spot_img
Homeມຸມຂ່າວ AECອາຊຽນ ຫັນການຈ້າງງານເຂົ້າໃນລະບົບ ກ້າວໄປສູ່ການສົ່ງເສີມ ວຽກທີ່ມີຄຸນຄ່າ ແລະ ເປັນທຳ

ອາຊຽນ ຫັນການຈ້າງງານເຂົ້າໃນລະບົບ ກ້າວໄປສູ່ການສົ່ງເສີມ ວຽກທີ່ມີຄຸນຄ່າ ແລະ ເປັນທຳ

Published on

ຂປລ. ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ​​ ແຮງງານອາຊຽນ ຄັ້ງທີ 12 ​ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 11 ພຶດສະພາ ນີ້ ທີ່ນະຄອນຫລວງວຽງຈັນ, ​ພາຍໃຕ້ຫົວຂໍ້ ການຫັນປ່ຽນ ຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານ ໃນລະບົບເພື່ອກ້າວໄປສູ່ ການສົ່ງເສີມວຽກ ທີ່ມີຄຸນຄ່າແລະເປັນທຳໃນອາຊຽນ” ​ເຊິ່ງເປັນການສືບຕໍ່ ຈາກກອງປະຊຸມ ເຈົ້າໜ້າທີ່ອາວຸໂສ​​ ແຮງງານອາຊຽນ ຄັ້ງທີ 11 ທີ່ປະເທດຟີລິບປິນ ເມື່ອຕົ້ນປີ 2015 ຜ່ານມາ. ໂດຍໃຫ້ກຽດເຂົ້າຮ່ວມ ກອງປະຊຸມ ມີທ່ານ ຄຳແພງໄຊສົມແພງ ລັດຖະມົນຕີ ກະຊວງແຮງງານແລະ ສະຫວັດດີການສັງຄົມ, ພ້ອມດ້ວຍບັນດາ ຕົວແທນຈາກ 10 ປະເທດສະມາຊິກ ອາຊຽນເຂົ້າຮ່ວມ.

ທ່ານ ຄຳແພງໄຊສົມແພງ ກ່າວວ່າ: ກອງປະຊຸມ​​ ເຈົ້າໜ້າທີ່ອາວຸໂສ ແຮງງານອາຊຽນ ຄັ້ງທີ 12 ນີ້ ຈະໄດ້ປຶກສາຫາລື ບັນດາບັນຫາ ສຳຄັນຕົ້ນຕໍຂອງວຽກງານແຮງງານ ທີ່ພົວພັນເຖິງ ວຽກງານເສດຖະກິດແລະ ສັງຄົມໂດຍຜ່ານເອກະສານ ການຈັດຕັ້ງປະຕິບັດແຜນງານຂອງປະຊາຄົມ ວັດທະນະທຳ-​ສັງຄົມ, ​ເສດຖະກິດແລະເອກະສານ ຂະແໜງການ ທີ່ກ່ຽວຂ້ອງເຊັ່ນ: ຂອບວຽກພາກພື້ນແລະແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດ ຖະແຫລງການອາຊຽນ ວ່າດ້ວຍການສ້າງ ຄວາມ​​ເຂັ້ມແຂງແກ່ການປົກປ້ອງສັງຄົມ, ສົນທິສັນຍາອາຊຽນ ວ່າດວ້ຍການ ຕ້ານການຄ້າມະນຸດໂດຍສະເພາະ ແມ່ຍິງແລະເດັກນ້ອຍ,​ ຂອບວຸດທິ ການສຶກສາອາຊຽນ, ​ແຜນງານລັດຖະມົນຕີ ແຮງງານອາຊຽນ 2016-2020; ​ແຜນງານຂອງ ຄະນະກຳມະການ ຈັດຕັ້ງປະຕິບັດ ຖະແຫລງການອາຊຽນ ວ່າດ້ວຍການປົກປ້ອງແລະ ຄຸ້ມຄອງສິດທິແຮງງານ ເຄື່ອນຍ້າຍ 2016-2020,​​ ແຜນປະຕິບັດງານ ສຸຂະພາບແລະ ຄວາມປອດໄພອາຊຽນ 2016-2020 ​ແລແຜນປະຕິບັດງານ ຂອງໜ່ວຍເຈົ້າໜ້າທີ່ ອາວຸໂສແຮງງານອາຊຽນ. ອີກບັນຫາໜຶ່ງທີ່ສຳຄັນ ຂອງກອງປະຊຸມນີ້ແມ່ນການພິຈາລະນາ ຮ່າງຖະແຫລງການວຽງຈັນ ວ່າດ້ວຍການຫັນປ່ຽນ ຈາກການຈ້າງງານ ນອກລະບົບໄປສູ່ການຈ້າງງານ ໃນລະບົບເພື່ອກ້າວໄປສູ່ ການສົ່ງເສີມ ວຽກທີ່ມີຄຸນຄ່າແລະເປັນທຳໃນອາຊຽນ ເພື່ອຈະໄດ້ລາຍງານ ຕໍ່ກອງປະຊຸມ ລັດຖະມົນຕີ ແຮງງານອາຊຽນ ຄັ້ງທີ 24 ພິຈາລະນາຕໍ່ໄປ.

ຢ່າງ​​ໃດກໍຕາມເນື່ອງຈາກວ່າ ວຽກແຮງງານ ເປັນວຽກທີ່ກວ້າງຂວາງແລະ ສະໜັບສະໜູນ ການພັດທະນາ ເສດຖະກິດ-​ສັງຄົມ ຂອງບັນດາປະເທດ ສະມາຊິກອາຊຽນ, ທ່ານ ຄຳແພງໄຊສົມແພງໄດ້ເນັ້ນໃຫ້ທີ່ປະຊຸມ ເອົາໃຈໃສ່ຄົ້ນຄວ້າ ບັນດາເອກະສານ ທີ່ກ່ຽວຂ້ອງ ກັບການອຳນວຍ ຄວາມສະດວກໃຫ້ແກ່ ການຊອກຫາວຽກ ເຮັດງານທຳໃນອາຊຽນໃຫ້ມີຄວາມຮັດກຸມແລະ ມີຄວາມແທດ​​ເໝາະ ກັບບັນດາປະເທດ ສະມາຊິກອາຊຽນ; ສະເໜີໃຫ້ພິຈາລະນາ ບັນດາເນື້ອໃນເອກະສານ ທີ່ກ່ຽວຂ້ອງກັບ ການເພີ່ມທະວີ ຄວາມກົມກຽວໃນການປະສານງານ ວຽກງານພັດທະນາ ສີມືແຮງງານ, ສ້າງແລະ ທົດສອບມາດຕະຖານ ສີມືແຮງງານແລະ ກ້າວໄປເຖິງ ການຮັບຮູ້ສີມືແຮງງານເຊິ່ງກັນແລະ ກັນ; ສະເໜີ ໃຫ້ພິຈາລະນາ ກົນໄກປະສານງານໃນການຮ່ວມມືຍາດແຍ່ງ ການຊ່ວຍເຫລືອ ຈາກປະເທດຄູ່ເຈລະຈາແລະ ອົງການ ຈັດຕັ້ງສາກົນອື່ນໆເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດ ບັນດາກິດຈະກຳແລະແຜນງານທີ່ພົວພັນ ກ່ຽວກັບແຮງງານໃຫ້ມີປະສິດທິພາບກວ່າ​​ເກົ່າ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...