spot_img
Homeຂ່າວຕ່າງປະເທດຄິມ ຈອງ ອຶນ(Kim Jong Un) ໄດ້ຮັບເລືອກຕັ້ງ ເປັນປະທານ ພັກແຮງງານ ສປປ ເກົາຫລີ

ຄິມ ຈອງ ອຶນ(Kim Jong Un) ໄດ້ຮັບເລືອກຕັ້ງ ເປັນປະທານ ພັກແຮງງານ ສປປ ເກົາຫລີ

Published on

ໃນວັນທີ 10 ພຶດສະພາ 2016 ນີ້ ທີ່ນະຄອນຫລວງພຽງຢາງ, ສປປ ເກົາຫລີ ໄດ້ປິດກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 7 ຂອງພັກແຮງງານ ແລະ ໄດ້ແຕ່ງຕັ້ງໃຫ້ ທ່ານ ຄິມ ຈອງ ອຶນ (Kim Jong Un)ຜູ້ນຳສູງສຸດຄົນປັດຈຸບັນ ຂອງ ສປປ ເກົາຫລີ ເປັນປະທານພັກແຮງງານ ອີກໜຶ່ງຕຳແໜ່ງຢ່າງເປັນທາງການ.

ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 7 ພັກແຮງງານຂອງ ສປປ ເກົາຫລີ ໄດ້ຈັດຂຶ້ນເປັນຄັ້ງທຳອິດ ໃນຮອບ 36 ປີ ເຊິ່ງເປັນໂອກາດທີ່ສຳຄັນທີ່ ທ່ານ ຄິມ ຈອງ ອຶນ ຈະຮວບຮວມອຳນາດໃຫ້ເປັນປຶກແຜ່ນ ແລະ ສືບທອດຕຳແໜ່ງ ຂອງທ່ານ ຄິມ ອິນ ຊຸງ (Kim IL Sung )ເຊິ່ງເປັນຜູ້ກໍ່ຕັ້ງປະເທດ, ພ້ອມທັງເປັນປະທານາທິບໍດີ ແລະ ເປັນປະທານ ພັກແຮງງານ ສປປ ເກົາຫລີ ເຊັ່ນດຽວກັນ.

ໃນກອງປະຊຸມດັ່ງກ່າວ, ຍັງໄດ້ໃຫ້ການຮັບຮອງຕໍ່ນະໂຍບາຍ ການເສີມສ້າງສັກກະຍະພາບດ້ານນີວເຄລຍ ຄຽງຄູ່ໄປກັບການພັດທະນາເສດຖະກິດ ແລະ ທ່ານ ຄິມ ຈອງ ອຶນ ໄດ້ກ່າວໃນກອງປະຊຸມວ່າ: ລັດຖະບານພຽງຢາງ ມີຄວາມພ້ອມ ທີ່ຈະຟື້ນຟູຄວາມສຳພັນ ກັບປະເທດເພື່ອນບ້ານທາງພາກໃຕ້ ເພື່ອແກ້ໄຂຄວາມເຂົ້າໃຈຜິດ ແລະ ຄວາມບໍ່ໄວ້ວາງໃຈທີ່ເຄີຍມີຕໍ່ກັນ , ພ້ອມທັງເປີດເຜີຍແຜນພັດທະນາເສດຖະກິດຂອງປະເທດ ໃນອີກ 5 ປີຂ້າງໜ້າ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...