spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມພາວະຂາດວິຕາມິນ B1 ອັນຕະລາຍຕໍ່ສຸຂະພາບກວ່າທີ່ທ່ານຄິດ

ພາວະຂາດວິຕາມິນ B1 ອັນຕະລາຍຕໍ່ສຸຂະພາບກວ່າທີ່ທ່ານຄິດ

Published on

ວິຕາມິນ B1 ມີບົດບາດສຳຄັນຫຼາຍກ່ວາທຸກຄົນເຂົ້າໃຈ ເພາະຢ່າງທີ່ຮູ້ກັນວ່າຫາກຂາດ ວິຕາມິນ B1 ແລ້ວ ເຮົາຈະມີອາການມຶນຊາ ຫຼື ເອີ້ນອີກຊື່ໜຶ່ງວ່າ beriberi (ໂຣກເໜັບຊາ ຊື ພາສາໄທ) ເຊິ່ງອາການຂອງໂຣກນີ້ຈະເຕືອນໃຫ້ເຮົາຮູ້ວ່າຮ່າງກາຍຂອງເຮົາກຳລັງຂາດວິຕາມິນ B1 ແຕ່ການຂາດວິຕາມິນ B1 ນັ້ນ ບໍ່ພຽງແຕ່ຈະເປັນໂຣກນີ້ເທົ່ານັ້ນມັນຍັງກໍ່ໃຫ້ເກີດໂຣກອື່ນໆອີກ ຖ້າຫາກຄົນໃດຂາດວິຕາວິນ B1 ຫຼາຍເກີນໄປອາດເຮັດໃຫ້ເສຍຊີວິດໄດ້

ss3

ອາການຂາດວິຕາມິນ B1 ທີ່ສັງເກດໄດ້ວ່າຮ່າງກາຍກຳລັງຮ້ອງຫາວິຕາມິນເພີ່ມ ໂດຍສາມາດພົບສັນຍານຕໍ່ໄປນີ້:

1. ອາການມືນຊາປາຍມື, ປາຍຕີນ ຫຼື ອາດຮູ້ສຶກເຈັບເລັກໜ້ອຍຮ່ວມນຳ.
2. ອ່ອນເພຍ ແລະ ເມື່ອຍງ່າຍ ຫຼື ມີອາການຫອບເມື່ອຍ.
3. ເບື່ອອາຫານ.
4. ທ້ອງອືດ ຫຼື ຖອກທ້ອງ.
5. ມີອາການຈັງຕາມມື, ຕີນຂຶ້ນເລື້ອຍໆ ຫຼື ເຈັບສົ້ນນ່ອງ ແລະ ແຂນຂາບໍ່ມີແຮງ.
6. ປັດສະວະໜ້ອຍລົງ.
7. ອາລົມປ່ຽນແປງເລື້ອຍໆ.
8. ນ້ຳໜັກຫຼຸດລົງ.
9. ຫົວໃຈເຕັ້ນຜິດຈັງຫວະ ຫຼື ຫົວໃຈລົ້ມເລວ.

ນອກຈາກນີ້, ອາການຂາດວິຕາມິນ B1 ແມ່ນຂຶ້ນຢູ່ກັບປະລິມານການຂາດວິຕາມິນຂອງແຕ່ລະບຸກຄົນນຳ ເພາະຖ້າມີພາວະຂາດວິຕາມິນ B1 ພຽງເລັກໜ້ອຍກໍ່ອາດຈະເຮັດໃຫ້ເກີດອາການມືນຊາ ແລະ ອ່ອນເພຍໃຫ້ຮູ້ສຶກໄດ້ເຊັ່ນກັນ.

ວິຕາມິນເປັນສິ່ງທີ່ສຳຄັນຕໍ່ຮ່າງກາຍຂອງຄົນເຮົາ ສະນັ້ນການດູແລສຸຂະພາບຂອງຕົນເອງທີ່ເຮັດໄດ້ງ່າຍທີ່ສຸດແມ່ນເລີ່ມຈາກການກິນ, ໂອກາດໜ້າພວກເຮົາຈະມາເວົ້າເລື່ອງ ຄຸນປະໂຫຍດຂອງວິຕາມິນອື່ນໆທີ່ຍັງເຫຼືອ ເຊິ່ງຈະເປັນແນວໃດນັ້ນຕ້ອງຕິດຕາມກັນຕໍ່ໄປ

ຂໍ້ມູນຈາກ: http://health.kapook.com/

 

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...