spot_img
Home​ຂ່າວທ່ອງທ່ຽວ10 ອັນດັບ ເມືອງທີ່ບໍ່ໜ້າຢູ່ທີ່ສຸດໃນໂລກ

10 ອັນດັບ ເມືອງທີ່ບໍ່ໜ້າຢູ່ທີ່ສຸດໃນໂລກ

Published on

ວັນນີ້ເຮົາຈະມາແນະນຳ 10 ເມືອງທີ່ບໍ່ໜ້າຢູ່ທີ່ສຸດໃນໂລກ ເຊິ່ງຈະມີປະເທດໃດແນ່ ແລະ ເປັນຍ້ອນຫຍັງບັນດາເມືອງເຫຼົ່ານີ້ຈິ່ງບໍ່ໜ້າຢູ່ ເຮົາມາຮູ້ໄປພ້ອມກັນເລີຍ

ອັນດັບ10 ເມື່ອງ ປໍຣໂຕແປຣງ ສາທາລະນະລັດເຮຕິ

5304240901

ປໍຣໂຕແປຣງ ເປັນເມືອງຫຼວງຂອງປະເທດເຮຕິ ເປັນປະເທດໜຶ່ງໃນທະວີບອາເມລິກາເໜືອມີປະຊາກອນອາໃສຢູ່ 2.5 -3 ລ້ານຄົນ ເມືອງນີ້ມີສະພາບທາງການເມືອງບໍ່ສະຫງົບປານໃດ ແລະ ມີນັກທ່ອງທ່ຽວເຂົາໄປບໍ່ຫຼາຍ

ອັນດັບ 9 ເມືອງກິນຊາຊ່າ ສາທາລະນະລັດ ຄອງໂກ

543

ກິນຊາຊ່າ ເປັນເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດຂອງສາທາລະນະລັດ ຄອງໂກ ມີປະຊາກອນອາໃສຢູ່ທັງໝົດ 8 ລ້ານຄົນ ໃນເມືອງນີ້ມີຄະດີອາດສະຍາກຳສູງຫຼາຍ ອັດຕາສ່ວນຄະດີອາດສະຍາກຳ 112.3 ຄົນ ຕໍ່ ປະຊາກອນ 100,000 ຄົນ

ອັນດັບ 8 ເມືອງ ນູແອກຊັອດ ສາທາລະນະລັດ ອິດສະລາມມໍຣິເຕເນຍ

A Bedouin woman in a white sari holding her child heads back to their tent before an approaching sandstorm hits. The storms carry abrasive winds and generate tremendous charges of static electricity. Sahara Desert, Mauritania

ນູແອກຊັອດ ເປັນເມືອງຫຼວງ ແລະ ເປັນເມືອງທີ່ມີຂະໜາດໃຫຍ່ທີ່ສຸດໃນປະເທດ ມໍຣິເຕເນຍ ຕັ້ງຢູ່ຝັ່ງມະຫາສະໝຸດແອັດແລນຕິກ ມີປະຊາກອນ 9 ແສນຄົນ ແລະ ໃນຈຳນວນນີ້ມີຈຳນວນຄົນອົບພະຍົບໄປເພື່ອໜີບັນຫາຄວາມແຫ້ງແລ້ງເປັນຈຳນວນຫຼາຍ

ອັນດັບ 7 ເມືອງ Pointe Noire ສາທາລະນະລັດ ຄອງໂກ

17955-1

Pointe Noire ເປັນເມືອງທີ່ໃຫຍ່ເປັນອັນດັບ 2 ຂອງສາທາລະນະລັດ ຄອງໂກ ເມືອງນີ້ມີສະຖິຕິນັກທ່ອງທ່ຽວຖືກທຳຮ້າຍ ແລະ ຖືກປຸ້ນຊັບສິນເປັນປະຈຳ

ອັນດັບ 6 ເມືອງ ຊານາ ສາທາລະນະລັດ ເຢເມນ

5508210102

ຊານາ ເປັນເມືອງຫຼວງຂອງປະເທດ ເຢເມນ ມີປະຊາກອນອາໃສຢູ່ປະມານ 2 ລ້ານຄົນ ເມືອງນີ້ຈະມີເຕັມໄປດ້ວຍອາຄານເຮືອນຊານທີ່ທັນສະໄໝ, ເມືອງນີ້ຍັງເຕັມໄປດ້ວຍບູຮານສະຖານ ແລະ ສະຖາປັດຕະຍາກຳອັນເກົ່າແກ່ຫຼວງຫຼາຍ ແຕ່ຫຼັງເກີດເຫດການທຳຮ້າຍຊາວຕ່າງຊາດ ແລະ ລະເບີດສະຖານທູດສະຫະລັດ ເມື່ອບໍ່ດົນມານີ້ເຮັດໃຫ້ນັກທ່ອງທ່ຽວເດີນທາງເຂົ້າປະເທດນ້ອຍລົງຫຼາຍ

