້ອຍກໍ່ບໍ່ຕອບ ຄິ້ມຮູ້ວ່ານ້ອຍຍັງບໍ່ເຊົາຄຽດໃຫ້ຕົນ ລາວເລີຍຂໍເວົ້າຄວາມໃນໃຈຂອງຕົນທີ່ມີໃຫ້ນ້ອຍຟັງ ນ້ອຍກໍ່ຟັງແຕ່ບໍ່ປາກ ຄິ້ມໄດ້ລະບາຍຄວາມຮູ້ສຶກທັງໝົດໃນຕອນທີ່ບໍ່ໄດ້ຢູ່ກັບນ້ອຍ ເມື່ອເວົ້າຈົບແລ້ວຄິ້ມກໍ່ຄອບນ້ອຍໄປການ ຈາກນັ້ນນ້ອຍກໍ່ວາງສາຍ ໃນໃຈນ້ອຍຕອນນີ້ຮູ້ສຶກວ່າງເປົ່າຫຼາຍ ຄວາມຮູ້ສຶກເກົ່າໆທີ່ເຄີຍດີໃຈໃນເມື່ອໄດ້ຍິນສຽງຄິ້ມມັນຫາຍໄປໂດຍບໍ່ຮູ້ສາເຫດເລີຍ ແບບນີ້ມັນແມ່ນຄວາມຮູ້ສຶກອື່ມຫຼືບໍ່! ໃນເວລານັ່ງເຮັດວຽກນ້ອຍໄດ້ຄິດທົບທວນຫຼາຍອັນຫຼາຍແນວທຸກເລື່ອງລາວມັນແລ່ນວຽນໃນຫົວ ໃນຂະນະທີ່ນ້ອຍກຳລັງນັ່ງຄິດເພີນໆຢູ່ນັ້ນເຈກໍ່ໂທມາຫາເພື່ອຊວນນ້ອຍໄປກິນເຂົ້າທ່ຽງ ແລະ ນ້ອຍກໍ່ຕອບຕົກລົງ ພວກເຂົານັດພົບກັນທີ່ຮ້ານເຝີແຫ່ງໜຶ່ງແຖວໃກ້ໆຫ້ອງການນ້ອຍ ເມື່ອຮອດໂມງເລີກວຽກນ້ອຍກໍ່ອອກມາຫາເຈທີ່ຮ້ານເຝີຕາມທີ່ນັດໄວ້ ເຊິ່ງນ້ອຍໄດ້ເຫັນເຈມານັ່ງຖ້າທີ່ຮ້ານແລ້ວ ພວກເຂົາໄດ້ສັ່ງເຝີຄົນລະຖ້ວຍ ແປັບຊີຄົນລະແກ້ວ ພວກເຂົາທັງກິນທັງລົມ ເຈພະຍາຍາມຢອດຄຳຫວານໆໃນໆ ໃຫ້ນ້ອຍຫຼາຍຄັ້ງແຕ່ນ້ອຍບໍ່ສົນເຮັດຄືບໍ່ໄດ້ຍິນ.
