spot_img
Homeຂ່າວເຫດການພົບສົບເພດຊາຍເສຍຊີວິດໂດຍບໍ່ຮູ້ສາເຫດທີ່ເສັ້ນທາງ 450ປີ

ພົບສົບເພດຊາຍເສຍຊີວິດໂດຍບໍ່ຮູ້ສາເຫດທີ່ເສັ້ນທາງ 450ປີ

Published on

ໃນວັນທີ 12/05/2016 ເວລາປະມານ 15:13ໂມງ (ວານນີ້) ມີປະຊາຊົນໄດ້ໄປພົບສົບເພດຊາຍ ອາຍຸປະມານ 35-40ປີ ຮູບຮ່າງສັນຖານເປັນຄົນຈ່ອຍສູງ ນອນຕາຍທີ່ປ່າຫຍ້າເຊິ່ງບໍ່ໄກຈາກເສັ້ນທາງໃຫຍ່ ຫຼາຍປານໃດ ຈຸດພົບສົບແມ່ນເສັ້ນທາງເຂດບ້ານດົງໂພນແຮ່ (ເສັ້ນທາງ450 ປີ) ດັ່ງນັ້ນປະຊາຊົນບໍລິເວນນັ້ນຈິ່ງໄດ້ແຈ້ງໄປທີ່ ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ເບີ 1623 ເພື່ອມາກວດສອບ ແລະ ເກັບມ້ຽນສົບຜູ້ເສຍຊີວິດ ໃນການກວດສອບເບື້ອງຕົ້ນແມ່ນບໍ່ພົບຂໍ້ມູນ ຫຼື ເອກະສານໃດໆຕິດໂຕຜູ້ເສຍຊີວິດ ທີ່ຈະສາມາດຕິດຕໍ່ຫາຍາດພີ່ນ້ອງຜູ້ເສຍຊີວິດໄດ້ເລີຍ ຫຼັງຈາກນັ້ນທາງໜ່ວຍກູ້ໄພມູນນິທິເລີຍນຳສົ່ງສົບດັ່ງກ່າວໄປຝາກໄວ້ທີ່ໂຮງເຢັນໂຮງໝໍເສດຖາຖິຣາດ ເພື່ອລໍຖ້າຍາດຂອງຜູ້ກ່ຽວມາຕິດຕໍ່ເອົາສົບກັບໄປເຮັດພິທີທາງສາດສະໜາ ສ່ວນສາເຫດການຕາຍນັ້ນຍັງຕ້ອງໄດ້ມີການສືບສວນຂອງເຈົ້າໜ້າທີ່ຕໍ່ໄປ

2127

9074

ສຳລັບໃຜທີ່ຄິດວ່າຮູ້ຈັກຜູ້ຕາຍໃນພາບນີ້ເປັນເພື່ອນ, ເປັນຍາດຂອງຜູ້ຕາຍແມ່ນສາມາດຕິດຕໍ່ຮັບສົບຜູ້ກ່ຽວໄດ້ທີ່ ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ເບີ 1623 ໄດ່້ຕະຫຼອດ 24 ຊົ່ວໂມງ.

ທາງທີມງານຂອງພວກເຮົາຂໍໃຫ້ດວງວິຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິເຖີ້ນ

ສຳລັບຄົນທີ່ຮູ້ຂ່າວນີ້ແລ້ວຊ່ວຍບອກຕໍ່, ແຊຣຕໍ່ເພື່ອ ເພື່ອນ ຫຼື ຍາດຂອງຜູ້ຕາຍຈະໄດ້ຮັບຊາບຂ່າວນີ້ດ້ວຍ

ຂອບໃຈພາບຈາກ: ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດທາງເບີ 1623

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...