ອັນດັບ 5 ເມືອງ ຄາຣທູມ ສາທາລະນະລັດ ຊູດານ

5304240906

ຄາຣທູມ ເປັນເມືອງຫຼວງ ປະເທດຊູດານ ມີປະຊາກອນອາໃສຢູ່ 2,207,794 ຄົນ ຊູດານຍັງມີບັນຫາຄວາມບໍ່ສະຫງົບ ແລະ ມີການສູ່ຮົບກັນພາຍໃນປະເທດ ເຊິ່ງເຮັດໃຫ້ປະຊາກອນເສຍຊີວິດເປັນຈຳນວນຫຼາຍ

ອັນດັບ 4 ເມືອງ ບຣາຊາວິລ ສາທາລະນະລັດ ຄອງໂກ

5304240907

ບຣາຊາວິລ ເປັນເມືອງຫຼວງ ແລະ ເປັນເມືອງໃຫຍ່ທີ່ສູດຂອງ ສາທາລະນະລັດ ຄອງໂກ ມີປະຊາກອນອາໃສຢູ່ 1 ລ້ານຄົນ ເມືອງນີ້ມີທັງຄວາມຂັດແຍ້ງລະຫວ່າງລັດຖະບານ ແລະ ຜູ້ກໍ່ການຮ້າຍ ລວມເຖິງຄວາມຂັດແຍ້ງກັບປະເທດເພື່ອນບ້ານ ເປັນສາເຫດທີ່ເຮັດໃຫ້ປະຊາກອນລົ້ມຕາຍເປັນຈຳນວນຫຼາຍ ຈິ່ງເກີດການອົບພະຍົບຖິ່ນຖານເພື່ອໜີສົງຄາມ

ອັນດັບ 3 ເມືອງ ເອັນຈາເມນາ ສາທາລະນະລັດຊາດ (Chad)

5304240908

ເມືອງ ເອັນຈາເມນາ ເປັນເມືອງໃຫຍ່ທີ່ສຸດໃນປະເທດຊາດ ມີປະຊາກອນອາໃສຫຼາຍກ່ວາ 700,000 ຄົນ ເມືອງນີ້ມີສະຖານທີ່ທ່ອງທ່ຽວທີ່ສວຍງາມຫຼາຍແຫ່ງ ແຕ່ໜ້າເສຍດາຍທີ່ມັກເກີດເຫດການຄວາມບໍ່ສະຫງົບ ແລະ ເກີດບັນຫາວຸ້ນວາຍຕະຫຼອດ ເລີຍເຮັດໃຫ້ຕິດເປັນອັນດັບ 3 ເມືອງທີ່ບໍ່ໜ້າຢູ່ທີ່ສຸດຂອງໂລກ

ອັນດັບ 2 ເມືອງ ບັງກີ ສາທາລະນະລັດ ແອຟຣິກາກາງ

5300

ເມືອງ ບັງກີ ມີປະຊາກອນອາໃສຫຼາຍກ່ວາ 5 ແສນຄົນ ເມືອງນີ້ໄດ້ຮັບການຂຶ້ນທະບຽນເປັນເມືອງມໍລະດົກໂລກ ສາຂາວັດທະນະທຳ ຈາກອົງການຢູເນັສໂກ ເມື່ອ ປີ ຄ.ສ 2006 ແຕ່ໜ້າເສຍດາຍທີ່ເມືອງນີ້ມັກມີເຫດການຄວາມບໍ່ສະຫງົບ ແລະ ບັນຫາຄວາມຮຸນແຮງທີ່ມັກເກີດຂຶ້ນຢ່າງຕໍ່ເນື່ອງມາເປັນເວລາຍາວນານເຖິງ 20 ປີແລ້ວ

ອັນດັບ 1 ເມືອງ ແບກແດດ ສະທາລະນະລັດ ອິຣັກ

5301

ແບກແດດ ເປັນເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດໃນປະເທດ ອິຣັກ ແລະ ເປັນເມືອງອັນດັບສອງຂອງໂລກອາຫລັບ (ຮອງຈາກ ໄຄໂຣ) ແລະ ໃຫຍ່ເປັນອັນດັບສອງຂອງອາຊີຕະເວັນຕົກສຽງໃຕ້ ມີປະຊາກອນອາໃສໃນເມືອງນີ້ຫຼາຍກ່ວາ 6,5 ລ້ານຄົນ ເມືອງ ແບກແດດ ເປັນເມືອງສູນກາງດ້ານວິທະຍາການ ແລະ ວັດທະນະທຳ ເພາະເປັນເມືອງ ມໍລະດົກດ້ານໂຕເລກ ຕົວອັກສອນ ດວງດາວ ໂຫຣາສາດ ແລະ ການແພດ ມາຈາກລຸ້ນບັນພະບູລຸດທີ່ຜ່ານມາມັກເກີດສົງຄາມ ແລະ ເຫດການບໍ່ສະຫງົບເປັນປະຈຳໃນເມືອງນີ້ ຈຶ່ງເຮັດໃຫ້ເມືອງນີ້ກາຍເປັນເມືອງທີ່ບໍ່ໜ້າຢູ່ເປັນອັນດັບ 1 ຂອງໂລກ

 

ທີ່ມາ: www.ilovetogo.com

 

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...