ເຈ ຮູ້ວ່ານ້ອຍ ກັບ ຄິ້ມ ກຳລັງມີບັນຫາລາວເລີຍພະຍາຍາມຈະເຂົ້າມາແຊກກາງ ລາວຫມັ່ນໂທຫານ້ອຍ ສົ່ງຂໍຄວາມໄປຢອດຄຳຫວານໃສ່ນ້ອຍ ແລະ ຊວນນ້ອຍໄປທ່ຽວສະຖານທີ່ຕ່າງໆ ເຊິ່ງນ້ອຍກໍ່ປະຕິເສດທຸກຄັ້ງ ນ້ອຍເອງກໍ່ຮູ້ສຶກອຶດອັດທີ່ເຫັນເຈເຮັດແບບນີ້ກັບຕົນເອງ ຈົນໃນທີ່ສຸດນ້ອຍກໍ່ອົດບໍ່ໄດ້ ລາວບໍ່ຢາກໃຫ້ຄວາມຫວັງເຈຕໍ່ໄປນ້ອຍເລີຍຕັດສິນໃຈບອກຄວາມຈິງກັບເຈໄປ ເຊິ່ງທຳອິດເຈກໍ່ຮູ້ສຶກຜິດຫວັງ ແຕ່ລາວກໍ່ຍອມຮັບການຕັດສິນໃຈຂອງນ້ອຍດ້ວຍດີ
ສ່ວນຄິ້ມກໍ່ຕາມມາຫານ້ອຍທີ່ຫ້ອງທຸກວັນແຕ່ບໍ່ມີໂອກາດໄດ້ລົມກັບນ້ອຍແບບເປີດໃຈສອງຕໍ່ສອງຈັກເທື່ອ ເພາະນ້ອຍບໍ່ເປີດໂອກາດໃຫ້ຄິ້ມເຂົ້າໃກ້ເລີຍ ຈົນຄິ້ມອົດບໍ່ໄຫວກໍ່ເລີຍໄປວາງແຜນກັບເປິ້ນ ແລະ ຄຳແສງ ສາມຄົນໄດ້ລວມຫົວກັນ ເຊິ່ງຈະເຮັດເຊີໄພໃນວັນເກີດຂອງນ້ອຍ ເຊິ່ງຈະຮອດໃນວັນເສົານີ້ ເມື່ອຮອດແລງວັນເສົາ ເປິ້ນໄດ້ຊວນນ້ອຍໄປກິນເຂົ້ານອກບ້ານ ແຕ່ວັນນີ້ເປິ້ນໃຫ້ນ້ອຍແຕ່ງຕົວງາມເປັນພິເສດ ເຊິ່ງທຳອິດນ້ອຍກໍ່ບໍ່ຢາກໄປບໍ່ຢາກແຕ່ງຕົວແຕ່ກໍ່ຂັດຂືນໝູ່ບໍ່ໄດ້ ລາວເລີຍເຮັດຕາມໃຈເປິ້ນ ສ່ວນທາງຄິ້ມກັບຄຳແສງກໍ່ພາກັນໄປຈອງຮ້ານໄວ້ ເຊິ່ງກໍ່ເປັນຮ້ານຂອງຄົນຮູ້ຈັກກັບຄິ້ມເຊິ່ງເປັນສວນອາຫານແຫ່ງໜຶ່ງແຖວດອນກອຍ ເມື່ອສອງສາວແຕ່ງໂຕແລ້ວໆ ເປິ້ນກໍ່ພານ້ອຍມາທີ່ສວນອາຫານດັ່ງ ກ່າວ ໃນຂະນະທີ່ນ້ອຍຍ່າງເຂົ້າໄປໃນສວນອາຫານລາວສັງເກດເຫັນມື້ນີ້ສວນອາຫານຕົບແຕ່ງງາມເປັນພິເສດ ແລະ ຮູ້ສຶກວ່າເປີດເພງໂຣແມນຕິກຂະໜາດ ນ້ອຍ ກັບ ເປິ້ນໄດ້ໄປນັ່ງທີ່ໂຕະອາຫານ ແລະ ສັ່ງອາຫານມານັ່ງກິນ ກັບບັນຍາກາດທີ່ສຸດແສນໂຣແມນຕິກ ຜ່ານໄປ 30 ນາທີ ນ້ອຍຮູ້ສຶກແປກໃຈບໍ່ເຫັນມີໃຜເຂົ້າມາຮ້ານຕື່ມຈັກຄົນທັງຮ້ານມີລູກຄ້າແຕ່ສອງຄົນພວກເຂົາລາວເລີຍຖາມເປິ້ນວ່າ:
