spot_img
Homeນານາສາລະວິທີແກ້ໄຂເບື້ອງຕົ້ນ ເມື່ອມີແມງໄມ້ເຂົ້າຫູ

ວິທີແກ້ໄຂເບື້ອງຕົ້ນ ເມື່ອມີແມງໄມ້ເຂົ້າຫູ

Published on

ເມື່ອເວົ້າເຖິງແມງໄມ້ເຂົ້າຫູແລ້ວ ຂໍບອກເລີຍວ່າຫາກຜູ້ໃດຍັງບໍ່ເຄີຍເປັນຖືວ່າໂຊກດີສຸດໆ ເພາະຄົນທີ່ຖືກແມງໄມ້ເຂົ້າຫູຈະມີອາການເຈັບຫູທໍລະມານຈົນເຖິງຂັ້ນສູງສຸດກໍ່ວ່າໄດ້.

ກ່ອນທີ່ເຮົາຈະເອົາແມງໄວ້ອອກມາຈາກຫູໄດ້ນັ້ນກ່ອນອື່ນເຮົາຕ້ອງເຮັດໃຫ້ແມງໄມ້ນັ້ນຕາຍ ຫຼື ສະລົບກ່ອນ ເພື່ອຈະເປັນການງ່າຍໃນເວລາຄືບມັນອອກຈາກຫູ ເຊິ່ງມີວິທີແກ້ໄຂເບື້ອງຕົ້ນ ເມື່ອມີແມງໄມ້ເຂົ້າຫູ ດັ່ງນີ້:

maggot3

ວິທີແກ້ໄຂເບື້ອງຕົ້ນ

1. ຫງ່ຽງຫູເບື້ອງແມງໄມ້ຂຶ້ນ

2. ຈາກນັ້ນນຳສຳລີຈຸ່ມນ້ຳເຊັ່ນ: ນ້ຳມັນໝາກກອກ, ນ້ຳລ້າ, ນ້ຳຢາຢອດຫູ, ເຫຼົ້າ 90 ຈຳພວກນີ້ ແລ້ວບີບນ້ຳເຂົ້າໄປໃນຮູຫູ ແລ້ວຫງ່ຽງໃຫ້ນ້ຳໄຫຼອອກ ເຮັດຕໍ່ເນື່ອງກັນ 2 – 3 ເທື່ອ. ແມງໄມ້ບາງຊະນິດກໍ່ຈະໄຕ່ອອກມາຈາກຫູເອງ ແຕ່ຖ້າມັນບໍ່ໄຕ່ອອກມາມັນກໍ່ຈະຕາຍຄາ ຫູ

3. ໃຊ້ໂຄມໄຟຊ່ອງເບິ່ງທີ່ຮູຫູ ແລ້ວໃຊ້ແນບຄ່ອຍໆຄືບແມງໄມ້ທີ່ຕາຍອອກມາຈາກຫູ

4. ຖ້າຮູ້ສຶກວ່າຕົນເອງບໍ່ແນ່ໃຈທີ່ຈະສາມາດຄີບແມງໄມ້ອອກມາຈາກຫູເອງໄດ້ ຫຼື ຄົນໃກ້ຕົວບໍ່ແນ່ໃຈວ່າຈະເຮັດໄດ້ຄວນໄປໂຮງໝໍ ທີ່ພະແນກ ຫູ, ຕາ, ດັງ, ຄໍ ດ່ວນ ເພື່ອໃຫ້ນາຍໝໍເພິ່ນເອົາອອກໃຫ້ຈະປອດໄພກ່ວາ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...