spot_img
Homeຂ່າວຕ່າງປະເທດນັກຮຽນ ການາດາ ອາຍຸ 15 ປີຄົ້ນພົບເມືອງບູຮານຂອງເຜົ່າມາຢາ

ນັກຮຽນ ການາດາ ອາຍຸ 15 ປີຄົ້ນພົບເມືອງບູຮານຂອງເຜົ່າມາຢາ

Published on

ນັກຮຽນ ການາດາ ອາຍຸ 15 ປີຄົ້ນພົບເມືອງບູຮານຂອງເຜົ່າມາຢາ ຈາກການສຶກສາຕຳແໜ່ງດວງດາວດ້ວຍຕົນເອງ

ວິນລຽມ ກາດູຣີ ນັກຮຽນຊາຍ ການາດາ ອາຍຸ 15 ປີ ໄດ້ຄົ້ນພົບເມືອງບູຮານທີ່ຫາຍສາບສູນໄປຂອງເຜົ່າມາຢາ ຊຸກເຊື່ອງຢູ່ໃນປ່າເລິກຂອງ ປະເທດ ແມັກຊິໂກ ໂດຍໃຊ້ວິທີຄຳນວນຈັບຄູ່ຕຳແໜ່ງດວງດາວ ກັບຕຳແໜ່ງທີ່ຕັ້ງເມືອງຂອງຊົນເຜົ່າມາຢາເທິງໂລກ

ວິນລຽມ ມີຄວາມຫລົງໄຫລເລື່ອງອາລະຍະທຳບູຮານຂອງຊາວ ມາຢາ ຫລັງຈາກໄດ້ອ່ານຫນັງສື ກ່ຽວກັບຄຳທຳນາຍເລື່ອງວັນສິ້ນໂລກຂອງຊົນເຜົ່າບູຮານກຸ່ມນີ້ ແລະ ໃຊ້ເວລາວັນລະຫລາຍຊົ່ວໂມງສຶກສາແຜນພາບກຸ່ມດາວແລະແຜນທີ່ຕັ້ງເມືອງຕ່າງໆຂອງຊາວມາຢາ ຈົນວັນໜຶ່ງເຂົາຕ້ອງຕົກຕະລຶງເມື່ອພົບວ່າຕຳແໜ່ງດາວແລະຕຳແໜ່ງທີ່ຕັ້ງເມືອງຂອງຊາວມາຢາ ມີຄວາມກ່ຽວຂ້ອງກັນ ຊຶ່ງເປັນການຄົ້ນພົບຄັ້ງທຳອິດທີ່ບໍ່ເຄີຍມີນັກວິຊາການ ຫລື ຜູ້ຊ່ຽວຊານຄົນໃດຄົ້ນພົບທິດສະດີນີ້ມາກ່ອນ

 

ຂ່າວຈາກ: ສຳນັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...