ນ້ອຍ: ເປິ້ນ! ເຂົາຮູ້ສຶກແປກໆ ຮ້ານຄືມິດແທ້ ຄືມີແຕ່ເຮົາສອງຄົນ
ເປິ້ນ: ກະຈັ່ງຊີ້ແຫຼະ ມື້ໄດ້ຂາຍດີກໍ່ມີຄົນເຂົ້າຮ້ານຫຼາຍ ມື້ບໍ່ໄດ້ຂາຍກໍ່ຈັ່ງຊີ້ ແຫລະເພິ້ນ
ນ້ອຍ: ຄືສິແມ່ນ
ເມື່ອຮອດເວລາ 20:40ໂມງ ຄິ້ມໄດ້ໃຫ້ພະນັກງານທີ່ສວນອາຫານປິດໄຟທັງໝົດ ເຮັດຄືໄຟຟ້າດັບ ເຊິ່ງນ້ອຍເອງເປັນຄົນຢ້ານຄວາມມືດຫຼາຍ ເປິ້ນບອກນ້ອຍນັ່ງຖ້າຢູ່ທີ່ໂຕະລາວຈະຍ່າງໄປຫາພະນັກງານສວນອາຫານ ເພື່ອຖາມວ່າເກີດຫຍັງຂຶ້ນ ເພາະແນມອອກໄປທາງນອກໄຟຟ້າຄືມາ ເມື່ອເປິ້ນໄປວິດໂຕະ ຄິ້ມກໍ່ຄ່ອຍໆຢ່າງແອບມາທາງຫຼັງ ລາວໄດ້ເອົາມືໄປຈັບບ່ານ້ອຍໄວ້ ເຊິ່ງນ້ອຍຮູ້ສຶກຕົກໃຈແຮງລາວໄດ້ຢືນຂຶ້ນຈາກນັ້ນຄິ້ມກໍ່ກອດນ້ອຍໄວ້ແໜ້ນ ແລະ ນ້ອຍກໍ່ດິ້ນໆ ແຕ່ຄິ້ມກໍ່ບໍ່ປ່ອຍ ພ້ອມທັງເວົ້າກັບນ້ອຍວ່າ
ຄິ້ມ: ຢູ່ເສີຍໆ ຂໍກອດໃຫ້ຫາຍຄິດຮອດແນ່ (ແລ້ວຄິ້ມກໍ່ຈັບນ້ອຍຫັນດ້ານໜ້າມາຫາຕົນແລ້ວເວົ້າຕໍ່ວ່າ) ນ້ອຍ! ຂ້ອຍຮູ້ວ່າສິ່ງທີ່ຂ້ອຍເຮັດຜ່ານມາມັນເຮັດໃຫ້ເຈົ້າເຈັບຫຼາຍຂ້ອຍຂໍໂທດ ຫຼາຍວັນຜ່ານມາທີ່ຂ້ອຍບໍ່ໄດ້ເຫັນໜ້າເຈົ້າເຈົ້າເຮັດເສີຍຊາກັບຂ້ອຍມັນທໍລະມານເຫຼືອ ເຊິ່ງມັນຢືນຢັນແລ້ວວ່າ ເຈົ້າບໍ່ແມ່ນເປັນພຽງຜູ້ຍິງທີ່ຂ້ອຍຮັກເທົ່ານັ້ນ ແຕ່ເຈົ້າແມ່ນຜູ້ຍິງທີ່ຂ້ອຍຕາມຫາມາຕະຫຼອດທັງຊີວິດ ເຮົາກັບມາຄືນດີກັນໄດ້ບໍ່
ຕອນນັ້ນຫົວໃຈນ້ອຍເຕັ້ນບໍ່ເປັນຈັງຫວະເລີຍ ລາວຮູ້ສຶກເໝືອນຕົວເບົາໆມັນຄືຈະລອຍໄປໄດ້ເລີຍ ນ້ອຍຄິດອອກແຕ່ຢ່າງດຽວວ່າ ປານໃດໄຟຈະມາ ແລະ ກໍ່ເວົ້າຄຳນັ້ນອອກໄປ: ປານໃດໄຟຈະມາ ພໍແຕ່ນ້ອຍເວົ້າ ເທົ່ານັ້ນ ເປິ້ນກັບຄຳແສງ ກໍ່ຢູ້ໂຕະເຄັກທີ່ຈຸດທຽນວັນເກີດອອກມາພ້ອມກັບຮ້ອງເພງ ອວຍພອນວັນເກີດໃຫ້ ນ້ອຍຮູ້ສຶກເຊີໄພຫຼາຍທັງດີໃຈສຸດໆຈົນເກືອບຊັອກ ເພາະລາວບໍ່ຄິດເລີຍວ່າຈະມີວັນນີ້ ເມື່ອໂຕະເຄັກວັນເກີດມາຮອດ ເປິ້ນໄດ້ບອກໃຫ້ນ້ອຍອະທິຖານແລະເປົ່າເຄັກນ້ອຍກໍອະທິຖານ ແລະ ເປົ່າເຄັກຈາກນັ້ນໄຟທຸກດວງໃນສວນອາຫານກໍ່ເປີດຂຶ້ນ ນ້ອຍແນມລົງໄປທີ່ເຄັກເຫັນແຫວນຄຳກ້ຽງວົງໜຶ່ງຢອງເຖິງໜ້າເຄັກ ແລ້ວຄິ້ມກໍ່ຈັບເອົາແຫວນນັ້ນຂຶ້ນມາ ແລະ ເວົ້າຕໍ່ໜ້ານ້ອຍວ່າ:
ຄິ້ມ: ນ້ອຍ! ຊ່ວຍຮັກສາແນວພັນຂອງໄວ້ແນ່ໄດ້ບໍ່! ຊ່ວຍມາເປັນແມ່ຂອງລູກຂ້ອຍແນ່! ຖ້າເຈົ້າບໍ່ຍອມແຕ່ງງານກັບຂ້ອຍ! ຂ້ອຍຕ້ອງໂສດໄປຕະຫຼອດຊີວິດ ເພາະຂ້ອຍໄປສາບານໄວ້ແລ້ວວ່າຖ້າເຈົ້າບໍ່ແມ່ນເຈົ້າຂ້ອຍກໍ່ສິບໍ່ເອົາໃຜ! ເອີ້ ແລະ ຂ້ອຍກໍ່ສາບານອີກເລື່ອງໜຶ່ງວ່າຂ້ອຍຈະເຊົາເປັນຄົນຫຼາຍໃຈຕະຫຼອດຊີວິດ! ນ້ອຍເຈົ້າຊ່ວຍມາເປັນເຈົ້າສາວຂ້ອຍແນ່ໄດ້ບໍ່
ທຸກຄົນພາກັນລຸ້ນໂດຍສະເພາະຄິ້ມລຸ້ນຈົນເຫື່ອແຕກ ແລະ ນ້ອຍແນມເບິ່ງໜ້າຄິ້ມແລະຍິ້ມແລ້ວກໍ່ຕອບໄປວ່າ: ນັບ 1 ຮອດ 5 ຖ້າຊຸບແຫວນເຂົ້າມືບໍ່ທັນກໍ່ບໍ່ແຕ່ງ 1,2 ຄິ້ມຟ້າວຊຸບແຫວນເຂົ້າມືນິ້ວນາງຂ້າງຊ້າຍຂອງນ້ອຍທັນທີ.
ແລະແລ້ວເລື່ອງລາວທັງສອງກໍ່ຈົບລົງດ້ວຍຄວາມສຸກນ້ອຍ ແລະ ຄິ້ມໄດ້ແຕ່ງງານກັນ ຜ່ານໄປ 1ປີ ຄຳແສງແລະເປິ້ນກໍ່ໄດ້ແຕ່ງງານກັນ ນ້ອຍໄດ້ລູກຊາຍ ແລະ ເປິ້ນໄດ້ລູກສາວ ທັງສອງຄອບຄົວໝັ່ນໄປມາຫາສູ່ກັນເປັນປະຈຳເໝືອນຕອນຍັງເປັນບ່າວສາວ
ຈົບບໍລິບູນ
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